ຫວຽດນາມ-ລາວຢືນຢັນຈະຮ່ວມມືກັນ ແລະ ສະໜັບສະໜູນກັນໃນເວທີສາກົນ

ໃນກອງປະຊຸມລະຫວ່າງສອງຝ່າຍ ເມື່ອວັນທີ 6 ທັນວານີ້, ຫວຽດນາມ ແລະ ລາວ ຢືນຢັນຈະໃຫ້ການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ ແລະ ເຫັນພ້ອມກັນຍົກລະດັບການພົວພັນທາງການເມືອງ, ການຕ່າງປະເທດເຂົ້າສູ່ລວງເລິກ, ເສີມຂະຫຍາຍການຮ່ວມມືໃນເສົາຄໍ້າປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນ.
ນັ້ນຄືເນື້ອໃນຈິດໃຈຂອງກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ຫວຽດນາມ-ລາວ ຄັ້ງທີ 43 ໂດຍການເປັນປະທານຮ່ວມລະຫວ່າງນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ນາຍົກລັດຖະມົນຕີຂອງລາວ ພະນະທ່ານ ທອງລຸນ ສີສຸລິດ ຢູ່ທີ່ນະຄອນ ຮ່າໂນ້ຍ.
ກະຊວງການຕ່າງປະເທດ ຫວຽດນາມ ກ່າວວ່າ: “ບົນຈີດໃຈການພົວພັນແບບພິເສດ, ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍຢືນຢັນຈະໃຫ້ການຮ່ວມມືທີ່ແໜ້ນແຟ້ນ, ການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນການຮ່ວມມືກັບ ອາຊຽນ ແລະ ກົນໄກຮ່ວມມືໃນຂົງເຂດຍ່ອຍແມ່ນໍ້າຂອງ ແລະ ສະຫະປະຊາຊາດ, ເພີ່ມທະວີປຶກສາຫາລືກັນ, ສະໜັບສະໜູນກັນ, ຍົກສູງຖານະບົດບາດ, ຄວາມເປັນເຈົ້າປະເທດຊາດ ໂດຍສະເພາະແມ່ນໃນຂົງເຂດຄວາມສະຫງົບ, ຍຸດທະສາດຂອງພາກພື້ນ ຊຶ່ງລວມທັງບັນຫາຂອງທະເວຕາເວັນອອກ, ແມ່ນໍ້າຂອງ, ພ້ອມກັບບັນດາປະເທດອາຊຽນອື່ນໆ ຮັບມືຢ່າງມີປະສິດທິຜົນກັບໂຄວິດ-19, ເພີ່ມທະວີຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ຍູ້ແຮງການກໍ່ວ້າງປະຊາຄົມອາຊຽນ”