ເນື້ອທີ່ປ່າອາເມຊອນຖືກທຳລາຍຫລາຍທີ່ສຸດໃນຮອບ 12 ປີ ເນື້ອທີ່ເສຍຫາຍເພີ່ມຂຶ້ນ 9,5% ຈາກປີ 2019
ທາງການບຣາຊິລລາຍງານກ່ຽວກັບສະຖານະການການຕັດໄມ້ທຳລາຍປ່າປະຈຳປີນີ້ພົບວ່າ: ເນື້ອທີ່ປ່າອາເມຊອນຖືກຕັດໄມ້ທຳລາຍປ່າໄປຫລາຍທີ່ສຸດໃນຮອບ 12 ປີ ນັບແຕ່ປີ 2008 ໂດຍມີເນື້ອທີ່ເສຍຫາຍຫລາຍກວ່າ 11.088 ຕາກິໂລແມັດ ໃນໄລຍະເດືອນສິງຫາ 2019 ຫາເດືອນກໍລະກົດ 2020 ເຊິ່ງເພີ່ມຂຶ້ນຈາກປີກ່ອນເຖິງ 9,5%.
ເຫດຜົນສຳຄັນທີ່ເຮັດໃຫ້ເນື້ອທີ່ປ່າອາເມຊອນທີ່ເປັນບ່ອນຢູ່ອາໄສຂອງພືດ ແລະ ສັດຫລາຍກວ່າ 3 ລ້ານຊະນິດ ແລະ ຊົນພື້ນເມືອງເກືອບ 1 ລ້ານຄົນຄື: ແນວນະໂຍບາຍທີ່ເນັ້ນການພັດທະນາຫລາຍກວ່າອະນຸລັກຂອງປະທານາທິບໍດີ ຢາອີ ໂບລໂຊນາຣູ ຂອງບຣາຊິລ ໂດຍຈາກການລາຍງານກ່ຽວກັບຄວາມເສຍຫາຍຂອງເນື້ອທີ່ປ່າອາເມຊອນໃນປີ 2018 ກ່ອນໜ້າທີ່ທ່ານຈະຂຶ້ນດຳລົງຕຳແໜ່ງຜູ້ນໍາປະເທດ ເນື້ອທີ່ຄວາມເສຍຫາຍມີ 7.536 ຕາກິໂລແມັດ.
ບຣາຊິລນອກຈາກຜະເຊີນບັນຫາການລັກລອບຕັດໄມ້ທຳລາຍປ່າ ແລະ ບັນຫາໄຟໄໝ້ປ່າຊ້ຳເຮື້ອແລ້ວ, ບຣາຊິລຍັງເປັນໜຶ່ງໃນປະເທດທີ່ຍັງມີສະຖານະການການແຜ່ລະບາດຂອງໂຄວິດ-19 ອ່າວຮຸນແຮງ ພົບຜູ້ຕິດເຊື້ອເພີ່ມປະມານ 1-2 ໝື່ນຄົນຕໍ່ວັນ, ມີຜູ້ຕິດເຊື້ອສະສົມ 6.335.878 ຄົນ, ເສຍຊີວິດແລ້ວຫລາຍກວ່າ 1,7 ແສນຄົນ ຖືເປັນວິກິດທີ່ຊ້ອນທັບ ແລະ ທ້າທາຍການບໍລິຫານຂອງລັດຖະບານບຣາຊິລຊຸດປັດຈຸບັນ.