ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - 147 - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - kitchen vibe - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23

ໃນວັນທີ 1 ທັນວານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ Vivian Balakrishnan ລັດຖະມົນຕີຕ່າງປະເທດ ສິງກະໂປ ແລະ ທ່ານ Josep Borrell ຮອງປະທານຄະນະກຳມາທິການເອີຣົບ, ຜູ້ຕາງໜ້າລະດັບສູງດ້ານວຽກງານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງອີຢູ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - 741 300x184 - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ອີຢູ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ວ່າດ້ວຍພະຍາດໂຄວິດ-19 ໃນເດືອນມີນາຜ່ານມາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ອີຢູ ໄລຍະ 2018-2022 ເຊິ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີຈະສືບຕໍ່ຮ່ວມມືກັນ: ດ້ານສາທາລະນະສຸກ ຈະສຸມໃສ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງການຄົ້ນຄວ້າ-ພັດທະນາ (R&D) ແລະ ຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນການເຂົ້າເຖິງ ແລະ ການສາມາດຈັດຊື້ໃນລາຄາທີ່ເໝາະສົມໃນເວລາທີ່ມີຢາວັກແຊັງດັ່ງກ່າວແລ້ວ; ການຟື້ນຟູເສດຖະກິດຮອບດ້ານຫລັງໂຄວິດ-19; ຊ່ວຍການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ ແລະ ການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ບັນຫາແຫລມເກົາຫລີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ລັດຣະຄາຍ (ມຽນມາ), ການຈັດຕັ້ງປະຕິບັດບັນດາເອກະສານແນວຄວາມຄິດອິນໂດ-ປາຊີຟິກຂອງອາຊຽນ ແລະ ອື່ນໆ.

ຄຽງຄູ່ກັບການປະກອບຄໍາເຫັນຕໍ່ການຮ່ວມມື ອາຊຽນ-ອີຢູ, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ຖືໂອກາດນີ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ອີຢູ ຄົບຮອບ 45 ປີ ໃນປີ 2020 ນີ້ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນ ຊ່ວຍເຫລືອຂອງ ອີຢູ ໃຫ້ແກ່ ສປປ ລາວ ເປັນຕົ້ນ: ຂະແໜງການສາທາລະນະສຸກ, ຂະແໜງປູກຝັງ-ລ້ຽງສັດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ເຊິ່ງທັງໝົດນີ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດມາ.

ກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງຕໍ່ໄປ (ຄັ້ງທີ 24) ຈະຈັດຂຶ້ນໃນທ້າຍປີ 2022 ທີ່ ບຣຸກແຊນ ປະເທດແບນຊິກ (ສຳນັກງານໃຫຍ່ອີຢູ).

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - 5 - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - 3 - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23 - 4 - ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23