ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ

ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ - Screen Shot 2020 11 30 at 10 - ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ
ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ - kitchen vibe - ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ

ຊາວ​ຍີ່ປຸ່ນ​ແຕກ​ຕື່ນ​ຫລັງ​ລູກ​ໄຟ​ຕົກລົງ​ມາ​ຈາກ​ທ້ອງຟ້າ, ຜູ້​ຊ່ຽວຊານ​ຄາດ​ເປັນ​ຊິ້ນສ່ວນ​ອຸກກາບາດ​ຕົກລົງ​ມາ​ພື້ນ​ໂລກ.

ຢູ່​ປະ​ເທດ​ຍີ່ປຸ່ນ​ພົບ​ປາກົດການ​ທີ່​ຫາ​ເບິ່ງ​ໄດ້​ຍາກ​ເກີດ​ຂຶ້ນ ​ເມື່ອ​ມີ​ລູກ​ໄຟ​ຕົກລົງ​ມາ​ຈາກ​ທ້ອງຟ້າ​ໃນ​ຫລາຍ​ເມືອງ​ຂອງ​ປະ​ເທດ ​ເຊັ່ນ​ເມືອງ​ໂອຊາ​ກາ, ນາ​ໂກ​ຢາ ​ແລະ ກິ​ຟຸ.

ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ - Visit Laos Visit SALANA BOUTIQUE HOTEL - ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ

ປາກົດການ​ທີ່​ເກີດ​ຂຶ້ນນີ້​ເຮັດ​​ໃຫ້​ຊາວ​ຍີ່ປຸ່ນ ຜູ້​ອາ​ໄສ​ຢູ່​ພື້ນທີ່​ເຫລົ່ານັ້ນຕ່າງ​ພາກັນ​ແຕກ​ຕື່ນ ຫລັງ​ເຫັນ​ລູກ​ໄຟ​ຕົກລົງ​ມາ​ຈາກ​ທ້ອງຟ້າ ​ໂດຍ​ລູກ​ໄຟ​ໄດ້​ຕົກລົງ​ມາ​ຢ່າງ​ວ່ອງ​ໄວ​ຜ່ານ​ຊັ້ນບັນຍາກາດ​ຂອງ​ໂລກ.

ຜູ້​ເບິ່ງ​ແຍງ​ພິພິທະ​ພັນ​ຮາຣາສິກະ ​ແຂວງ​ຄາ​ນາ​ກາ​ວາ ​ເຊິ່ງ​ເປັນ​ຜູ້​ເຫັນ​ປາກົດການ​ດັ່ງກ່າວ ບອກ​ວ່າ: ລູກ​ໄຟ​ທີ່​ຕົກລົງ​ມາ​ຈາກ​ທ້ອງຟ້າ​ສະຫວ່າງ​ປານ​ດວງ​ຈັນ​ເຕັມ​ດວງ​ໃນ​ຊ່ວ​ງ​ເວລາ​ສັ້ນໆ.

ສ່ວນ​ຜູ້​ຊ່ຽວຊານ ສະ​ແດງ​ຄວາມ​ເຫັນ​ວ່າ: ​ແສງ​ຂອງ​ລູກ​ໄຟ​ທີ່​ເກີດ​ຂຶ້ນນັ້ນ ​ເປັນ​ໄປ​ໄດ້​ວ່າ​ອາດ​ເປັນ​ອຸກກາບາດ​ຊິ້ນສ່ວນ​ນ້ອຍໆ​ທີ່​ຕົກລົງ​ມາ​ໃນ​ພື້ນ​ໂລກ.

ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ - 3 - ຊາວຍີ່ປຸ່ນ “ແຕກຕື່ນ” ຫລັງລູກໄຟຕົກລົງມາຈາກທ້ອງຟ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!