ລັດຖະມົນຕີປະຈຳສຳນັກງານນາຍົກລົງຊຸກຍູ້ວຽກງານຢູ່ແຂວງເຊກອງ


ໃນວັນທີ 30 ມິຖຸນາຜ່ານມາ ນີ້, ທ່ານ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລະຖະມົນຕີ, ຫົວໜ້າຄະນະຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳລຸ່ມກົດໝາຍ ແລະ ຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີໄດ້ລົງຕິດຕາມ, ຊຸກຍູ້ຢູ່ແຂວງເຊກອງ.
+ ທ່ານນາຍົກລັດຖະມົນຕີໂອ້ລົມພະນັກງານການນໍາທີ່ສໍາເລັດການບໍາລຸງວຽກງານ ປກສ-ປກຊ ຊຸດທີ XIII
+ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ
ໃນການຈັດຕັ້ງປະຕິບັດ, ບັນດານິຕິກຳດັ່ງກ່າວໃຫ້ເປັນຮູບປະທຳຄື: ມະຕິເລກທີ 022/ຄບ ສພ, ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ໄຂພະຍາດອາດຍາສິດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມະຕິກອງປະຊຸມຄະນະລັດຖະ ບານຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາ ທ່ານເຈົ້າ ແຂວງຄັ້ງວັນທີ 13- 14 ມິຖຸນາ 2017, ຄຳສັ່ງຂອງ ນາຍົກລັດຖະມົນຕີເລກທີ 34/ ນຍ, ລົງວັນ ທີ 23 ສິງຫາ 2016 ວ່າດ້ວຍ ທິດທາງເປົ້າໝາຍ ແລະ ມາດຕະການສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວ ໜ່ວຍເຂັ້ມ ແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໃນຂົງເຂດເສດຖະກິດມີ 25 ສະບັບຄື: ຂໍ້ຕົກລົງ 3 ສະບັບ, ຄຳສັ່ງ 11ສະບັບ, ຄຳເນາະນຳ 2 ສະ ບັບ, ຄຳແນະນຳເພີ່ມເຕີມ 2 ສະບັບ, ຄຳສັ່ງແນະນຳ 4 ສະບັບ, ດຳລັດ 3 ສະບັບ; ໃນຂົງເຂດການປົກຄອງ ແລະ ຍຸຕິທຳ ມີ 8 ສະບັບຄື: ຂໍ້ຕົກລົງ 3 ສະບັບ, ຄຳສັ່ງ 1 ສະບັບ, ບົດແນະນຳ 1 ສະບັບ, ດຳລັດ 2 ສະບັບ, ມະຕິ 1 ສະບັບ ແລະ ໃນຂົງ ເຂດວັດທະນະທຳ-ສັງຄົມມີ 6 ສະບັບຄື: ຂໍ້ຕົກລົງ 3 ສະບັບ, ຄຳສັ່ງ 1 ສະບັບ, ດຳລັດ 1 ສະບັບ, ມະຕິ 1ສະບັບ; ພ້ອມທັງໄດ້ແນະນຳໃຫ້ອົງການປົກຄອງ ແຂວງ ເຊກອງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວ ຢ່າງກວ້າງຂວາງຢູ່ຂັ້ນພະແນກ, ຂັ້ນເມືອງຕະຫລອດຮອດຮາກຖານບ້ານ; ສຳລັບວິທີການ ແລະ ຮູບແບບການຈັດ ຕັ້ງຜັນຂະ ຫຍາຍຕ້ອງໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມ, ເຜີຍແຜ່ໃຫ້ ກົມກອງ ແລະ ຂະແໜງການສາຍຕັ້ງຂັ້ນລຸ່ມຂອງ ຕົນເອງ ຢ່າງມີຄວາມຮັບຜິດຊອບເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆຢູ່ຂັ້ນທ້ອງຖິ່ນ-ຮາກຖານໃຫ້ມີຄວາມຖືກ ຕ້ອງແທດເໝາະກັບສະພາບຄວາມເປັນຈິງ ຂອງການ ພັດທະນາເສດຖະກິດ-ສັງຄົມທັງເປັນມາດຕາການໃນການຈັດ ຕັ້ງປະຕິບັດວຽກງານ ຕ່າງໆໃຫ້ມີຄວາມເປັນເອກະພາບ ແລະ ປອດໃສ.