ບໍ່ຄຳ-ທອງເຊໂປນຖືເອົາສຸຂະພາບ ແລະ ຄວາມປອດໄພເປັນໜຶ່ງ
ຫວ່າງບໍ່ດົນມານີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ກໍໄດ້ຮັບລາງວັນອັນຊົງກຽດ ຄືລາງວັນທຸລະກິດດີເດັ່ນອາຊຽນ ສຳລັບການສະກັດກັ້ນພະຍາດ COVID-19. ລາງວັນນີ້ຈະສ້າງແຮງຈູງໃຈໃຫ້ພວກເຮົາສືບຕໍ່ຄວາມພະຍາຍາມເພື່ອຖືເອົາສຸຂະພາບ ແລະ ຄວາມປອດໄພມາກ່ອນສິ່ງອື່ນໃດໝົດ. ລາງວັນນີ້ໄດ້ເຮັດໃຫ້ພວກເຮົາທົບທວນຄືນວິທີການທີ່ຕັ້ງໜ້າຂອງພວກເຮົາໃນການຮັກສາພະນັກງານຫລາຍກວ່າ 3.500 ຄົນ ແລະ ສະມາຊິກຊຸມຊົນ 40.000 ຄົນ ໃຫ້ປອດໄພຈາກ COVID-19.
LXML ໄດ້ຮັບມືກັບການລະບາດຄັ້ງນີ້ຄືກັນກັບການຮັບມືກັບວິກິດການໃດໜຶ່ງກ່ອນທີ່ມັນຈະເກີດຂຶ້ນເປັນວິກິດການຕົວຈິງ. ພວກເຮົາໄດ້ຈັດຕັ້ງປະຕິບັດແຜນງານມາດຕະການປ້ອງກັນທີ່ເຂັ້ມແຂງໃນເດືອນມັງກອນກ່ອນທີ່ພະຍາດ COVID-19 ຈະໄດ້ເຂົ້າມາແຜ່ໃນ ສປປ ລາວ. ພວກເຮົາໄດ້ເລີ່ມປະຕິບັດມາດຕະການປ້ອງກັນ-ຄວບຄຸມ ແລະ ແຜນງານສື່ສານ ແລະ ປຸກລະດົມຂົນຂວາຍຕ່າງໆ ເພື່ອດັດປັບໃຫ້ທ່ວງທັນສອດຄ່ອງກັບວິຖີການດຳລົງຊີວິດແບບໃໝ່ທີ່ມີການປ່ຽນແປງໄປເລື້ອຍໆ. ພວກເຮົາໄດ້ເຕົ້າໂຮມທີມງານຮັບມືກັບເຫດການສຸກເສີນ ແລະ ສ້າງຕັ້ງໜ່ວຍງານສະເພາະກິດ COVID-19 ຂອງບໍລິສັດ. ໃນເດືອນມັງກອນ, ພວກເຮົາໄດ້ວາງລະບຽບການພາກບັງຄັບໃຫ້ພະນັກງານ ແລະ ຜູ້ຮັບເໝົາທຸກຄົນທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງສູງໃຫ້ຈຳກັດບໍລິເວນ ແລະ ກວດສຸຂະພາບກ່ອນທີ່ຈະກັບເຂົ້າມາເຮັດວຽກຢູ່ຫ້ອງການ ແລະ ພາກສະໜາມ ເຊິ່ງມາດຕະການທັງໝົດເຫລົ່ານີ້ແມ່ນບໍລິສັດໄດ້ປະຕິບັດກ່ອນທີ່ ສປປ ລາວ ໄດ້ກຳນົດໃຫ້ເປັນມາດຕະການພາກບັງຄັບ. ບໍລິສັດໄດ້ກຳນົດ ແລະ ຈັດສູນຈຳກັດບໍລິເວນ ເພື່ອຮັບປະກັນການປະຕິບັດຕາມລະບຽບການກັກກັນຕົວຢ່າງເຄັ່ງຂັດ.
