45 ປີ ສປປ ລາວ ເຕີບໃຫຍ່ບົນເສັ້ນທາງສ້າງສາພັດທະນາ
ທິດກໍ່າ:
ການກຳເນີດ ສປປ ລາວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດມາຢ່າງຍືດເຍື້ອຍາວນານ. ພວກເຮົາສາມາດເວົ້າໄດ້ຢ່າງຈະແຈ້ງວ່າ: ນັບແຕ່ປະເທດຊາດໄດ້ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ກໍເລີ່ມມີຂະບວນການຕໍ່ສູ້ປະຕິວັດໄປຕາມກະແສຟອງສັງຄົມ ແລະ ຂອງໂລກ ເຊິ່ງໄດ້ຜ່ານພົ້ນໄປໃນຫລາຍຍຸກຫລາຍສະໄໝ ແລະ ຜ່ານຂະບວນວິວັດຫລາຍເຊັ່ນຄົນຈົນມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ການທີ່ປະເທດຊາດໄດ້ຮັບການປົດປ່ອຍ, ມີເອກະລາດ, ປະຊາທິປະໄຕ, ມີສັນຕິພາບ, ມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນນັບມື້ມີຢູ່ມີກິນ, ມີຄວາມຜາສຸກຄືດັ່ງທຸກວັນນີ້ ກໍຍ້ອນມີພັກ-ລັດຖະບານເຮົາໄດ້ນຳພາຕໍ່ສູ້ປະຕິວັດ ແລະ ນຳພາສ້າງສາພັດທະນາປະເທດຊາດໃຫ້ກ້າວສູ່ຄວາມຈະເລີນຮຸ່ງເຮືອງເດີນໜ້າໄປຢ່າງບໍ່ຢຸດຢັ້ງ.
ເມື່ອຫວນຄືນເບິ່ງປະຫວັດສາດໃນອະດີດຈົນມາຮອດປັດຈຸບັນ, ສະພາບການບ້ານເມືອງຂອງພວກເຮົາມັນກໍມີຫລາຍອັນຫລາຍຢ່າງໄດ້ມີການປ່ຽນແປງໄປແຕ່ລະໄລຍະ. ເມື່ອປຽບທຽບໃສ່ຄົນຍຸກກ່ອນມາໃສ່ຄົນຍຸກນີ້ມັນກໍແຕກຕ່າງກັນໃນດ້ານແນວຄິດ ແລະ ການກະທຳ ເປັນຕົ້ນຄົນຮຸ້ນກ່ອນສ່ວນຫລາຍຢູ່ກັບຄວາມທຸກຍາກລຳບາກນາໆປະການ, ຊ້ຳບໍ່ໜຳ ຖືກເສິກສົງຄາມຮຸກຮານມາເປັນເວລາຍາວນານ. ສ່ວນຄົນຍຸກນີ້ ຄວາມຮັບຮູ້ ແລະ ເຂົ້າໃຈມັນກໍແຕກຕ່າງກັນໄປຕາມສະພາບການປ່ຽນແປງທາງດ້ານສັງຄົມທີ່ມີການພັດທະນາກ້າວໄປຕາມຍຸກຕາມສະໄໝ ໂດຍສະເພາະແມ່ນຄົນຮຸ້ນໜຸ່ມທີ່ເກີດໃໝ່ໃຫຍ່ລຸນ ພວກເຂົາອາດບໍ່ຮູ້ຊ້ຳວ່າແຕ່ກ່ອນປະເທດຊາດບ້ານເມືອງເຮົາສະໄໝຮຸ້ນປູ່ຮຸ້ນຍ່າຕານາຍເພິ່ນໄດ້ຜ່ານຜ່າວິກິດເສິກສົງຄາມ, ລອດລົ້ມລອດຕາຍຈາກຫ່າລະເບີດຕາມລ່າເຜົາຜານໃນສະໜາມຮົບ ຫລື ໃນພື້ນທີ່ເຂດປົດປ່ອຍຂອງການປະຕິວັດ.
