ພຽງ 2 ຊົ່ວໂມງຫາເງິນໄດ້ຕັ້ງ ແສນ ດອນລາ
December 3, 2020 - 3:03 PM

ຖ້າຕັ້ງຄຳຖາມວ່າ ແມ່ນວຽກຫຍັງທີ່ມີຄວາມກົດດັນທີ່ສຸດ ແລະ ຫາເງິນໄດ້ຫຼາຍທີ່ສຸດໃນໂລກ? ຄຳຕອບກໍຄື ອາຊີບຂອງຜູ້ບັງຄັບບັນຊາການຂຶ້ນ- ລົງ ຂອງເຮືອບິນ.
ຢູ່ທີ່ສະໜາມບິນ Atlanta Hartsfield ທີ່ສະຫະລັດ ອາເມລິກາ ຊຶ່ງເປັນສະໜາມບິນທີ່ມີຜູ້ຄົນຫຼາຍທີ່ສຸດໃນໂລກ, ຜູ້ບັງຄັບບັນຊາການຂຶ້ນ-ລົງຂອງເຮືອບິນປະມານ 2.600 ຖ້ຽວ ຕໍ່ວັນ ນັ້ນ ຮຽກຮ້ອງໃຫ້ມສະຕິີບະວັງຕົວ, ຄວາມລະມັດລະວັງສູງທີ່ສຸດ ຖ້າຫາກຜິດພາດພຽງໜ້ອຍດຽວ ໄພພິນາດອາດຈະເກີດຂຶ້ນໄດ້ທຸກເວລາ. ຈຶ່ງກາຍເປັນອາຊີບທີ່ຫາເງິນໄດ້ຫຼາຍທີ່ສຸດໃນໂລກ.