ສະຫວັນນະເຂດຈັດງານບຸນ ນະມັດສະການພະທາດອີງຮັງປະຈຳປີ 2020
ພະທາດອີງຮັງ ແມ່ນປູຊະນິຍະສະຖານທີ່ເກົ່າແກ່ແຫ່ງໜຶ່ງຂອງແຂວງສະຫວັນນະເຂດ, ເປັນບ່ອນສັກກະລະບູຊາຂອງຊາວພຸດ, ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ. ພໍຮອດເດືອນຈຽງເພັງຂອງທຸກໆປີ ພວກເຮົາໄດ້ພ້ອມພຽງກັນຈັດງານບຸນນະມັດສະການພະທາດແຫ່ງນີ້ຂຶ້ນ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ.ເຊິ່ງໃນປີນີ້ ແມ່ນໄດ້ຈັດຂຶ້ນລະຫວ່າງວັນທີ 25-30 ພະຈິກນີ້.
ຊຶ່ງພິທີທາງການໄດ້ເປີດຂຶ້ນວັນທີ 27ພະຈິກ ຢູ່ທີ່ເດີ່ນພະທາດດ້ານນອກ,ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີບັນດາການນຳຂັ້ນສູງຂອງແຂວງ, ມີທ່ານກົງສູນໃຫຍ່ສສຫວຽດນາມ, ກົງສູນໃຫຍ່ແຫ່ງລາຊະອານາຈັກໄທປະຈຳແຂວງສະຫວັນນະເຂດໄດ້ເຂົ້າຮ່ວມງານຄັ້ງນີ້ດ້ວຍ.
ໃນພິທີທ່ານ ເຈົ້ານະຄອນ ໄກສອນພົມວິຫານ ໃນນາມຮອງປະທານຈັດງານ ກໍ່ໄດ້ກ່າວລາຍງານການຫ້າງຫາກະກຽມພ້ອມທັງກ່າວສະແດງຄວາມຍິນດີຕ້ອນຮັບບັນດາແຂກ, ຜູ້ແທນແລະພີ່ນ້ອງຊາວແຂວງສະຫວັນນະເຂດ ແລະ ແຂວງຕ່າງໆທີ່ມາທ່ອງທ່ຽວໃນງານຄັ້ງນີ້, ເຊິ່ງໄດ້ຫ້າງຫາກະກຽມບັນດາກິດຈະກໍາຕ່າງໆຄື: ງານວາງສະແດງສິນຄ້າໂອດອ໋ບ ຈາກແຂວງຕ່າງໆ ລວມມີ 32 ຮ້ານ, ຮ້ານວາງສະແດງຈໍາໜ່າຍສິນຄ້າ ຈາກບໍລິສັດຫ້າງຮ້ານ 300 ກວ່າຮ້ານ, ຈັດໃຫ້ມີຂະບວນພາເລດ ແລະຂະບວນຟ້ອນປະເພນີຂອງແຂວງສະຫວັນນະເຂດ ເຊິິ່ງປະກອບມີ: ຂະບວນຖືຂັນໝາກເບັງ, ຂະບວນປະເພນີເສື້ອແດງບ້ານໄຊຍະພູມ, ຂະບວນໃສ່ຊຸດຊົນເຜົ່າຂອງແຂວງສະຫວັນນະເຂດ (ເຜົ່າລາວ, ເຜົ່າພູໄທ ແລະເຜົ່າບຣູ), ຂະບວນຟ້ອນເສື້ອສີປະເພນີຈາກກຸ່ມບ້ານຕ່າງໆ, ຂະບວນຟ້ອນຈາກໂຮງຮຽນມັດທະຍົມຕົ້ນທາດອີງຮັງ, ຂະບວນຟ້ອນຈາກມະຫາວິທະຍາໄລສະຫວັນນະເຂດ, ຂະບວນຟ້ອນຈາກໂຮງຮຽນມສໂພນສີມ, ຂະບວນຟ້ອນຈາກວິທະຍາໄລຄູສະຫວັນນະເຂດ.
ພາຍຫຼັງຈົບພິທີທາງການແລ້ວທ່ານເຈົ້າແຂວງສະຫວັນນະເຂດພ້ອມດ້ວຍບັນດາແຂກໄດ້ເລາະຊົມຮ້ານວາງສະແດງສິນຄ້າ, ຊົມກິດຈະກຳຕ່າງໆພາຍໃນງານດ້ວຍບັນຍາກາດອັນຟົດຟື້ນ.
ນອກນີ້ ການຄົບງັນໃນແຕ່ລະຄໍ່າຄືນກໍ່ຈະມີການຄົບງັນຕາມປະເພນີ, ຢູ່ເວທີກາງ ພະແນກ ຖວທ ແຂວງ ແລະນະຄອນ ກໍຈັດໃຫ້ມີການປະກວດສຽງເພງ ຄັດເລືອກເອົານັກຮ້ອງສຽງດີຂອງນ້ອງນ້ອຍ-ໄວໜຸ່ມ-ເຍົາວະຊົນແຕ່ລະໂຮງຮຽນໂດຍບໍ່ຈໍາກັດ ແລະຊົມໜັງປະຫຼັດຕື້ ຈັດສັນໃສ່ໃນແຕ່ລະຄໍ່າຄືນ ໃຫ້ມີບັນຍາກາດຢ່າງເປັນຂະບວນຟົດຟື້ນ,
ນອກນັ້ນ ຍັງມີພິທີທາງສາດສະໜາເຊັ່ນ: ພິທີແຫ່ປະສາດເຜິ້ງ,ພິທີຕັກບາດຖວາຍສັງຄະທານ ຕອນກາງຄືນມີການວຽນທຽນ ຕາມຮີດຄອງປະເພນີ.
ຈາກນັ້ນທ່ານເຈົ້າແຂວງສະຫວັນນະເຂດກໍ່ໄດ້ເປັນກຽດລັ່ງຄ້ອງ 9 ບາດ, ເປີດງານນະມັດສະການພະທາດອີງຮັງຢ່າງເປັນທາງການ, ຕໍ່ດ້ວຍການຊົມສິລະປະຈາກບັນດານ້ອງນັກຮຽນແລະຂະບວນຟ້ອນປະເພນີຈາກກຸ່ມບ້ານຕ່າງໆຕາມລຳດັບ. ງານບຸນຄັ້ງນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 9-11 ທັນວາຈຶ່ງສິ້ນສຸດລົງ.