ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່

ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - 9fa5f0d9 d617 495e b68c 7aaa1d3f54ce - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່
ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - kitchen vibe - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່

ລັດຖະບານ​ກຳປູ​ເຈຍ​ສັ່ງ​ປິດ​ໂຮງຮຽນ, ​ໂຮງ​ໜັງ ​ແລະ ​ໂຈະ​ການ​ລວມກຸ່ມ​ຂະໜາດ​ໃຫຍ່​ໃນ​ສະຖານ​ທີ່​ສາທາລະນະ ​ເປັນ​ເວລາ 15 ວັນ ຫລັງ​ພົບ​ການ​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ພາຍ​ໃນ​ຊຸມ​ຊົນ “​ເປັນຄັ້ງທຳ​ອິດ”.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ຮຸນ ​ເຊ​ນ ນາຍົກລັດຖະມົນຕີກຳປູ​ເຈຍ ປະກາດ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມາວ່າ: ​ໄລ່​ໄປ​ອີກ​ຢ່າງ​ໜ້ອຍ 15 ວັນ ຫ້າມ​ການ​ລວມກຸ່ມ​ໃນ​ສະຖານ​ທີ່​ສາທາລະນະ​ເກີນ 20 ຄົນ ​ແລະ ຖ້າ​ໄລຍະ​ນີ້​ກົງ​ກັບ​ການຈັດ​ງານ​ແຕ່ງດອງ​ຂອງ​ຄູ່​ຮັກ​ຄູ່​ໃດ, ລັດຖະບານ “ຕ້ອງ​ຂໍອະ​ໄພ” ​ເນື່ອງ​ຈາກ​ຕ້ອງ​ເລື່ອນ​ໄປ​ກ່ອນ ​​ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ປະຕິບັດ​ດ້ານ​ສາທາລະນະ​ສຸກ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO) ​ໃນ​ການ​ຫລຸດ​ຄວາມ​ສ່ຽງ​ການ​ຕິດ​ຕໍ່​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່.

ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່
ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່

ຂະນະ​ທີ່​ກະຊວງສຶກສາ​ທິການ​ສັ່ງ​ປິດ​ໂຮງຮຽນ​ທົ່ວຣາຊະ​ອານາຈັກ ​ເປັນ​ເວລາ 15 ວັນ ​ເຊັ່ນ​ດຽວ​ກັບ​ກະຊວງ​ວັດທະນະທຳ ​ເຊິ່ງສັ່ງ​ປິດ​ສະຖານ​ທີ່​ຈັດ​ງານ​ສະ​ແດງ​ສິລະ​ປະ, ພິພິທະ​ພັນ ​ແລະ ​ໂຮງ​ໜັງ​ທົ່ວ​ປະ​ເທດ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ລັດຖະບານ​ກຳປູ​ເຈຍ ​ເກີດ​ຂຶ້ນຫລັງ​ທ້າຍ​ອາທິດ​ຜ່ານ​ມາ ມີ​ການ​ຢືນຢັນການ​ພົບ​ສະມາຊິກ​ໃນ​ຄອບຄົວ​ດຽວ​ກັນ 6 ຄົນ​ບໍ່​ສະບາຍ​ຈາກ​ພະຍາດ​ໂຄ​ວິດ-19 ​ໂດຍ​ເປັນ​ຄອບຄົວ​ຂອງ​ທ່ານ ​ແຊມ ສາ​ວຸດ ​ເຈົ້າໜ້າ​ທີ່​ລະດັບ​ສູງ​ດ້ານ​ຄວບ​ຄຸມ​ຄຸກ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ທັງ​ນີ້, ທ່ານ ຮຸນ ​ເຊ​ນ ຂໍ​ໃຫ້​ປະຊາຊົນ​ຢ່າ​​ແຕກ​ຕື່ນ ​ແລະ ຢືນຢັນ​ວ່າ: ​ເຈົ້າໜ້າ​ທີ່​ສອບ​ສວນ​ພະຍາດ​ກຳລັງ​ເລັ່ງຕິດຕາມ​ຜູ້​ສຳຜັດ​ໃກ້ຊິດ​ກັບ​ຜູ້​ຕິດ​ເຊື້ອທັງ 6 ຄົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທຸກ​ຝ່າຍ​ມີ​ຄວາມ​ກັງວົນ​ຕໍ່​ຜູ້​ໃກ້ຊິດ​ຍິງ​ອາຍຸ 56 ປີ ​ເຊິ່ງ​ເປັນ​ພັນ​ລະ​ຍາ​ຂອງ​ທ່ານ ສາ​ວຸດ ຫລາຍ​ທີ່​ສຸດ ​ເນື່ອງ​ຈາກ​ນາງ​ມີ​ປະຫວັດ​ເດີນທາງ​ໄປ​ຕາມ​ສະຖານ​ທີ່​ຫລາຍ​ແຫ່ງ ທັງ​ຢູ່​ນະຄອນຫລວງ​ພະນົມ​ເປັນ ​ແລະ ​ແຂວງ​ສຽມ​ລຽບ ນັບ​ແຕ່​ວັນ​ທີ 20 ພະຈິກ​ຜ່ານ​ມາ.

ປັດຈຸບັນ ກຳປູ​ເຈຍ​ມີ​ສະຖິຕິ​ສະ​ສົມ​ຂອງ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຢ່າງ​ໜ້ອຍ 323 ຄົນ, ປິ່ນປົວ​ຫາຍ​ແລ້ວ 301 ຄົນ ​ໂດຍ​ຍັງ​ບໍ່​ພົບ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ​ພາຍ​ໃນ​ປະ​ເທດ, ​ແຕ່​ການ​ຕິດ​ເຊື້ອພາຍ​ໃນ​ຄອບຄົວ​ຂອງ​ທ່ານ ​ແຊມ ​ເຊິ່ງຍັງ​ບໍ່​ຮູ້​ທີ່​ມາ​ທີ່​ໄປ​ແນ່ນອນ ​ແລະ ທ່ານ ຮຸນ ​ເຊ​ນ ຢືນຢັນ​ວ່າ: ​ເປັນ​ການ​ຕິດ​ເຊື້ອຈາກ​ພາຍ​ໃນ​ຊຸມ​ຊົນ “​ເປັນ​ກຸ່ມ​ທຳ​ອິດ” ຍິ່ງ​ເພີ່ມ​ຄວາມ​ກັງວົນ​ໃຫ້​ທຸກ​ຝ່າຍ ​ໂດຍ​ນັບ​ແຕ່​ວັນ​ທີ 28 ພະຈິກ​ຜ່ານ​ມາ ກະຊວງ​ສາທາລະນະ​ສຸກ​ຂອງ​ກຳປູ​ເຈຍ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຈາກ​ພາຍ​ໃນ​ຊຸມ​ຊົນ​ເພີ່ມ​ເປັນ​ຢ່າງ​ໜ້ອຍ 17 ຄົນ​ແລ້ວ.

ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - 5 - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່
ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - 4 - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່
ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່ - 3 - ກຳປູເຈຍປິດໂຮງຮຽນ-ໂຮງໜັງ ຫ້າມການລວມກຸ່ມໃຫຍ່