EU ແລະ ASEAN ເຫັນດີເປັນຄູ່ຮ່ວມມືຍຸດທະສາດນຳກັນ
ເມື່ອວັນທີ 1 ທັນວານີ້, ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນທ່ານ Heiko Maas ກ່າວຖະແຫຼງວ່າ ສະຫະພັນເອີຣົບ ແລະ ປະຊາຄົມອາຊຽນ ໄດ້ເຫັນດີຍົກລະດັບການພົວພັນຂຶ້ນເປັນ ” ຄູ່ຮ່ວມມືຍຸດທະສາດ “.
ທ່ານ Heiko Maas ກ່າວຖະແຫຼງພາຍຫຼັງກອງປະຊຸມທາງໄກກັບອາຊຽນສຳເລັດລົງວ່າ “ໂດຍເປັນຄູ່ຮ່ວມມືທາງເສດຖະກິດທີ່ໃກ້ສິດ, ພວກເຮົາໄດ້ພ້ອມກັນປົກປັກຮັກສາເສັ້ນທາງການຄ້າທີ່ເປີດກວ້າງ ແລະ ປອດໄພ, ມີການເຄື່ອນໄຫວການຄ້າແບບເສລີ, ສະເໝີພາບ. ພວກເຮົາໄດ້ພ້ອມກັນເປັນຕົວແທນໃຫ້ຫຼາຍກວ່າ 1 ຕື້ຄົນ ແລະ ກວມເອົາ 25% ຂອງກຳລັງແຮງທາງດ້ານເສດຖະກິດໃນທົ່ວໂລກ. ພວກເຮົາໄດ້ເປັນສຽງສ່ວນໃຫ່ຍໃນໂລກນີ້”
ສະຫະພາບເອີຣົບ ປະກອບດ້ວຍ 27 ຊາດສະມາຊິກ ໃນຂະນະທີ່ປະຊາຄົມອາຊຽນມີ 10 ຊາດສະມາຊິກ.
ກ່ອນໜ້ານີ້ 2 ອາທິດ, 10 ປະເທດສະມາຊິກອາຊຽນໄດ້ພ້ອມກັບຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອອສຕາລີ ແລະ ນິວຊີແລນກໍໄດ້ລົງນາມໃນສັນຍາວ່າດ້ວຍການເປັນຄູ່ຮ່ວມມືຮອບດ້ານໃນພາກພື້ນແລ້ວ(RCEP).
RCEP ຖືໄດ້ວ່າເປັນສົນທິສັນຍາທາງການຄ້າໃຫ່ຍທີ່ສຸດຂອງໂລກ, ກວມເອົາເກືອບ 1/3 ຂອງປະຊາກອນໂລກ ແລະ ປະມານ 30% ຂອງ GDP ໂລກ.
ຂ້າຫຼວງໃຫ່ຍທາງການຄ້າຂອງ EU ທ່ານ Valdis Dombrovskis ກ່າວວ່າ ຂົງເຂດອາຊຽນເປັນຄູ່ຮ່ວມມືທາງດ້ານເສດຖະກິດ ແລະ ການເມືອງທີ່ສຳຄັນຂອງ EU.