ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ

ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ - https   s3 ap northeast 1 - ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ
ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ - kitchen vibe - ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ

ລັດຖະບານ​ຫວຽດນາມ​ຢືນຢັນ​ການ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເຊິ່ງ​ໄດ້​ຮັບ​ເຊື້ອຈາກ​ພາຍ​ໃນ​ປະ​ເທດ ​ເປັນ​ຄົນ​ທຳ​ອິດ​ໃນ​ຮອບ 87 ວັນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ສາທາລະນະ​ສຸກ​ຂອງ​ຫວຽດນາມ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມາ ກ່ຽວ​ກັບ​ສະຖານະ​ການ​ພະຍາດ​ໂຄ​ວິດ-19 ຂອງ​ປະ​ເທດ ​ໃນ​ວັນ​ທີ 30 ພະຈິກ ຢືນຢັນ​ສະຖິຕິ​ຜູ້​ຕິດ​ເຊື້ອສະ​ສົມ​ຢ່າງ​ໜ້ອຍ 1.347 ຄົນ, ປິ່ນປົວ​ຫາຍ​ແລ້ວ 1.179 ຄົນ ​ແລະ ​ເສຍ​ຊີວິດ​ສະ​ສົມ 35 ຄົນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດຖະບານ​ຫວຽດນາມ​​ໃຫ້​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ “ຜູ້​ຕິດ​ເຊື້ອຄົນທີ 1.347” ​ເປັນ​ຜູ້​ຊາຍ​ສັນຊາດ​ຫວຽດນາມ ອາຍຸ 32 ປີ ປັດຈຸບັນ​ອາ​ໄສ​ຢູ່​ເຂດ 6 ​ເມືອງ​ໂຮ​ຈີ​ມິນ ມີ​ອາຊີບ​ເປັນ​ຄູ​ສອນ​ພາສາ​ອັງກິດ ​ແລະ ຜົນ​ການ​ສອບ​ສວນ​ພະຍາດ​ບົ່ງ​ບອກ​ວ່າ: ຜູ້​ຕິດ​ເຊື້ອຄົນ​ນີ້​ໄດ້​ຮັບ​ເຊື້ອຈາກ “ຜູ້​ຕິດ​ເຊື້ອຄົນທີ 1.342” ​ເຊິ່ງ​ເປັນ​ໝູ່​ກັນ ປັດຈຸບັນ​ມີ​ອາຊີບ​​ເປັນ​ພະນັກງານ​ຕ້ອນຮັບ​ຢູ່​ເຮືອບິນ ​ແລະ ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ຕິດ​ເຊື້ອ ​ໃນ​ວັນ​ທີ 28 ພະຈິກ​ຜ່ານ​ມາ.

ສະຖານະ​ການ​ດັ່ງກ່າວ​ຖື​ເປັນ​ການ​ພົບ​ຜູ້​ຕິດ​ເຊື້ອຈາກ​ພາຍ​ໃນ​ປະ​ເທດ ​ເປັນຄັ້ງທຳ​ອິດ​ໃນ​ຮອບ 87 ວັນ ​ແລະ ຢຸດ​ສະຖິຕິ​ຂອງ​ເມືອງ​ໂຮ່ຈີ​ມິນ ​ເຊິ່ງບໍ່​ພົບ​ຜູ້​ຕິດ​ເຊື້ອພາຍ​ໃນ​ຊຸມ​ຊົນ​ຕໍ່​ເນື່ອງ 120 ວັນ ຫລື ນັບ​ແຕ່​ການ​ຢືນຢັນ “ຜູ້​ຕິດ​ເຊື້ອຄົນທີ 589” ​ໃນ​ວັນ​ທີ 2 ສິງຫາ​ຜ່ານ​ມາ.

ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ - 4 - ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ
ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ - 3 - ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ
ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ - 5 - ຫວຽດນາມພົບການຕິດເຊື້ອໂຄວິດ ໃນຊຸມຊົນຄັ້ງທຳອິດໃນຮອບ 3 ເດືອນ