3 ອະດີດປະທານາທິບໍດີຂອງສະຫະລັດ ອາສາ ອອກລາຍການໂທລະທັດ ສັກວັກຊີນໂຄສິດ-19
December 5, 2020 - 12:58 PM

3 ອະດີດປະທານາທິບໍດີສະຫະລັດ: Barack Obama, George W. Bush ແລະ Bill Clinton ອາສາສັກວັກຊີນໂຄວິດ-19 ຢູ່ຕໍ່ໜ້າກອງໂທລະພາບ ເພື່ອປຸກລະດົມໃຫ້ທຸກຄົນສັກວັກຊີນ.
ສຳນັກຂ່າວ ຊີເອັນເອັນ ເມື່ອວັນທີ 3 ທັນວານີ້ ໂດຍອ້າງຄຳຖະແຫຼງຂອງໂຄສົກປະທານາທິບໍດີ George W. Bush ວ່າ ທ່ານບູດ ໄດ້ປະສານກັບຜູ້ອຳນວຍການສູນພູມແພ້ ແລະ ພະຍາດຕິດຕໍ່ແຫ່ງຊາດຂອງສະຫະລັດ Anthony Fauci ແລະ ພະນັກງານຈັດການເລື່ອງໂຄວິດ-19 ຂອງທຳນຽບຂາວທ່ານ Deborah Birx ປຶກສາຫາລືກັນກ່ຽວກັບການໂຄສະນາ ປຸກລະດົມໃຫ້ປະຊາຊົນສັກວັກຊີນໂຄວິດ-19.