ບິວ ເກດ ຍັງຮັກສາອັນດັບ 1 ມະຫາເສດຖີໂລກ 4 ປີຕິດຕໍ່ກັນ ມີຊັບສິນ 86.000 ລ້ານໂດລາສະຫະລັດ

- kitchen vibe - ບິວ ເກດ ຍັງຮັກສາອັນດັບ 1 ມະຫາເສດຖີໂລກ 4 ປີຕິດຕໍ່ກັນ ມີຊັບສິນ 86.000 ລ້ານໂດລາສະຫະລັດ

- combination photo bill gates warren buffett jeff bezos amancio ortega mark zuckerberg larry ellison carlos slim michael bloomberg 300x220 - ບິວ ເກດ ຍັງຮັກສາອັນດັບ 1 ມະຫາເສດຖີໂລກ 4 ປີຕິດຕໍ່ກັນ ມີຊັບສິນ 86.000 ລ້ານໂດລາສະຫະລັດ
     ບິ​ວ ​ເກດ ຜູ້​ສ້າງຕັ້ງ​ໄມ​ໂຄຣ​ຊອບ ຕິດ​ອັນ​ດັບ 1 ບຸກຄົນ​ທີ່​ຮັ່ງມີ​ທີ່​ສຸດ​ໃນ​ໂລກ ຈາກ​ການຈັດ​ອັນ​ດັບ​ຂອງ​ວາລະສານ​ຟອບ ​ເປັນ​ປີ​ທີ 4 ຕິດ​ຕໍ່​ກັນ ​ໂດຍ​ການ​ຖື​ຄອງ​ຊັບ​ສິນ 86.000 ລ້ານ​ໂດ​ລາ​ສະຫະລັດ.

ວາລະສານຟອບ ເປີດເຜີຍລາຍງານການສຳຫລວດບຸກຄົນທີ່ມີຖານະຮັ່ງມີທີ່ສຸດໃນໂລກປະຈຳປີ 2017 ປາກົດ ວ່າ: ອັນ​ດັບ 1 ​ເປັນ​ຂອງ​ທ່ານ ບິ​ວ ​ເກດ ມະຫາ​ເສດຖີ​ຊາວ​ອາ​ເມ​ລິ​ກາ ຜູ້​ຮ່ວມ​ສ້າງຕັ້ງບໍລິສັດ​ໄມ​ໂຄຣຊອບ ດ້ວຍ​ມູນ​ຄ່າ​ ຊັບ​ສິນ​ປະມານ 86.000 ລ້ານ​ໂດ​ລາ​ສະຫະລັດ ຖື​ເປັນ​ປີ​ທີ 4 ຕິດ​ຕໍ່​ກັນ​ແລ້ວ​ທີ່​ທ່ານ ບິ​ວ​ ​ເກດ ຢູ່​ໃນ​ຕຳ​ແໜ່​ງອະພິ​ມະຫາ​ ​ເສດຖີ​ຂອງ​ໂລກ, ສ່ວນ​ອັນ​ດັບ 2 ​ເປັນ​ຂອງ​ທ່ານ ວໍ​ເຣນ ບັບ​ເຟດ ປະທານ​ບໍລິສັດ​ດ້ານ​ການ​ລົງທຶນ​ເບິຣກ​ເຊຍ ຮາ​ທາ​ເວ ດ້ວຍ​ມູນ​ຄ່າ​ຊັບ​ສິນ 75.600 ລ້ານ​ໂດ​ລາ​ສະຫະລັດ, ຖັດມາ​ແມ່ນ​ອັນ​ດັບ 3 ​ເປັນ​ຂອງ​ທ່ານ ​ເຈ​ບ ​ເບ​ຊໍ​ ຜູ້​ສ້າງຕັ້ງອະ​ເມ ຊອນ.

