ເຈົ້າໜ້າທີ່ເລັ່ງສືບສວນເຫດໄຟໄໝ້ລົດບັນທຸກຢູ່ດ່ານສາກົນແດນສະຫວັນ

ຫົວໜ້າດ່ານສາກົນແດນສະຫວັນ ໄດ້ລາຍງານໃຫ້ຮູ້ໃນເບື້ອງຕົ້ນວ່າ: ໃນເວລາ 8 ໂມງ 20 ນາທີ ຂອງວັນທີ 3 ທັນວາ 2020 ໄດ້ມີລົດຂົນສົ່ງຫີນກາວເກີດມີສຽງແຕກຄ້າຍຄືສຽງລະເບີດ ຢູ່ບໍລິເວນຈຸດກວດກາຂອງເຈົ້າໜ້າທີ່ພາສີ ສາເຫດຍ້ອນມີກຳມະກອນຜູ້ຊ່ວຍເຈົ້າໜ້າທີ່ພາສີຈໍານວນ 8 ຄົນ ໄດ້ພາກັນກວດຄົ້ນຫີນກາວຢູ່ເທິງລົດ ໂດຍພາຍໃຕ້ການຊີ້ນຳທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ ເຊິ່ງໄດ້ໃຊ້ອຸປະກອນປະເພດເຫລັກ ຍາວປະມານ 2,5 ແມັດ ໃຊ້ງັດ ແລະ ແທງລົງພື້ນຫີນກາວ. ໃນຂະນະທີ່ງັດ ແລະ ແທງ ເຮັດໃຫ້ມີສຽງແຕກ ແລະ ດັງຂຶ້ນຄ້າຍຄືລະເບີດ ພາໃຫ້ມີຜູ້ເສຍຊີວິດຄາທີ 3 ຄົນຄື: 1. ທ້າວ ອາລັອກ ອາຍຸ 25 ປີ ອາຊີບກຳມະກອນ ຜູ້ຊ່ວຍພາສີ, 2. ທ້າວ ອາວອນ ອາຍຸ 27 ປີ ອາຊີບກຳມະກອນ ຜູ້ຊ່ວຍພາສີ ທັງສອງຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, 3. ເປັນເພດຍິງແຕ່ຍັງບໍ່ຮູ້ຊື່ ແລະ ສັນຊາດວ່າເປັນຄົນລາວ ຫລື ຄົນຫວຽດນາມ. ສຳລັບຜູ້ຖືກບາດມີທັງໝົດ 8 ຄົນ, ຍິງ 1 ຄົນ, ໃນນັ້ນມີຄົນລາວ 3 ຄົນ ແລະ ຄົນຫວຽດນາມ 5 ຄົນ ໄດ້ນຳສົ່ງໂຮງໝໍເມືອງເຊໂປນ 5 ຄົນ ແລະ ສົ່ງໂຮງໝໍຫວຽດນາມ 4 ຄົນ. ສ່ວນການຢ່ຽວຢາຜູ້ທີ່ເສຍຊີວິດ ອຳນາດການປົກຄອງເມືອງເຊໂປນ, ອຳນາດການປົກຄອງບ້ານ ແລະ ດ່ານສາກົນແດນສະຫວັນ ໄດ້ສົມທົບກັບຄອບຄົວຜູ້ທີ່ເສຍຊີວິດໃນການມ້ຽນຄາບອາບສົບຕາມຮີດຄອງປະເພນີ. ສຳລັບຜົນເສຍຫາຍເບື້ອງຕົ້ນປະກອບມີ ສາງກາງແຈ້ງຂອງພາສີ 1 ຫລັງ, ສາງສຳລັບກວດກາລົດເອັກສະເລ 1 ຫລັງ, ຫ້ອງການຂອງເຈົ້າໜ້າທີ່ພາສີ 1 ຫລັງ, ພາຫະນະຂົນສົ່ງສິນຄ້າ 4 ຄັນ, ພາຫະນະປະເພດລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນບຸກຄົນ 1 ຄັນ.
ພາຍຫລັງເຈົ້າໜ້າທີ່ອົງການສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ອົງການສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງເຊໂປນ ແລະ ພາກສ່ວນກ່ຽວຂ້ອງຂອງດ່ານ ກຳລັງດຳເນີນການສືບສວນ-ສອບສວນເກັບກຳຂໍ້ມູນ, ສ່ວນລາຍລະອຽດຈະລາຍງານໃຫ້ຊາບຕາມພາຍຫລັງ.