ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2

- culture - ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2
- kitchen vibe - ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກ ໄລຍະທີ 2 ຂອງອົງຄະນະພັກກະຊວງ ຖວທ ຂຶ້ນໃນວັນທີ 3 ກໍລະກົດນີ້ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍປະທານຂອງສະຫາຍ ບໍ່ແສງຄຳ ວົງດາລາ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ພ້ອມບັນດາຄະນະພັກ ແລະ ສະມາຊິກພັກກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການແນະນຳວິທີຜ່ານບົດສຳຫລວດຂອງຄະນະພັກກະຊວງ, ປະກອບຄຳຄິດເຫັນໃຫ້ແຕ່ລະສະຫາຍໃນຄະນະພັກກະຊວງຢ່າງກົງໄປກົງມາດ້ວຍຄວາມຈິງໃຈ, ພິຈາລະນາຄຳຕິຊົມເຊິ່ງກັນ ແລະ ກັນ, ຕອບຄຳເຈາະຈີ້ມຂອງຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງດັ່ງກ່າວດ້ວຍຄວາມຈິງໃຈພາວະວິໄສ.

- Visit Laos Visit SALANA BOUTIQUE HOTEL - ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2

ສະຫາຍ ບໍ່ແສງຄຳ ວົງດາລາ ໄດ້ກ່າວໃນທີ່ປະຊຸມວ່າ: ກອງປະຊຸມຄັ້ງນີ້ໄດ້ລົງເລິກໃນການຕຳນິຕິຊົມ-ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອປັບປຸງປົວແປງຄຸນນະພາບການນຳພາຂອງອົງຄະນະພັກ, ທັງເປັນການປັບປຸງ, ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆພາຍໃນພັກໃຫ້ເລິກເຊິ່ງເຖິງຖອງ, ກວດຄືນຈຸດດີ-ຈຸດອ່ອນຂອງການນຳພາ-ຄຸ້ມຄອງ, ເສີມຂະຫຍາຍດ້ານຕັ້ງໜ້າ, ເດັດດ່ຽວແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຜ່ານມາ, ເພື່ອຮັບປະກັນເຮັດໃຫ້ພາຍໃນພັກມີຄວາມປອດໄສ, ໜັກແໜ້ນ, ເຂັ້ມແຂງເພື່ອປະຕິບັດໃຫ້ສຳເລັດໜ້າທີ່ຂອງຄະນະພັກກະຊວງ ແລະ ສຳຫລວດກວດກາຄືນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ລະບອບແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາຢ່າງຮອບດ້ານ ລວມທັງແບບແຜນການດຳລົງຊີວິດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງແຕ່ລະສະຫາຍໃນຄະນະພັກກະຊວງ.

ປັດຈຸບັນທົ່ວອົງຄະນະພັກກະຊວງ ຖວທ ມີສະມາຊິກພັກທັງໝົດ 760 ກວ່າສະຫາຍ, ຍິງ 260 ກວ່າສະຫາຍ, ສົມບູນເກືອບ 600 ສະຫາຍ, ຍິງ 200 ກວ່າສະຫາຍ, ສຳຮອງ 70 ກວ່າສະຫາຍ, ຍິງ 30 ກວ່າສະຫາຍ, ສະມາຊິກພັກອາວຸໂສບຳນານ 90 ກວ່າສະຫາຍ, ຍິງ 20 ກວ່າສະຫາຍ.

- 4 - ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!