ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ

ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - 8AB6DFA26EE17B542382232467A3D2C5 - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ
ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - kitchen vibe - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ

ຕຳຫລວດ​ຟີ​ລິບ​ປິນຂູ່​ຈະ​ໃຊ້​ໄມ້​ແສ້​ຕີ​ຄົນ​ທີ່​ຝ່າຝືນ​ມາດ​ຕະການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ ສະກັດ​ການ​ແຜ່​ລະບາດ​ຊ່ວງ​ເທສະ​ການ​ສະ​ເຫລີ​ມສະຫລອງ.

ພົນ​ໂທ ຊີ​ຊາ ບິ​ນັກ ຜູ້​ບັນຊາ​ການ​ໜ່ວຍ​ງານ​ຮັບ​ມື Covid-19 ​ເປີດ​ເຜີຍ​ວ່າ: ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລະ ທະຫານ​ຈະ​ອອກ​ລາດຕະ​ເວນພື້ນທີ່​ສາທາລະນະ​ໃນ​ນະຄອນຫລວງ​ມະນິລາ ​ເຊິ່ງພົບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຄ​ໂຣນາ​ໄວຣັສຫລາຍ​ເປັນອັນ​ດັບ​ຕົ້ນໆ​ຂອງ​ປະ​ເທດ ​ໂດຍ​ຈະ​ຈັບ​ໄມ້​ຍາວ 1 ​ແມັດ ​ເພື່ອ​ວັດ​ແທກ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ ຫລື Social Distancing.

ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - Visit Laos Visit SALANA BOUTIQUE HOTEL - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ
ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - Visit Laos Visit SALANA BOUTIQUE HOTEL - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ

ທ່ານ ບິ​ນັກ ກ່າວ​ວ່າ: ໜ່ວຍ​ລາດຕະ​ເວນ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ​ຈະ​ເນັ້ນກວດກາ​ໃນ​ຈຸດ​ທີ່​ມີ​ຄົນ​ໜາ​ແໜ້ນ​ເຊັ່ນ: ສູນ​ກາງ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ຕະຫລາດ​ຕ່າງໆ ​ເນື່ອງ​ຈາກ​ໄລຍະ​ນີ້​ເປັນ​ເທສະ​ການສະ​ເຫລີ​ມສະຫລອງ​ວັນ​ຄຣິສມາດ ​ແລະ ປີ​ໃໝ່​ຂອງ​ຊາວ​ຟີ​ລິບ​ປິນ ​ແລະ ຄົນ​ພາກັນ​ອອກ​ມາ​ຊື້​ເຄື່ອງ​ຕາມ​ຫ້າງ​ສັບພະ​ສິນຄ້າ​ຕ່າງໆ ​ໂດຍ​ບໍ່​ຢ້ານ​ກົວ Covid-19.

ຈາກ​ຂໍ້​ມູນ​ຂອງ​ຕຳຫລວດ ນັບ​​ແຕ່​ເດືອນ​ມີນາ​ຜ່ານ​ມາ ທາງ​ການ​ຟີ​ລິບ​ປິນຈັບ​ກຸມ, ຕັກ​ເຕືອນ ​ແລະ ລົງ​ໂທດ​ຜູ້​ຝ່າຝືນ​ມາດ​ຕະການ​ສະກັດ Covid-19 ​ເຊັ່ນ: ບໍ່​ເວັ້ນ​ໄລຍະ​ຫ່າງ, ບໍ່​ໃສ່​ຜ້າ​ປິດ​ປາກ-ດັງ​ແລ້ວ 700.000 ກວ່າ​ຄົນ.

ທັງ​ນີ້, ຟີ​ລິບ​ປິນມີ​ຜູ້​ຕິດ​ເຊື້ອ​ໂຄ​ໂຣນາ​ໄວຣັສຫລາຍ​ທີ່​ສຸດ​ເປັນອັນ​ດັບ​ສອງ​ຂອງ​ອາຊຽນ ​ເປັນ​ຮອງ​ພຽງ​ອິນ​ໂດ​ເນ​ເຊຍ​ເທົ່າ​ນັ້ນ ​ໂດຍ​ມີ​ຜູ້​ຕິດ​ເຊື້ອລວມຫລາຍ​ກວ່າ 436.000 ຄົນ, ​ເສຍ​ຊີວິດ​ປະມານ 8.500 ຄົນ.

ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - 4 - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ
ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - 3 - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ
ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ - 5 - ຟີລິບປິນອະນຸຍາດໃຫ້ຕຳຫລວດ ຕີຄົນຝ່າຝືນມາດຕະການສະກັດໂຄວິດ