ກະຊວງສາທາລະນະສຸກເລັ່ງປັບຕຳແໜ່ງບໍລິຫານປະເພດຕ່າງໆໃຫ້ຫລຸດລົງ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ທີ່ໄດ້ໄຂຂຶ້ນໃນວັນທີ 3-4 ທັນວານີ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນຜົນສໍາເລັດຫລາຍດ້ານຂອງວຽກງານສາທາລະນະສຸກໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນວຽກງານປັບປຸງການຈັດຕັ້ງພັກ ແລະ ກົງຈັກລັດ ໃຫ້ສອດຄ່ອງກັບກົດລະບຽບພັກ ແລະ ກົດໝາຍຂອງລັດຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ອັນພົ້ນເດັ່ນແມ່ນໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ; ໄດ້ສ້າງຕັ້ງສະພາຄຸ້ມຄອງວິຊາຊີບປິ່ນປົວ, ໄດ້ໂຮມຂະແໜງການຂອງພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ຈາກ 15 ຂະແໜງ ກາຍມາເປັນ 9 ຂະແໜງການ ແລະ ຍຸບໜ່ວຍງານຕ່າງໆທີ່ຂຶ້ນກັບ; ປັບປຸງພາລະບົດບາດຂອງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະ ກໍານົດມາດຕະຖານການບັນຈຸພະນັກງານໃສ່ໂຮງໝໍນ້ອຍ ປະເພດ ກ ຈາກ 7-10 ຄົນ ມາເປັນ 5-7 ຄົນຕໍ່ແຫ່ງ, ປະເພດ ຂ ຈາກ 5-7 ຄົນ ມາເປັນ 3-5 ຄົນຕໍ່ແຫ່ງ.
ສະຫາຍ ຄໍາພອນ ພຸດທະວົງ ເລຂາຄະນະພັກ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ ກະຊວງສາທາລະນະສຸກປະກອບມີ 9 ກົມ, 2 ຫ້ອງການ, 2 ສະຖາບັນ ແລະ 18 ສູນວິຊາການ, ມີສູນປິ່ນປົວສະເພາະດ້ານ 3 ແຫ່ງ, ໂຮງໝໍສູນກາງ 5 ແຫ່ງ; ຂັ້ນທ້ອງຖິ່ນມີພະແນກສາທາລະນະສຸກແຂວງ-ນະຄອນຫຼວງ 18 ແຫ່ງ, ໂຮງໝໍແຂວງ 17 ແຫ່ງ, ຫ້ອງການສາທາລະນະສຸກເມືອງ 148 ເມືອງ, ໂຮງໝໍຊຸມຊົນ 135 ແຫ່ງ ແລະ ໂຮງໝໍນ້ອຍ 1.056 ແຫ່ງ; ມີສະຖານການສຶກສາສາທາລະນະສຸກທັງໝົດ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ 11 ແຫ່ງ.
ໃນໄລຍະຫ້າປີຜ່ານມາ ພະນັກງານ-ລັດຖະກອນສາທາລະນະສຸກໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ການບັນຈຸລັດຖະກອນໃໝ່ໄດ້ຈັດສັນໃຫ້ທ້ອງຖິ່ນຮາກຖານ ກວມຫລາຍກວ່າ 73% ຂອງຈໍານວນລັດຖະກອນໃໝ່ທັງໝົດ 2.000 ກວ່າຕໍາແໜ່ງ, ໃນນັ້ນ ຢູ່ຂັ້ນໂຮງໝໍນ້ອຍ ແລະ ບ້ານກວມ 21,9%, ຂັ້ນເມືອງກວມ 35,6%, ຂັ້ນແຂວງກວມ 24,3% ແລະ ຢູ່ຂັ້ນສູນກາງກວມ 18,3% ຂອງລັດຖະກອນທັງໝົດ 20.351 ຄົນ. ສັດສ່ວນທ່ານໝໍ, ພະຍາບານ ແລະ ຜະດຸງຄັນໃນສະຖານທີ່ບໍລິການສຸຂະພາບ ເພີ່ມຂຶ້ນຈາກ 1,42 ຕໍ່ປະຊາກອນ 1.000 ຄົນ ໃນປີ 2015 ມາເປັນ 1,61 ຕໍ່ປະຊາກອນ 1.000 ຄົນໃນປັດຈຸບັນ.