Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ

Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - 5fb6b9b050e71a001155641e - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ
Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - kitchen vibe - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ

Moderna ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ​ຊັ້ນນຳ​ຂອງ​ອາ​ເມ​ລິ​ກາ ​ໄດ້​ຍື່ນ​ຂໍ​ອະນຸມັດ​ນຳ​ໃຊ້​ວັກ​ຊີ​ນ​ໂຄ​ວິດ-19 ​ເປັນ​ກໍລະນີ​ສຸກ​ເສີນ​ກັບ​ອົງການ​ອາຫານ ​ແລະ ຢາ​ຂອງ​ອາ​ເມ​ລິ​ກາ (FDA) ​ແລ້ວ ​ເຊິ່ງຖື​ເປັນ​ກ້າວ​ສຳຄັນ​ທຳ​ອິດ​ກ່ອນ​ຈະ​ມີ​ການ​ກະຈາຍ​ວັກ​ຊີ​ນ​ໃຫ້​​ໃຊ້​ຢ່າງ​ແຜ່​ຫລາຍ​ທົ່ວ​ໂລກ.

ບໍລິສັດ​ລະບຸ​ໃນ​ຖະ​ແຫລ​ງການ​ວ່າ: ​ໄດ້​ຍື່ນ​ຂໍ​ອະນຸມັດ​ການ​ນຳ​ໃຊ້​ວັກ​ຊີ​ນກັບ FDA ​ໃນ​ວັນ​ທີ 30 ພະຈິກ ຫລັງ​ຈາກ Pfizer ຄູ່​ແຂ່ງ​ຢູ່​ອາ​ເມ​ລິ​ກາ ​ແລະ BioNTech ບໍລິສັດ​ໄບ​ໂອ​ເທັກ​ຂອງ​ເຢຍລະ​ມັນ ​ໄດ້​ຍື່ນ​ຂໍ​ໃບ​ອະນຸຍາດ​ກັບ​ວັກ​ຊີ​ນອີກ​ຊະນິດ​ທີ່​ພັດທະນາ​ຮ່ວມ​ກັນ​ເມື່ອ 1 ອາທິດ​ກ່ອນ​ ​ໂດຍ​ຫລັງ​ຈາກ​ຂໍ​ໄຟ​ຂຽວ​ຈາກ FDA ​ແລ້ວ Moderna ຍັງ​ມີ​ແຜນ​ຈະ​ຂໍ​ການ​ອະນຸມັດ​ຈາກ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ໃນ​ປະ​ເທດ​ອື່ນໆ​ນຳ​ອີກ.

Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - Visit Laos Visit SALANA BOUTIQUE HOTEL - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ
Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - Visit Laos Visit SALANA BOUTIQUE HOTEL - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ

Moderna ​ເຜີຍ​ຜົນ​ການ​ທົດ​ລອງ​ວັກ​ຊີ​ນທາງ​ຄລີ​ນິກ ຫລື ການ​ທົດ​ລອງ​ໃນ​ຄົນ (​ໄລຍະ​ທີ 3) ​ເມື່ອ​ວັນ​ທີ 16 ພະຈິກ​ວ່າ: ມີ​ປະສິດທິພາບ​ໃນ​ການ​ປ້ອງ​ກັນ​ໄວຣັສສູງ​ເຖິງ 94,1% ​ໂດຍ​ເປັນ​ການ​ວິ​ເຄາະ​ຈາກ​ກຸ່ມ​ຕົວຢ່າງ 196 ຄົນ​ທີ່​ສະ​ແດງ​ອາການ​ຂອງ​ໂຄ​ວິດ-19 ​ໃນ​ກຸ່ມ​ອາສາ​ສະໝັກ​ທີ່​ເຂົ້າຮັບ​ການ​ທົດ​ລອງ​ທັງ​ໝົດ 30.000 ຄົນ.

ສຳລັບ​ວັກ​ຊີ​ນທີ່​ພັດທະນາ​ໂດຍ Moderna ​ແລະ Pfizer ນັ້ນ​ເປັນ​ສອງ​ບໍລິສັດ​ທີ່​ມີ​ໂອກາດ​ນຳ​ໃຊ້​ກັບ​ປະຊາຊົນ​ເປັນ​ກຸ່ມ​ທຳ​ອິດ ​ເຊິ່ງອາດ​ຊ່ວຍ​ຢຸດ​ຢັ້ງການລະບາດ​ຂອງ​ໄວຣັສຢູ່​ອາ​ເມ​ລິ​ກາ ກ່ອນ​ຈະ​ນຳ​ໃຊ້​ກັບປະ​ເທດ​ອື່ນໆ ​ໂດຍ​ວັກ​ຊີ​ນຂອງ Pfizer ​ແລະ BioNTech ມີ​ປະສິດທິພາບ​ໃນ​ການ​ປ້ອງ​ກັນ​ໄວຣັສ 95% ຈາກ​ການ​ເປີດ​ເຜີຍ​ຂໍ້​ມູນ​ເບື້ອງຕົ້ນ​ເມື່ອ​ມໍ່ໆ​ນີ້.

ນອກຈາກ​ສອງ​ບໍລິສັດ​ນີ້​ແລ້ວ, ບໍລິສັດ AstraZeneca ​ແລະ ມະຫາວິທະຍາ​ໄລ​ອ໊ອກຟອດ​ໃນ​ອັງກິດ ຫາ​ກໍ​ເຜີຍ​ຜົນ​ການ​ທົດ​ລອງ​ວັກ​ຊີ​ນ​ເບື້ອງຕົ້ນ​ໃນ​ອາທິດ​ຜ່ານ​ມາ ​ເຊິ່ງພົບ​ວ່າ​ມີ​ປະສິດທິພາບ 70%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕົວ​ເລກ​ດັ່ງກ່າວ​ເປັນ​ຄ່າ​ສະ​ເລ່ຍຈາກ​ສູດ​ການ​ສັກ​ວັກ​ຊີ​ນ 2​ ​ໂດ​ສທີ່​ແຕກຕ່າງ​ກັນ ສົ່ງ​ຜົນ​ໃຫ້​ຜູ້​ຊ່ຽວຊານ​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ຂໍ້​ມູນ​ດັ່ງກ່າວ ​ແລະ ອາດ​ເຮັດ​ໃຫ້​ຂະ​ບວນການ​ຍື່ນ​ຂໍ​ໃບ​ອະນຸຍາດ​ນຳ​ໃຊ້​ວັກ​ຊີ​ນຂອງ AstraZeneca ຕ້ອງ​ຊັກ​ຊ້າ​ອອກ​ໄປ ​ເພາະ​ຕ້ອງ​ຖ້າ​ຂໍ້​ສະຫລຸບ​ທີ່​ຊັດ​ເຈນ​ກວ່າ​ນີ້.

Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - 3 - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ
Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - 5 - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ
Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ - 4 - Moderna ຍື່ນຂໍອະນຸມັດນຳໃຊ້ວັກຊີນໂຄວິດ-19 ກັບ FDA ແລ້ວ ເພີ່ມຄວາມຫວັງໃນການຕໍ່ສູ້ກັບໄວຣັສ