ການຊ່ວຍເຫລືອບັນເທົາທຸກ ແລະ ສະໜອງເລືອດໃຫ້ກັບປະຊາຊົນ ເປັນໜ້າທີ່ຕົ້ນຕໍຂອງອົງການກາແດງລາວ
ໃນວັນທີ 30 ທັນວາ 2020 ອົງການກາແດງລາວ ໄດ້ຈັດ ພິທີເຜີຍແຜ່ພາລະບົດບາດຂອງຂະບວນການກາແດງ ແລະ ກົດໝາຍວ່າດ້ວຍວຽກງານອົງການກາແດງລາວ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ແຂວງ ບໍລິຄຳໄຊ. ພາຍໃຕ້ການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ມີບັນດາ ຫົວໜ້າພະແນກການຕ່າງໆພາຍໃນແຂວງ, ພະນັກງານວິຊາການ ແລະ ພະນັກງານກາແດງ ເຂົ້າຮ່ວມຈຳນວນ 248 ທ່ານ, ຍິງ 104 ທ່ານ ໃນພິທີ ທ່ານ ພອນຄຳ ແກ້ວວິໄລ ຫົວໜ້າກອງໂຄສະນາ ແລະ ຂົນຂວາຍການກຸສົນອົງການກາແດງລາວ ໄດ້ຫວນຄືນປະຫວັດອົງການກາແດງລາວ, 7 ຫຼັກການພື້ນຖານຂອງຂະບວນການກາແດງສາກົນ, ພາລະບົດບາດ ແລະ ການນຳໃຊ້ເຄື່ອງໝາຍກາແດງ, ອົງການກາແດງລາວລວມມີ 9 ໜ້າວຽກຫຼັກຄືດັ່ງນີ້: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການບໍລິຈາກເລືອດ – ສະໜອງເລືອດປອດໄພ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາ ແລະ ຂົນຂວາຍແຫຼ່ງທຶນ, ການສ້າງອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ,ການພົວພັນ ແລະ ຮ່ວມມືສາກົນ, ນອກຈາກນັ້ນ ຍັງໄດ້ຊີ້ໃຫ້ເຫັນຄວາມສະດວກ, ສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງອົງການກາແດງລາວໃນໄລຍະຜ່ານມາ ໂດຍສະເພາະວຽກງານບໍລິຈາກເລືອດ ເປັນສິ່ງຈຳເປັນ ແລະ ທ້າທາຍໂດຍສະເພາະງົບປະມານຕ່າງໆ ທຸກພາກສ່ວນໃນສັງຄົມຄວນມີສ່ວນຮ່ວມ, ໃຫ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫຼືອໃນການໂຄສະນາປຸກລະດົມ, ປູກຈິດສຳນຶກ, ໃຫ້ຄວາມຮູ້ແກ່ສັງຄົມມີສ່ວນຮ່ວມໃນການບໍລິຈາກເລືອດໃຫ້ຫຼາຍຂຶ້ນ; ວຽກງານໂຄສະນາຊອກຫາແຫຼ່ງທຶນ ຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າໃຫ້ຄວາມສຳຄັນໃນການປະກອບສ່ວນ ຊອກຫາວິທີການປຸກລະດົມດ້ວຍຫຼາຍຮູບແບບ, ພ້ອມທັງມີການສະຫຼຸບຕີລາຄາ, ວຽກງານພົວພັນຕ່າງປະເທດ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ກົດໝາຍວ່າດ້ວຍວຽກງານອົງການກາແດງລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີປະສິດທິພາບ ເພື່ອແນໃສ່ໃຫ້ການຊ່ວຍເຫຼືອປະຊາຊົນ ໄດ້ຢ່າງທັນການ, ທົ່ວເຖິງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນຕອນທ້າຍ ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ ກໍ່ໄດ້ປະກອບຄຳເຫັນໃສ່ ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນໃນດ້ານງົບປະມານໃນການໃຊ້ຈ່າຍໃນວຽກງານຂອງອົງການກາແດງລາວ ເພື່ອລົງຄື່ອນໄຫວໃນວຽກງານຕ່າງໆເປັນຕົ້ນແມ່ນວຽກງານການບໍລິຈາກເລືອດ, ການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ທ່ານຍັງໄດ້ປຸກລະດົມພະນັກງານໃຫ້ມີຄວາມເອົາໃຈໃສ່ໃນວຽກງານກາແດງ ໃຫ້ຫຼາຍຂຶ້ນກວ່າເກົ່າ.