ທຣຳ ສົ່ງສັນຍານວ່າ ຈະລົງເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2024
December 4, 2020 - 12:26 PM
ເຖິງແມ່ນວ່າ ທຣຳ ຍັງບໍ່ຍອມຮັບການພ່າຍແພ້ການ້ລືອດຕັ້ງປະທານາທິບໍດີ ໃນວັນທີ 3 ພະຈິກຜ່ານມາກໍຕາມ ແຕ່ເຂົາກໍມີການຄິດໄລ່ໄວ້ລ່ວງໜ້າວ່າຈະລົງເລືອກຕັ້ງປະທານາທິບໍດີອີກຄັ້ງໃນ 4 ປີຂ້າງໜ້າ.
ພາຍຫຼັງມີການກະຕວງວ່າ ໄບເດັນ ຕ້ອງຊະນະການເລືອກຕັ້ງ, ໄບເດັນ ກໍໃຫ້ຄຳໝັ້ນສັນຍາໄສ້ວ່າ ພາຍຫຼັງເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນແລ້ວ ເຂົາຈະດຳເນີນດານຕ້ານໂຄວິດ-18 ທັນທີ
ສ່ວນດ້ານ ທຣຳ ມາເຖິງຂະນະນີ້ ຍັງບໍ່ຍອມຮັບຄວາມພ່າຍແພ້. ບັນດາທະນາຍຄວາມຂອງເຂົາຍັງດຳເນີນການຮ້ອງຟ້ອງ ເພື່ຶອຫວັງພິກປີ້ນຜົນຂອງການເລືອກຕັ້ງ ເຖິງແມ່ນວ່າຈະບໍ່ມີຫຼັກຖານໃດໃຫ້ເຫັນວ່າມີການໂກງການເລືອກຕັ້ງກໍຕາມ. ທຸກໆ ລັດທີ່ທິມງານຂອງ ທຣຳ ຮ້ອງຟ້ອງຂຶ້ນໄປນັ້ນ ລ້ວນແຕ່ຖືກສານລັດຕ່າງໆປະຕິເສດທັງໝົດ.