ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030

ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030 - https   s3 ap northeast 1 - ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030
ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030 - kitchen vibe - ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030

ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ​ຍີ່ປຸ່ນ ​ເປີດ​ເຜີຍ​ວ່າ: ກຳລັງ​ຢູ່​ລະຫວ່າງການ​ພິຈາລະນາ​ຫ້າມ​ການຈຳໜ່າຍ​ລົດຍົນ​ໃໝ່​ທີ່​ໃຊ້​ເຄື່ອງ​ຈັກ​ສັນ​ດາບ​ພາຍ​ໃນ ຫລື ລົດ​ທີ່​ໃຊ້​ນ້ຳມັນ​ແອັດ​ຊັງ ​ແລະ ກາ​ຊວນ​ເປັນ​ເຊື້ອ​ໄຟ ​ໂດຍ​ຕັ້ງ​ເປົ້າຊຸກຍູ້​ການ​ຂາຍ​ລົດຍົນ​ພະລັງງານ​ໄຮ​ບຣິດ ​ແລະ ລົດຍົນ​ໄຟຟ້າ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ແທນ ນັບ​ແຕ່​ກາງ​ປີ 2030.

ຄວາມ​ພະຍາຍາມ​ດັ່ງ​ກ່າວ​ເປັນ​ສ່ວນ​ໜຶ່ງ​ໃນ​ເປົ້າໝາຍ​ສຳຄັນ​ຂອງ​ລັດຖະບານ​ຍີ່ປຸ່ນ​ທີ່​ຕ້ອງການ​ຫລຸດ​ການ​ແຜ່​ກະຈາຍ​ແກັສກາກ​ບອນ ຫລື ​ແກັນ​ເຮືອນ​ແກ້ວ​ໃຫ້​ເປັນ​ສູນ​ພາຍ​ໃນ​ປີ 2050 ​ເຊິ່ງລັດຖະບານ​ຍີ່ປຸ່ນ​ກຽມ​ປະກາດ​ນະ​ໂຍບາຍ​ຊຸກຍູ້​ການ​ໃຊ້​ລົດຍົນ​ໄຟຟ້າ ພາຍຫລັງ​ກອງ​ປະຊຸມ​ຮ່ວມ​ກັບ​ກຸ່ມ​ຜູ້​ຊ່ຽວຊານ ​ແລະ ຜູ້​ບໍລິຫານ​ໃນ​ອຸດສາຫະກຳ​ລົດຍົນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ນີ້ ​ແລະ ຫລັງ​ຈາກ​ນັ້ນ ຈະ​ພິຈາລະນາ​ມາດ​ຕະການ​ຈິງ​ຈັງ​ໃນ​ການ​ປ່ຽນ​ຜ່ານ​ໄປ​ສູ່​ການ​ໃຊ້​ລົດຍົນ​ໄຮ​ບຣິດ ​ແລະ ລົດຍົນ​ພະລັງງານ​ໄຟຟ້າ​ຫລາຍ​ຍິ່ງ​ຂຶ້ນ.

ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030 - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030

ທັງ​ນີ້, ​ໃນ​ປີ 2018 ການ​ແຜ່​ກະຈາຍ​ແກັສກາກ​ບອນ 16% ຂອງ​ຍີ່​ປຸ່ນ ​ເກີດ​ຈາກ​ລົດຍົນ, ສ່ວນ​ເຮືອບິນ, ​ເຮືອ ​ແລະ ລົດ​ໄຟ​ນັ້ນ ມີ​ການ​ແຜ່​ກະຈາຍ​ແກັສກາກ​ບອນ​ ລວມ​ແລ້ວ​ບໍ່​ເກີນ 3%.

ຂະນະ​ທີ່​ປັດຈຸບັນ ບໍລິສັດ​ຜູ້​ຜະລິດ​ລົດຍົນ​ຄ້າຍ​ຕ່າງໆຂອງ​ຍີ່ປຸ່ນ ຕ່າງ​ໃຫ້​ຄຳ​ໝັ້ນຈະ​ປັບປຸງ​ປະສິດທິພາບ​ໃນ​ການ​ຫລຸດ​ການ​ແຜ່​ກະຈາຍ​ແກັສກາກ​ບອນ​ຂອງ​ລົດຍົນ​ໃຫ້​ໄດ້ 30% ພາຍ​ໃນ​ປີ​ງົບປະມານ 2030, ​ແຕ່​ຄາດ​ວ່າ​ລັດຖະບານ​ຍັງ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ທີ່​ເຂັ້ມງວດ​ເພີ່ມ​ຂຶ້ນ ​ເພື່ອ​ຊ່ວຍ​ໃຫ້​ບັນລຸ​ເປົ້າໝາຍ​ຫລຸດ​ການ​ແຜ່​ກະຈາຍ​ແກັສກາກ​ບອນ​​ໃຫ້​ເປັນ​ສູນ.

ທັງ​ນີ້, ນອກຈາກ​ຍີ່ປຸ່ນ​ແລ້ວ ລັດຖະບານ​ອັງກິດ​ກໍ​ກຽມ​ຫ້າມ​ການ​ຂາຍ​ລົດຍົນ​ໃໝ່​ທີ່​ໃຊ້​ນ້ຳມັນ​ໃນ​ປີ 2030 ກ່ອນ​ຈະ​ຫ້າມ​ການ​ຂາຍ​ລົດຍົນ​ພະລັງງານ​ໄຮບຣິດ​ໃນ​ປີ 2035.

ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030 - 5 - ຍີ່ປຸ່ນເລັ່ງຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນ ຕັ້ງເປົ້າໃຊ້ລົດໄຮບຣິດ-ໄຟຟ້າ ກາງປີ 2030
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!