ດ່ວນ ! ປະກາດປິດເມືອງຕົ້ນເຜິ້ງຊົ່ວຄາວ
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ໄດ້ອອກຄຳສັ່ງໃນວັນທີ 4 ທັນວາ ໃຫ້ປິດການເຂົ້າ-ອອກຂອງພົນລະເມືອງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນການຊົ່ວຄາວ, ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ສົມທົບກັບເມືອງຕົ້ນເຜິ້ງ ຄົ້ນຄວ້າ, ແຕ່ງຕັ້ງທີມງານ ລົງປະຈຳຈຸດກວດກາຄົນເຂົ້າ-ອອກເມືອງ ຢູ່ຈຸດບ້ານນ້ຳເກິ່ງເກົ່າ, ຈຸດບ້ານມ່ວງຄໍາ ເພື່ອເກັບກຳສະພາບການເຄື່ອນໄຫວໄປ-ມາຂອງພົນລະເມືອງ ແລະ ກວດກາອຸນຫະພູມ. ສໍາລັບບັນດາບ້ານໃນຂອບເຂດເມືອງຕົ້ນເຜິ້ງ ແມ່ນໃຫ້ຕັ້ງຈຸດກວດກາ ປິດການສັນຈອນໄປ-ມາຂອງປະຊາຊົນ, ຍົກເວັ້ນກໍລະນີເຈັບເປັນໄປຮັກສາສຸຂະພາບ, ສົ່ງລູກຫລານໄປໂຮງຮຽນ, ໄປຊື້ອາຫານການກິນຢູ່ຕະຫລາດ ແຕ່ຕ້ອງຮັບອະນຸຍາດຈາກການຈັດຕັ້ງຂັ້ນບ້ານທີ່ກ່ຽວຂ້ອງ; ມອບໃຫ້ຂະແໜງການທີ່ກ່ຽວຂ້ອງເມືອງ ສົມທົບກັບການຈັດຕັ້ງຂັ້ນບ້ານ ເຕົ້າໂຮມເຮືອບັນທຸກສິນຄ້າ, ເຮືອໄວຢູ່ເປັນຈຸດ ໂດຍແຕ່ງຕັ້ງເຈົ້າໜ້າທີ່ກອງຫລອນ-ປກສ ບ້ານ ຍາມຮັກສາຄວາມສະຫງົບ. ສ່ວນເຮືອກາບທົ່ວໄປແມ່ນໃຫ້ເອົາຂຶ້ນຝັ່ງທຸກລຳ; ມອບໃຫ້ອົງການປົກຄອງເມືອງຕົ້ນເຜິ້ງປຸກລະດົມບັນດາບ້ານ ຕະຫລອດຮອດນັກທຸລະກິດ, ຜູ້ປະກອບການ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດຂອງເຈົ້າໜ້າທີ່ໃນຄັ້ງນີ້ຕາມຄວາມເໝາະສົມ.
ການປິດເມືອງດັ່ງກ່າວ ເພື່ອຮັບປະກັນການຕອບໂຕ້ໄວຕໍ່ການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ບັນດາປະເທດໃກ້ຄຽງ (ແຂວງຊຽງໃໝ່, ຊຽງຣາຍ ຣາຊະອານາຈັກໄທ, ແຂວງທ່າຂີ້ເຫລັກ ສ.ມຽນມາ) ທັງຮັບປະກັນບໍ່ໃຫ້ມີການເຂົ້າ-ອອກເມືອງ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ ເຂົ້າມາແຂວງບໍ່ແກ້ວ.