ທີ່ປຶກສາທິມງານຮັບຜິດຊອບ ໂຄວິດ-19 ຂອງ ທຣຳ ລາອອກຈາກຕຳແໜ່ງ
December 2, 2020 - 11:04 AM
ທ່ານ ປອ Scott Atlas ເປັນໜຶ່ງໃນສະມາຊິກຮັບຜິດຊອບເລື່ອງໂຄວິດ-19 ຂອງທຳນຽບຂາວ ໄດ້ຍື່ນໃບລາອອກໃນວັນທີ 30 ພະຈິກທີ່ຜ່ານມາ ກ່ອນຈະໝົດວາລະໃນອາທິດນີ້.
ທ່ານ ປອ Scott Scott Atlas ເປັນຜູ້ຊ່ຽວຊານທາງດ້ານປະສາດວິທະຍາ ໂດຍບໍ່ມີຄວາມຮູ້ກ່ຽວກັບພະຍາດຕິດຕໍ່ ໄດ້ເຂົ້າເຮັດວຽກຢູ່ໃນທຳນຽບຂາວແຕ່ເດືອນສິງຫາປີນີ້ເປັນຕົ້ນມາ ໃນນາມເປັນວິຊາການຂອງລັດຖະບານ ຕາມວາລະ 130 ວັນ.
ທ່ານ Scott Atlas ຖືກວິພາກວິຈານຍ້ອນເຂົາມີທັດສະນະຖືເບົາການໃສ່ໜ້າກາກອະນາໄມ ແລະ ທັດສະນະບໍ່ “ປ້ອງກັນການແຜ່ເຊື້ອໃນຊຸມຊົນ”.
ທ່ານ ປອ Anthony Fauci, ຜູ້ອຳນວຍການສູນພູມແພ້ ແລະ ພະຍາດຕິດຕໍ່ແຫ່ງຊາດຂອງສະຫະລັດ ໃນລະຫວ່າງເດືອນກັນຍາຜ່ານມາ ບອກວ່າທ່ານ Atlas ໃຫ້ຂໍ້ມູນ ໂຄວິດ-19 ຜິດພາດຕໍ່ທຣຳ.