ແຕ່ແນວໃດກໍຕາມ, ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ປະກາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ປະເທດຊາດບ້ານເມືອງຂອງພວກເຮົາກໍນັບມື້ໄດ້ຮັບການບູລະນະສ້າງສາ ແລະ ສາມາດເວົ້າໄດ້ວ່າ: ນັບແຕ່ປະເທດຊາດໄດ້ເກີດມີລະບອບໃໝ່ເປັນຕົ້ນມາ ມັນຜ່ານພົ້ນມາໄດ້ສອງໄລຍະ ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໄລຍະປົກປັກຮັກສາປະເທດຊາດແມ່ນເລີ່ມແຕ່ປີ 1975 ຫາປີ 1985. ສ່ວນໄລຍະສ້າງສາພັດທະນາປະເທດຊາດແມ່ນເລີ່ມແຕ່ປີ 1986 ຮອດປັດຈຸບັນ. ຄວາມແຕກຕ່າງລະຫວ່າງສອງໄລຍະນີ້ມັນກໍສະແດງອອກຄື: ໄລຍະປົກປັກຮັກສາປະເທດຊາດນັ້ນ ມັນແມ່ນການລິເລີ່ມປັບປຸງ ແລະ ກໍ່ສ້າງອຳນາດການປົກຄອງປະຕິວັດ ກໍຄືອຳນາດການປົກຄອງໃໝ່ ທັງປົກປັກຮັກສາໝາກຜົນຂອງການປະຕິວັດ, ທັງສ້າງສາພັດທະນາປະເທດຊາດ ແລະ ທັງຮຳບາດແຜສົງຄາມທີ່ແກ່ຍາວມາເປັນເວລາຍາວນານ ຈຶ່ງເຮັດໃຫ້ພວກເຮົາມີຄວາມສະດວກ ແລະ ຄວາມຫຍຸ້ງຍາກຫລາຍດ້ານ, ມີທັງດັດສ້າງ ແລະ ກໍ່ສ້າງໄປພ້ອມໆກັນ. ສ່ວນໄລຍະສ້າງສາພັດທະນາປະເທດຊາດແມ່ນເລີ່ມແຕ່ມີການວາງແນວທາງປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນມາ. ໝາຍວ່າ: ພັກ ແລະ ລັດຖະບານເຮົາໄດ້ເປີດປະຕູສູ່ພາຍນອກ, ເປີດກວ້າງການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ, ກຳນົດໃຫ້ມີຫລາຍພາກສ່ວນເສດຖະກິດ ແລະ ກຳມະສິດ, ຫັນເສດຖະກິດຜູກຂາດທີ່ອ່ອນນ້ອຍໄປສູ່ເສດຖະກິດຕະຫລາດຢ່າງກວ້າງຂວາງ.
ຈາກປັດໄຈດັ່ງກ່າວ ຈຶ່ງເຮັດໃຫ້ການສ້າງສາພັດທະນາປະເທດຊາດກ້າວສູ່ໄລຍະໃໝ່ ທັງເຕີບໃຫຍ່ຂະຫຍາຍຕົວກ້າວໄປຢ່າງບໍ່ຢຸດຢັ້ງ. ໄປຄຽງຄູ່ກັນນັ້ນ ທາງດ້ານການເມືອງກໍມີການພົວພັນກັບພາກພື້ນ ແລະ ສາກົນໃຫ້ກວ້າງຂວາງ ຈຶ່ງເຮັດໃຫ້ຖານະບົດບາດຂອງປະເທດເຮົານັບມື້ໄດ້ຮັບການເຊື່ອໝັ້ນຈາກພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ ລາວເຮົາໄດ້ມີການພົວພັນທາງການທູດເຖິງ 140 ກວ່າປະເທດ, ໄດ້ເຊື່ອມໂຍງເຂົ້າອົງການພາຄີຕ່າງໆທີ່ກ້າວໜ້າໃນໂລກ ເປັນຕົ້ນກຸ່ມອາຊຽນ, ອົງການການຄ້າໂລກ ແລະ ອົງການອື່ນໆ. ຈາກການວາງແນວທາງຕ່າງປະເທດທີ່ສອດຄ່ອງສະຫລາດສ່ອງໃສຂອງພັກ-ລັດຖະບານເຮົາ ຈຶ່ງມີຜົນກະທົບເຊື່ອມໂຍງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດໄດ້ເປັນຢ່າງດີ. ຕະຫລອດໄລຍະ 