ພວກເຮົາໄດ້ເຊັນບົດບັນທຶກການຮ່ວມມືກັບທ້ອງຖິ່ນ ແລະ ສູນກາງ ເພື່ອຮັບປະກັນຄວາມເປັນເອກະພາບດ້ານການສື່ສານຕ່າງໆ ແລະ ເຮັດໃຫ້ໂຄງການພວກເຮົາສືບຕໍ່ດຳເນີນງານໄດ້ຢ່າງປອດໄພ. ພວກເຮົາໄດ້ແລກປ່ຽນແຜນການ ແລະ ລະບຽບຂັ້ນຕອນຕ່າງໆກັບຄູ່ຮ່ວມງານຫລັກໆເຊັ່ນ: ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ແຜນຂອງພວກເຮົາໄດ້ຖືກຍ້ອງຍໍເອົາເປັນແບບຢ່າງທີ່ດີສຳລັບທຸລະກິດອື່ນໆໃນ ສປປ ລາວ. ພວກເຮົາໄດ້ແບ່ງປັນຂໍ້ມູນ ແລະ ສະໜັບສະໜູນການຝຶກອົບຮົມໃນຊຸມຊົນອ້ອມຂ້າງໂຄງການຄຳ-ທອງເຊໂປນ. ພວກເຮົາຍັງໄດ້ໃຫ້ການສະໜັບສະໜູນດ້ານການເງິນ ແລະ ວັດຖຸ ມູນຄ່າ 170.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ, ແພດໝໍ-ນັກຮົບເສື້ອຂາວຜູ້ປະຈັນບານ ແລະ ຊຸມຊົນໃນ ສປປ ລາວ. ກ່ອນໜ້າທີ່ COVID-19 ຈະເຂົ້າມາຮອດ ສປປ ລາວ, ພວກເຮົາຍັງໄດ້ສົ່ງການຊ່ວຍເຫລືອຂອງພວກເຮົາໄປໃຫ້ຜູ້ທີ່ໄດ້ຮັບຜົນກະທົບໃນ ສປ ຈີນ.
ການຮ່ວມມືຂອງພະນັກງານມີຄວາມສຳຄັນຕໍ່ຄວາມປອດໄພ. ເພາະສະນັ້ນ ພວກເຮົາໄດ້ໃຫ້ຄວາມຮູ້, ຂໍ້ມູນທີ່ເປັນຈິງກ່ຽວກັບ COVID-19 ໃຫ້ແກ່ພະນັກງານ. ພວກເຮົາໄດ້ກະຈາຍຂໍ້ມູນຜ່ານວິດີໂອ, ແຈ້ງການພາຍໃນອົງກອນ ແລະ ໃບຂ່າວຢ່າງເປັນປະຈຳ. ນອກຈາກນັ້ນ ພວກເຮົາໄດ້ແປ ແລະ ແຈກຢາຍຂໍ້ມູນຈາກອົງການອະນາໄມໂລກ ແລະ ແຫລ່ງຂໍ້ມູນອື່ນໆທີ່ໜ້າເຊື່ອຖືໄດ້ສຳລັບພະນັກງານ ແລະ ຊຸມຊົນທ້ອງຖິ່ນ. ຍ້ອນຄວາມພະຍາຍາມເຫລົ່ານີ້, LXML ຈຶ່ງໄດ້ຮັບສິດພິເສດເປັນ 1 ໃນ 5 ບໍລິສັດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ສືບຕໍ່ດຳເນີນໂຄງການຢ່າງເປັນປົກກະຕິໃນໄລຍະການລັອກດາວໃນ ສປປ ລາວ.
ທະນາຄານໂລກໄດ້ຄາດຄະເນວ່າ: ແຮງງານລາວຈະກັບຄືນມາ ສປປ ລາວ ຈາກປະເທດເພື່ອນບ້ານກວ່າ 100.000 ຄົນ ຍ້ອນສະພາບການ COVID-19 ທີ່ຈະກະທົບໃສ່ລາຍໄດ້ຂອງຄົວເຮືອນໃນເຂດຊົນນະບົດ. ແຮງງານລາວ 300 ຄົນໄດ້ກັບຄືນມາບ້ານຢູ່ເມືອງວິລະບູລີ. ເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດທ້ອງຖິ່ນ, ບໍລິສັດພວກເຮົາໄດ້ຮັກສາໃຫ້ພະນັກງານ ແລະ ຊຸມຊົນປອດໄພຈາກເຊື້ອ COVID-19. ພວກເຮົາລະເຫີງບໍ່ໄດ້, ພວກເຮົາຕ້ອງສືບຕໍ່ເຝົ້າລະວັງ. ໃນຂະນະທີ່ບໍລິສັດພວກເຮົາໄດ້ຜ່ອນຜັນບາງມາດຕະການທີ່ປະຕິບັດຢ່າງເຄັ່ງຂັດໃນໄລຍະລັອກດາວ, ແຕ່ວ່າໃນປັດຈຸບັນ ພວກເຮົາກໍຍັງສືບຕໍ່ຮັກສາມາດຕະການຄວບຄຸມຕ່າງໆດ້ານການຮັກສາໄລຍະຫ່າງ ແລະ ທີ່ປະຕິບັດໄດ້ ແລະ ຍັງສືບຕໍ່ເນັ້ນໜັກກັບພະນັກງານ ແລະ ຊຸມຊົນຂອງພວກເຮົາ.









