ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ

ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - news afRBueJavz233746 533 - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ
ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - kitchen vibe - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ

ເກີດ​ເຫດ​ຈະລາຈົນ ​ແລະ ມີ​ການ​ປະ​ທະ​ກັນ​ຢູ່​ຄຸກ​ຂອງ​ສີ​ລັງກາ ມີ​ຜູ້​ເສຍ​ຊີວິດ 8 ຄົນ, ບາດ​ເຈັບ​ຫລາຍ​ກວ່າ 50 ຄົນ.

ທາງ​ການສີ​ລັງກາ ​ເປີດ​ເຜີຍ​ໃນ​ວັນ​ທີ 30 ພະຈິກ​ວ່າ: ທັນທີ​ທີ່​ໄດ້​ຮັບ​ແຈ້ງ​ເຫດ ມີ​ເຈົ້າໜ້າ​ທີ່​ຟ້າວ​ເດີນທາງ​ໄປ​ຈຸດ​ເກີດ​​ເຫດ​ຄຸກ​ມາ​ຮາຣາ ຫ່າງ​ຈາກ​ນະຄອນຫລວງ​ໂຄ​ລຳ​ໂບ ​ໄປ​ທາງ​ຕອນ​ເໜືອ​ປະມານ 15 ກິ​ໂລ​ແມັດ.

ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ
ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ

ລາຍ​ງານ​ລະບຸ​ວ່າ: ພາຍ​ໃນ​ຄຸກ​ມີ​ໄຟ​ລຸກ​ໄໝ້​. ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫລວດ​ຫລາຍ​ຮ້ອຍ​ຄົນ​ເດີນທາງ​ມາ​ຈຸດ​ເກີດ​ເຫດ​ດັ່ງກ່າວ ​ເພື່ອ​ຊ່ວຍ​ເພີ່ມ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.

ຕຳຫລວດ​ລະບຸ​ວ່າ: ຫລ້າ​ສຸດ​ສາມາດ​ຄວບ​ຄຸມ​ສະຖານະ​ການ​ໄດ້​ສະຫງົບ​ແລ້ວ ​ແລະ ​ໄດ້​ສົ່ງ​ຜູ້​ເສຍ​ຊີວິດ ​ແລະ ຜູ້​ບາດ​ເຈັບ​ໄປ​ໂຮງໝໍ​ແລ້ວ ​ໂດຍ​ຕໍ່​ຈາກ​ນີ້​ເປັນ​ຂະ​ບວນການ​ສືບສວນ​ຫາ​ສາ​ເຫດ​ຕໍ່​ໄປ.

ຂະນະ​ດຽວ​ກັນ ລາຍ​ງານ​ຂ່າ​ວລະບຸ​ວ່າ: ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນຈາກ​ສາ​ເຫດ​ຄວາມ​ຄຽດ​ຂອງ​ນັກ​ໂທດ​ທີ່ຢູ່​ຢ່າງ​ແອ​ອັດ ​ແລະ ບໍ່​ມີ​ມາດ​ຕະການ​ກ່ຽວ​ກັບ​ການ​ຄວບ​ຄຸມພະ​ຍາດລະບາດ.

​ເຫດ​ຮຸນ​ແຮງ​ຄັ້ງນີ້​ເກີດ​ຂຶ້ນ ​ເນື່ອງ​ຈາກ​ນັກ​ໂທດ​ຫລາຍ​ຄົນ​ບໍ່ພໍ​ໃຈ ທີ່​ຈະ​ມີ​ການ​ຍ້າຍ​ນັກ​ໂທດ​ທີ່​ຕິດ​ເຊື້ອ​ໂຄ​ວິດ-19 ຈາກ​ຄຸກ​ອື່ນ ​ເຂົ້າມາ​ກັກ​ຂັງ​ໃນ​ພື້ນທີ່​ຄຸກ​ມາ​ຮາຣາ.

​ໃນ​ໄລຍະ​ສອງ​ສາມ​ອາທິດ​ຜ່ານ​ມາ ນັກ​ໂທດ​ໃນ​ຄຸກ​ຈຳນວນ​ຫລາຍ​ຂອງ​ສີ​ລັງກາ​ມີ​ການ​ປະ​ທ້ວງ​ຕຳຫລວດ ​ແລະ ຮຽກຮ້ອງ​ໃຫ້​ມີ​ການກວດ​ຫາ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ​ແລະ ​ໃຫ້​ມີ​ການ​ກັກ​ຕົວ​ແຍກ​ນັກ​ໂທດ​ທີ່​ຕິດ​ເຊື້ອ​ໄປ​ອາຄານ​ອື່ນ​ທີ່​ທາງການຈັດ​ຫາ.

ສຳນັກ​ຂ່າວ AP ລາຍ​ງານ​ວ່າ: ຢູ່​ສີ​ລັງກາ ນັກ​ໂທດ​ຫລາຍ​ກວ່າ 1 ຄົນ ກວດ​ພົບ​ວ່າ​ຕິດ​ເຊື້ອ​ໂຄ​ວິດ ​ໂດຍ​ມີ 2 ຄົນ​ທີ່​ເສຍ​ຊີວິດ​​ແລ້ວ​ຈາກ​ໂຄ​ວິດ. ນອກຈາກ​ນີ້ ຍັງ​ມີ​ຜູ້​ຮັກສາ​ຄວາມ​ປອດ​ໄພ​ຄຸກອີກ 50 ຄົນ​ທີ່​ຕິດ​ເຊື້ອ​ໂຄ​ວິດ.

ຄຸກ​ຢູ່​ສີ​ລັງກາ​ແອ​ອັດ​ຫລາຍ ມີ​ນັກ​ໂທດ​ຫລາຍ​ກວ່າ 2,6 ໝື່ນ​ຄົນ ​ແອ​ອັດ​ຢູ່​ໃນ​ຄຸກ​ທີ່​ສາມາດ​ຮອງ​ຮັບ​ນັກ​ໂທດ​ໄດ້​ພຽງ 1 ໝື່ນ​ຄົນ​ເທົ່າ​ນັ້ນ.

ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - 4 - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ
ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - 5 - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ
ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ - 3 - ເກີດເຫດຈະລາຈົນຢູ່ຄຸກຂອງສີລັງກາ ມີຜູ້ເສຍຊີວິດ 8 ຄົນ