45 ປີມານີ້, ເຖິງວ່າພວກເຮົາມີຄວາມຫຍຸ້ງຍາກບາງຢ່າງ ທັງມີຜົນກະທົບຈາກໄພພິບັດທຳມະຊາດ, ໂຣກລະບາດ, ພະຍາດບາດເຍົາ, ແຕ່ກໍເຫັນວ່າການພັດທະນາທາງດ້ານເສດຖະກິດຕາມແນວທາງປ່ຽນແປງໃໝ່ໄດ້ດຳເນີນ ແລະ ຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ. ຈາກຕົວເລກສະຖິຕິໃນຫລາຍຂະແໜງການ ໄດ້ຊີ້ໃຫ້ເຫັນເຖິງການກ້າວກະໂດດຂັ້ນໃນການພັດທະນາປະເທດຊາດເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າໄດ້ສຳເລັດໄປແລ້ວ 70 ກວ່າແຫ່ງ ແລະ ໝົດປີ 2020 ນີ້ ຈະເພີ່ມຂຶ້ນເຖິງ 100 ແຫ່ງ. ຈາກຜົນດີດັ່ງກ່າວ, ມາຮອດປັດຈຸບັນສາມາດສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ເຖິງ 95%. ໝາຍວ່າທຸກຄົວເຮືອນນັບແຕ່ຕົວເມືອງຮອດຊົນນະບົດໄດ້ມີໄຟຟ້າໄຕ້, ເຫລືອຈາກນັ້ນແມ່ນສົ່ງຂາຍໃຫ້ປະເທດອ້ອມຂ້າງໃນກຸ່ມອາຊຽນ ເປັນຕົ້ນປະເທດໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ ແລະ ຈະມີແຜນສົ່ງຂາຍໄປຍັງສິງກະໂປຕື່ມອີກ. ຕໍ່ກັບໂຄງການສ້າງຖະໜົນຫົນທາງພື້ນຖານໂຄງລ່າງ ມາຮອດປັດຈຸບັນບັນດາເສັ້ນທາງນ້ອຍໃຫຍ່ສາມາດເຂົ້າໄປເຖິງທຸກບ້ານທຸກເມືອງໃນທົ່ວປະເທດ. ອັນທີ່ພົ້ນເດັ່ນທີ່ສຸດ ກໍຄືໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ, ໂຄງການສ້າງທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ແລະ ຈະສືບຕໍ່ວັງວຽງ-ຫລວງພະບາງ ຈົນເຊື່ອມຈອດໄປຮອດຊາຍແດນ ລາວ-ຈີນ ໃນສອງສາມປີຂ້າງໜ້ານີ້.
ນອກຈາກບາງໂຄງການ, ບາງກິດຈະການພົ້ນເດັ່ນທີ່ໄດ້ກ່າວມາຂ້າງເທິງນີ້, ໃນຂົງເຂດອື່ນໆກໍພວມໄດ້ຮັບການສ້າງສາພັດທະນາຄຽງຄູ່ກັນໄປຢ່າງເປັນຂະບວນ ແລະ ມີບັນຍາກາດອັນດີ. ອັນທີ່ໂດດເດັ່ນອີກສິ່ງໜຶ່ງກໍແມ່ນໂຄງການສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເຊິ່ງມາຮອດປັດຈຸບັນມີເຖິງ 10 ກວ່າແຫ່ງໃນທົ່ວປະເທດ. ເວົ້າໄດ້ວ່າ: ຕະຫລອດ 45 ປີຜ່ານມານີ້ ປະເທດຊາດຂອງພວກເຮົາພວມເຕີບໃຫຍ່ຂະຫຍາຍຕົວບົນເສັ້ນທາງແຫ່ງການສ້າງສາພັດທະນາໄປຢ່າງກ້າວກະໂດດຂັ້ນ. ໃນອະນາຄົດອີກຫ້າປີ ຫລື ສິບປີຂ້າງໜ້າ ປະເທດຊາດບ້ານເມືອງຂອງພວກເຮົາຕ້ອງຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງເດັດຂາດ ແລະ ຈະກ້າວເປັນປະເທດທີ່ພັດທະນາຍຸກໃໝ່ໃນອະນາຄົດຢ່າງແນ່ນອນ.