3M ປັບໂຄງສ້າງອົງກອນ ຫລຸດພະລັງງານ 2.900 ຕຳແໜ່ງທົ່ວໂລກ
ບໍລິສັດ 3M ເຜີຍຕ້ອງປັບຕົວສຳລັບຍຸກຫລັງໂຄວິດ-19 ທີ່ຕ້ອງການການປ່ຽນແປງຢ່າງວ່ອງໄວ.
ວັນທີ 3 ທັນວານີ້, ມີລາຍງານວ່າ: 3M ຜູ້ຜະລິດສິນຄ້າລາຍໃຫຍ່ຂອງໂລກ ປະກາດແຜນຫລຸດຄ່າໃຊ້ຈ່າຍສຳລັບໄຕມາດທີ 4 ຂອງປີ 2020 ລວມທັງປີໜ້າ ໂດຍຄາດວ່າຈະມີພະນັກງານໄດ້ຮັບຜົນກະທົບປະມານ 2.900 ຕຳແໜ່ງທົ່ວໂລກ ເພື່ອຮອງຮັບການປ່ຽນແປງທີ່ວ່ອງໄວ ເຊິ່ງເປັນຜົນມາຈາກການລະບາດຂອງພະຍາດໂຄວິດ-19.
ທາງ 3M ຄາດວ່າການປັບໂຄງສ້າງຂອງອົງກອນຄັ້ງນີ້ຈະຊ່ວຍຫລຸດຄ່າໃຊ້ຈ່າຍໄດ້ສູງສຸດເຖິງ 350 ລ້ານໂດລາສະຫະລັດ.
ເຖິງວ່າສິນຄ້າບາງຊະນິດຈະເປັນທີ່ຕ້ອງການຫລາຍ ຍົກຕົວຢ່າງເຊັ່ນ: ຜ້າປິດປາກ N95 ທີ່ມີຄວາມຈຳເປັນຕ້ອງນຳໃຊ້ໃນທາງການແພດ, ແຕ່ຈາກການທີ່ບໍລິສັດມີຜະລິດຕະພັນຫລາກຫລາຍ ລວມທັງອຸປະກອນໃນສຳນັກງານ ແລະ ໂຮງງານ ເຮັດໃຫ້ຍອດຂາຍໂດຍລວມປັບຫລຸດລົງ ໂດຍສະເພາະໃນຊ່ວງໄຕມາດທີ 2 ຫລຸດລົງເຖິງ 12,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທ່ານ ໄມ ໂຣມັນ CEO ຂອງ 3M ເປີດເຜີຍວ່າ: ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍລິສັດຕ້ອງປັບຕົວຢ່າງວ່ອງໄວ ເພື່ອໃຫ້ພ້ອມສຳລັບໂອກາດຈະມາເຖິງ ຫລັງຈາກຕະຫລາດໂລກຟື້ນຕົວຈາກການລະບາດຄັ້ງນີ້.
ຂໍ້ມູນຂອງປີຜ່ານມາລະບຸວ່າ: 3M ມີພະນັກງານທັງໝົດ 96.163 ຄົນ ຖືເປັນອີກໜຶ່ງບໍລິສັດໃຫຍ່ທີ່ມີຊື່ສຽງໃນດ້ານການຜະລິດສິນຄ້າຫລາກຫລາຍຊະນິດ ເຊິ່ງຕໍ່ຈາກນີ້ມີແຜນຈະປັບການລົງທຶນໃຫ້ຮອງຮັບຄວາມຕ້ອງການຂອງຕະຫລາດຫລາຍຂຶ້ນ.