ປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 3 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະ ຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແສງນວນ ໄຊຍະລາດ, ຄະນະເລ ຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍ ຕົວແທນໃຫ້ແກ່ສະມາຊິກກໍາມະບານ 227.718 ສະຫາຍ ໃນທົ່ວປະເທດ ເຂົ້າຮ່ວມ.
ໃນກອງປະຊຸມສະ ຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວໄດ້ກ່າວຄຳປາໃສເປີດກແງປະຊຸມວ່າ; ກອງປະຊຸມຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ຕົກລົງຫລາຍບັນຫາສໍາຄັນ ຄື: ບົດລາຍງານການເມືອງຂອງຄະນະບໍລິຫານງານກໍາມະບານລາວຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ຮ່າງກົດລະ ບຽບສະຫະພັນກໍາມະບານລາວ ສະໄໝທີ VIII, ຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VII, ພ້ອມນີ້ ຜູ້ແທນຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະ ໄໝທີ VIII ເພື່ອຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດນີ້ ພ້ອມຈະໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານລາວໃນຕໍ່ໜ້າ ຈາກ ສະຫາຍ ແສງນວນ ໄຊຍະລາດ.
ພ້ອມນີ້ ສະຫາຍປະທານສູນກາງສະຫະພັນກໍາ ມະບານລາວ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດພົ້ນເດັ່ນອີກຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆທີ່ຈະຕ້ອງໄດ້ປັບປຸງແກ້ໄຂ.ຊຶ່ງກອງປະຊຸມ ຈະດໍາເນີນໄປເປັນເວລາສອງວັນ.