ທ່ານ ກິມຈ໋ອງອຸນ ສັ່ງຍິງຄົນຝ່າຝືນ ມາດຕະການໂຄວິດຕໍ່ໜ້າສາທາລະນະ
December 5, 2020 - 11:58 AM
ເດລີເມລ ລາຍງານວ່າ: ສປປ ເກົາຫລີ ພາຍໃຕ້ການປົກຄອງຂອງທ່ານ ກິມຈ໋ອງອຸນ ໄດ້ຍິງປະຫານຊີວິດຜູ້ຝ່າຝືນມາດຕະການປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາຕໍ່ໜ້າສາທາລະນະ.
ໃນຂະນະທີ່ ສປປ ເກົາຫລີ ອ້າງວ່າຍັງບໍ່ມີຜູ້ຕິດເຊື້ອ, ແຕ່ລັດຖະບານ ກິມຈ໋ອງອຸນ ໄດ້ໃຊ້ມາດຕະການສຸກເສີນລະດັບສູງພິເສດ ແລະ ກອງກຳລັງ ສປປ ເກົາຫລີ ໄດ້ຮັບຄຳສັ່ງໃຫ້ຍິງຜູ້ບຸກລຸກຢູ່ຊາຍແດນຕິດກັບປະເທດຈີນ ໂດຍລັດຖະບານໄດ້ເພີ່ມກອງກຳລັງທະຫານບໍລິເວນຊາຍແດນ ເພື່ອກວດກາ ແລະ ປ້ອງກັນບໍ່ໃຫ້ມີຜູ້ລັກລອບເຂົ້າປະເທດ ເນື່ອງຈາກຢ້ານວ່າຜູ້ລັກລອບເຂົ້າປະເທດຈະນຳເອົາໄວຣັສເຂົ້າມາແຜ່ລະບາດໃນ ສປປ ເກົາຫລີ.