ແຂວງບໍ່ແກ້ວ ຍຶດສານເສບຕິດໄດ້ຫລາຍກວ່າ 7 ໂຕນ
ພາຍຫລັງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບລາຍງານວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວລັກລອບຂົນສົ່ງສານເສບຕິດ ຢູ່ບໍລິເວນຊາຍແດນ ລາວ-ມຽມມາ. ດັ່ງນັ້ນ ໃນວັນທີ 4 ທັນວານີ້ ທາງກອງບັນຊາການ ຈຶ່ງໄດ້ອອກຄຳສັ່ງໃຫ້ບັນດາປ້ອມທະຫານຊາຍແດນອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບຂອງຕົນ ແລະ ໃນເວລາຕໍ່ມາປະມານ 23ໂມງ, ປ້ອມທະຫານຊາຍແດນ 121 ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ພົບເຫັນເຮືອບັນທຸກສິນຄ້າ ຈອດຢູ່ເຂດບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນ ຄົ້ນ ແລະ ພົບເຫັນສິ່ງທີ່ຜິດກົດໝາຍຄື: ແປ້ງຝຸ່ນສີຂາວ (ຄາເຟອິນ) ຈໍານວນ 290 ເປົາ ເທົ່າກັບ 7.250 ກິໂລກຼາມ, ເຮືອບັນທຸກສິນຄ້າ ຈຳນວນ 1 ລຳ. ພ້ອມທັງກັກຕົວຜູ້ຕ້ອງຫາໄດ້ 3 ຄົນຄື: ທ້າວ ນວນ ອາຍຸ 32 ປີ ອາຊີບເຮັດນາ, ທ້າວ ໜານມາ ອາຍຸ 35 ປີ ອາຊີບ ເຮັດນາ, ທ້າວ ອິນ ອາຍຸ 65ປີ ອາຊີບຂັບເຮືອ ທັງ 3 ຖືສັນຊາດມຽນມາ ຊົນເຜົ່າລື້ ຢູ່ບ້ານ ຊຽງລາບ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ.
ປັດຈຸບັນໄດ້ມອບຂອງກາງ ແລະ ຜູ້ຕ້ອງຫາໃຫ້ເຈົ້າໜ້າທີ່ຕຳຫຼວດແຂວງບໍ່ແກ້ວດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ-ພັກພວກຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.