ສະຫະຣາຊະອານາຈັກອະນຸຍາດໃຫ້ນຳໃຊ້ວັກຊີນຕ້ານໂຄວິດ-19 Pfizer-BioNTech ປະເທດທຳອິດຂອງໂລກ ເລີ່ມຕົ້ນອາທິດໜ້າ
December 3, 2020 - 8:20 AM

ທາງການສະຫະຣາຊະອານາຈັກກາຍເປັນປະເທດທຳອິດໃນໂລກທີ່ອະນຸຍາດໃຫ້ມີການໃຊ້ວັກຊີນຕ້ານໂຄວິດ-9 ໃນວົງກວ້າງເປັນຄັ້ງທຳອິດ (For Widespread Use) ໂດຍວັກຊີນຕ້ານໂຄວິດ-19 ຈາກ Pfizer-BioNTech ທີ່ມີຄວາມປອດໄພສູງ ແລະ ມີປະສິດທິພາບຕ້ານໂຄວິດ-19 ສູງເຖິງ 95% ຈະເລີ່ມນຳໃຊ້ຢູ່ສະຫະຣາຊະອານາຈັກ ນັບແຕ່ອາທິດໜ້າເປັນຕົ້ນໄປ.
ເບື້ອງຕົ້ນສະຫະຣາຊະອານາຈັກໄດ້ສັ່ງຈອງວັກຊີນຕ້ານໂຄວິດ-19 ຈາກ Pfizer-BioNTech ຈຳນວນ 40 ລ້ານໂດສ ເຊິ່ງພຽງພໍຕໍ່ຈຳນວນຜູ້ທີ່ຕ້ອງການຮັບວັກຊີນ 20 ລ້ານຄົນ ໂດຍວັກຊີນຈຳນວນທຳອິດ 8 ແສນໂດສ ຈະເດີນທາງຮອດສະຫະຣາຊະອານາຈັກໃນອີກບໍ່ເທົ່າໃດຊົ່ວໂມງຕໍ່ໜ້າ.