ຈີນ ແລະ ເກົາຫຼີໃຕ້ ຖົກຖຽງກັນເລື່ອງ “ກິມຈິ”
ສັງຄົມອອນລາຍຂອງຈີນ ແລະ ເກົາຫຼີໃຕ້ ຖົກຖຽງກັນຢ່າງຮຸນແຮງກ່ຽວກັບເລື່ອງ ອາຫານເຍື່ອງໜຶ່ງຂອງຈີນທີ່ຄືກັນກັບ “ກີມຈິ” ຂອງເກົາຫຼີໃຕ້ ທີ່ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ.
ຫວ່າງບໍ່ດົນມານີ້, ຈີນໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ(ISO) ໃຫ້ແກ່ ” ປາວກາຍ” ເປັນອາຫານເຍື່ອງໜຶ່ງທີ່ເຮັດດ້ວຍຜັກດອງທີ່ມີຕົ້ນກຳເນີດຢູ່ທີ່ ເສສວນ.
“ກີມຈິ” ແມ່ນອາຫານປະຈຳຊາດຂອງ ເກົາຫຼີໃຕ້ ມາແຕ່ດົນນານ ຊຶ່ງຖືກປຸງແຕ່ງຈາກຜັກ ແລະ ຫົວຜັກຊະນິດຕ່າງໆເຊັ່ນ: ຜັກກາດຂາວ, ຂີງ ແລະ ໝາກເຜັດ.
ທັນທີທັນໃດສື່ສັງຄົມອອນລາຍຂອງເກົາຫຼີໃຕ້ກໍໄດ້ອອກມາໂຕ້ວ່າ ” ສຳນັກຂ່າວທົ່ວໂລກ”ຂອງຈີນໄດ້ມີຄວາມພະຍາຍາມ ຍາດເອົາເຍື່ອງອາຫານທີ່ເຮັດດ້ວຍຜັກຊະນິດຕ່າງໆຂອງເກົາຫຼີໃຕ້ ໃຫ້ກາຍເປັນ “ປາວກາຍ” ຂອງຈີນ ວ່າມີຕົ້ນກຳເນີດຈາກຈີນນັ້ນ “ມັນເປັນພຶດຕິກຳ ປຸ້ນສະດົມເອົາວັດທະນະທຳຂອງພວກເຮົາ” ຊາວເພດເກົາຫຼີໃຕ້ຄົນໜຶ່ງຂຽນລົງໃນ Naver.com.
ຊາວເພດ ຄົນໜຶ່ງຂອງເກົາຫຼີໃຕ້ ກໍຂຽນຢໍ້າອີກວ່າ: ” ຂ້ອຍອ່ານພົບເລື່ອງຂອງຈີນ ທີ່ພວກເຂົາອ້າງວ່າ “ກີມຈິ” ເປັນຂອງພວກເຂົານັ້ນ ແມ່ນບໍ່ມີມູນຄວາມຈິງ. ຂ້ອຍມີຄວາມເປັນຫ່ວງວ່າ ບໍ່ສະເພາະແຕ່ພວກເຂົາຈະລັກເອົາ “ກີມຈິ” ເທົ່ານັ້ນ ແຕ່ຫາກຍັງຈະລັກເອົາ “ຮານບ໊ອກ” ແລະ ອັນອື່ນໆ ຕື່ມອີກ”
ນອກຈາກນັ້ນແລ້ວ ຍັງມີສື່ມວນຊົນຫຼາຍສື່ຂອງເກົາຫຼີໃຕ້ອອກມາໂຕ້ຈີນວ່າ ” ເຂົາມີຄວາມພະຍາຍາມຄອບຄອງໂລກ”, ບາງສື່ກໍເວົ້າວ່າ ຈີນ ກຳລັງປະຕິບັດເຈດຕະນາລົມ ” ບັງຄັບເສດຖະກິກໂລກ ”
ສ່ວນຊາວເນັດຂອງຈີນກໍປະກາດວ່າ “ກີມຈິ” ເປັນອາຫານພື້ນເມືອງຂອງພວກເຂົາ, “ກີມຈິ”ທີ່ບໍລິໂພກຢູ່ເກົາຫຼີໃຕ້ນັ້ນ ລ້ວນແຕ່ແມ່ນຜະລິດຢູ່ຈີນ. ຊາວເນັດຄົນໜຶ່ງຂອງຈີນກ່າວວ່າ ” ແມ່ນແຕ່ການອອກສຽງ “ກີມຈິ” ກໍແມ່ນທຳນອງຈີນແລ້ວ ບໍ່ມີຫຍັງຕ້ອງສົງໄສອີກ ”
ກະຊວງກະສິກຳຂອງເກົາຫຼີໃຕ້ ເມື່ອວັນທີ 29 ພະຈິກ ກ່າວວ່າ ໃບຮັບຮອງມາດຕະຖານສາກົນນັ້ນແມ່ນຮັບຮອງໃຫ້ກັບ “ປາວກາຍ” ຫາກບໍ່ແມ່ນໃຫ້ກັບ “ກີມຈິ” ຂອງເກົາຫຼີໃຕ້.
ການທີ່ “ປາວກາຍ” ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນນັ້ນ ຖ້າບໍ່ຈຳແນກກັບ “ກີມຈິ ” ແມ່ນບໍ່ຖືກຕ້ອງທີ່ສຸດ.