ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%

ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80% - 750x422 910425 1606793485 - ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%
ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80% - kitchen vibe - ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%

ສຳນັກ​ຂ່າວ​ກຽວ​ໂດ​ລາຍ​ງານ​ໃນ​ວັນ​ທີ 1 ທັນວາ​ວ່າ: ຍີ່ປຸ່ນ​ມີ​ແຜນ​ຫລຸດ​ພາສີ​ເຊື້ອ​ໄຟ​ເຮືອບິນ​ລົງ​ສູງ​ສຸດ 80% ​ໃນ​ປີ​ງົບ​ການ​ເງິນ 2021 ​ເຊິ່ງຈະ​ເປັນ​ການ​ຫລຸດ​ຊົ່ວຄາວ ​ເພື່ອ​ຊ່ວຍ​ເຫລືອ​ອຸດສາຫະກຳ​ການບິນ​ທີ່​ກຳລັງ​ປະສົບ​ບັນຫາ ​ເພາະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​ຂອງ​ໂຄ​ວິດ-19.

ທັງ​ນີ້, ລັດຖະບານ​ຍີ່ປຸ່ນ​ກຳລັງ​ພິຈາລະນາ​ຫລຸດ​ພາສີ​ດັ່ງກ່າວ​ລົງ​ຈາກ​ລະດັບ 18.000 ​ເຢນ (172,58 ​ໂດ​ລາ) ຕໍ່​ກິ​ໂລ​ລິດ ລົງ​ເຫລືອ 4.000 ​ເຢນຕໍ່​ກິ​ໂລ​ລິດ ​ໃນ​ຊ່ວງ​ປີ​ງົບປະມານ 2021.

​ເຖິງ​ຢ່າງ​ໃດ​ກໍ​ດີ, ລັດຖະບານ ​ແລະ ພັກ​ຮ່ວມ​ລັດຖະບານ​ຂອງ​ຍີ່ປຸ່ນ​ຈະ​ຫາລື​ເຖິງ​ລະດັບ​ການ​ຫລຸດ​ພາສີ​ຢ່າງຮອບ​ຄອບ ​ເນື່ອງ​ຈາກ​ຕ້ອງ​ກັນ​ງົບປະມານ​ໄວ້​ສຳລັບ​ການ​ບໍລິຫານ​ສະໜາມ​ບິນ​ນຳ​ອີກ.

ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ວ່າ: ລັດຖະບານ​ຍີ່ປຸ່ນ​ຫລຸດ​ຄ່າ​ທຳນຽມ​ການ​ລົງ​ຈອດ​ຢູ່​ສະໜາມ​ບິນ​ມູນ​ຄ່າ​ສູງ​ເຖິງ 1,25 ໝື່ນ​ລ້ານ​ເຢນ ​ເພື່​ອ​ແບ່ງ​ເບົາ​ພາລະ​ທາງ​ການ​ເງິນ​ໃຫ້​ບັນດາ​ຜູ້​ປະກອບ​ການ​ສາຍ​ການບິນ ​ເນື່ອງ​ຈາກ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19. ທັງ​ນີ້ ຄາດ​ວ່າ​ມາດ​ຕະການ​ດັ່ງກ່າວ​ຈະ​ໃຊ້​ກັບ​ສະໜາມ​ບິນ 14 ​ແຫ່ງ​ທີ່​ດຳ​ເນີນ​ການ​ໂດຍ​ລັດຖະບານ.

ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80% - 3 - ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%
ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80% - 4 - ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%
ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80% - 5 - ຍີ່ປຸ່ນເລັ່ງຫລຸດພາສີເຊື້ອໄຟເຮືອບິນ 80%