- Visit Laos Visit SALANA BOUTIQUE HOTEL - ບິວ ເກດ ຍັງຮັກສາອັນດັບ 1 ມະຫາເສດຖີໂລກ 4 ປີຕິດຕໍ່ກັນ ມີຊັບສິນ 86.000 ລ້ານໂດລາສະຫະລັດ

ອັນ​ດັບ 5 ມີ 2 ຄົນ ຄື​ທ່ານ ມາຣກ ຊັດ​ເກີ​ເບິຣກ ຜູ້​ສ້າງຕັ້ງ​ເຟສບຸກ ​ແລະ ທ່ານ ອາ​ມານ​ຊິ​ໂອ ອໍ​ເຕກາ ຈາກ​ແອັດ ສະ​ປາຍ ​ເຈົ້າຂອງ​ທຸລະ​ກິດ​ເຄື່ອງ​ແຕ່ງ​ກາຍ​ຊາຣາ, ອັນ​ດັບ 6 ທ່ານ ຄາຣລໍ​ ສະ​ລິ​ມ ​ເຈົ້າຂອງ​ທຸລະ​ກິດ​ສື່ສານ​ໂທລະ​ຄົມ ມະ​ນາ​ຄົມ​ຈາ​ກ​​ເມັກ​ຊິກ, ອັນ​ດັບ 7 ທ່ານ ​ແລຣີ ​ເອວລິ​ສັນ ຜູ້​ຮ່ວມ​ສ້າງຕັ້ງອໍຣາ​ເຄິລ, ອັນ​ດັບ 8 ​ແລະ 9 ​ເປັນ​ຂອງ​ອ້າຍ​ນ້ອງ ຄອດ ຄື​ທ່ານ ຊາວ ​ແລະ ​ທ່ານ ​ເດ​ວິດ, ອັນ​ດັບ​ທີ 10 ​ເປັນ​ຂອງ​ທ່ານ ​ໄມ​ເຄິລ ບລູມ​ເບີກ ອະດີດ​​ເຈົ້າຄອງ​ນະຄອນ​ ນິວຢ໋ອກ ​ແລະ ຜູ້​ສ້າງຕັ້ງສຳນັກ​ຂ່າວ​ບລູມ​ເບີກ.

ຟອບລາຍ​ງານ​ວ່າ: ປະຊາກອນ​ຂອງ​ມະຫາ​ເສດຖີ​ພັນ​ລ້ານ​ຂອງ​ໂລກ​ເພີ່ມ​ຂຶ້ນ 13% ຈາກ​ປີຜ່ານມາ ​ເປັນ 2.043 ຄົນ​ໃນ​ປີ​ນີ້ ຖື​ເປັນ​ການ​ເພີ່ມ​ຈຳນວນ​ມະຫາ​ເສດຖີ​ຫລາຍ​ທີ່​ສຸດ​ໃນ​ຮອບ 31 ປີ​ຂອງ​ການ​ສຳ​ຫລວດ​ປະຈຳ​ປີ​ຂອງ​ຟອບ ນັບ​ແຕ່​ເລີ່​ມ​ເຮັດ​ມາ ​ໂດຍ​ມີ​ສະຫະລັດ​ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ພັນ​ລ້ານ​ໂດ​ລາ​ຫລາຍ​ທີ່​ສຸດ 656 ຄົນ ສາ ​ເຫດ​ມາ​ຈາກ​ມູນ​ຄ່າ​ທີ່​ເພີ່ມ​ຂຶ້ນຂອງ​ຕະຫລາດ​ຫຸ້ນ​ອາ​ເມ​ລິ​ກາ ນັບ​ແຕ່​ທ່ານ ​ໂດ​ນັນ ທຣຳ ​ເຂົ້າຮັບ​ຕຳ​ແໜ່​ງປະທານາທິບໍດີ ສະຫະລັດ​ອາ​ເມ​ລິ​ກາ ຈາກ​ຜົນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ​ປີຜ່ານມາ, ຖັດມາ​ແມ່ນ​ປະ​ເທດ​ຈີນ 319 ຄົນ ​ແລະ ​ເຢຍ ລະ​ມັນ 114 ຄົນ.

ການຈັດ​ອັນ​ດັບ​ອະພິ​ມະຫາ​ເສດຖີ​ໂລກ​ປະຈຳ​ປີ​ນີ້​ຈະ​ຕ້ອງ​ມີ​ຊັບ​ສິນ​ຢ່າງ​ໜ້ອຍ 3.700 ລ້ານ​ໂດ​ລາ​ສະຫະລັດ ​ຈຶ່ງຈະ ​ເຂົ້າຢູ່​ໃນ 500 ອັນ​ດັບ​ໄດ້.

- 5 - ບິວ ເກດ ຍັງຮັກສາອັນດັບ 1 ມະຫາເສດຖີໂລກ 4 ປີຕິດຕໍ່ກັນ ມີຊັບສິນ 86.000 ລ້ານໂດລາສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!