ເຈົ້າໜ້າທີ່ຈັບຜູ້ຄ້າຢາເສບຕິດຫລາຍຄົນພ້ອມຂອງກາງຢາບ້າຈໍານວນຫລາຍ

- Yaba - ເຈົ້າໜ້າທີ່ຈັບຜູ້ຄ້າຢາເສບຕິດຫລາຍຄົນພ້ອມຂອງກາງຢາບ້າຈໍານວນຫລາຍ
- kitchen vibe - ເຈົ້າໜ້າທີ່ຈັບຜູ້ຄ້າຢາເສບຕິດຫລາຍຄົນພ້ອມຂອງກາງຢາບ້າຈໍານວນຫລາຍ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສາມາດຈັບຜູ້ຄ້າຢາເສບຕິດຫລາຍຄົນມາດໍາເນີນຄະດີຕາມລະບຽບກົດໝາຍ ຄື: ທ້າວ ບຸນມີ ອາຍຸ 30 ປີຢູ່ບ້ານຄໍາຮຸ່ງ, ທ້າວ ສີວົງໄຊ ອາຍຸ 23 ປີ ແລະ ທ້າວ ໂຊຢີ່ ອາຍຸ 23 ປີພັກເຊົາຢູ່ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ພ້ອມຂອງກາງຢາບ້າຫລາຍກວ່າ 7.400 ເມັດ, ນອກຈາກນີ້ຍັງມີເຮໂຣອິນຈໍານວນໜຶ່ງ ແລະ ປືນສັ້ນໜຶ່ງກະບອກ, ໂດຍທັງສາມຖືກເຈົ້າໜ້າທີ່ຈັບໄດ້ຢູ່ຫ້ອງເຊົ່າເຂດບ້ານຄໍາຮຸ່ງໃນຂະນະພາກັນມົ້ວສຸມເສບຢາເສບຕິດ, ພ້ອມທັງຮັບສາລະພາບໄດ້ຮ່ວມກັນເຄື່ອນໄຫວຂາຍຢາເສບຕິດໃຫ້ໄວລຸ້ນຕາມຮ້ານບັນເທິງ, ຮ້ານເກມ, ຮ້ານສະນຸກເກີ ໃນຕົວເມືອງມາດົນແລ້ວ.

ນອກຈາກນີ້, ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ, ກໍສາມາດຈັບຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍໄດ້ຢູ່ບ້ານພັກແຫ່ງໜຶ່ງໃນເທດສະບານແຂວງ ຄື: ທ້າວ ເຢຍວ່າງ ອາຍຸ 35 ປີຢູ່ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ ພ້ອມຂອງກາງຢາບ້າ 20 ພັນເມັດ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວເຢຍວ່າງຮັບສາລະພາບວ່າ: ຢາບ້າທັງໝົດເປັນຂອງຕົນ ແລະ ໝູ່ຊື່ທ້າວ ຈົວວື ຢູ່ບ້ານຫລັກ 52 ເມືອງໂພນໂຮງ, ແຂວງວຽງຈັນ, ເພື່ອເອົາມາສົ່ງໃຫ້ລູກຄ້າຢູ່ແຂວງໄຊຍະບູລີແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຈັບຜູ້ຄ້າຢາເສບຕິດຫລາຍຄົນພ້ອມຂອງກາງຢາບ້າຈໍານວນຫລາຍ
- 4 - ເຈົ້າໜ້າທີ່ຈັບຜູ້ຄ້າຢາເສບຕິດຫລາຍຄົນພ້ອມຂອງກາງຢາບ້າຈໍານວນຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!