ສະຖານທູດລາວປະຈຳມາເລເຊຍຊີ້ແຈງເລື່ອງແຮງງານລາວຂໍຄວາມຊ່ວຍເຫລືອ ຈະໄດ້ກັບບ້ານແນ່ນອນ ແຕ່ຍັງຢູ່ໃນຂັ້ນຕອນດຳເນີນການຂໍອະນຸຍາດ
ໃນໄລຍະ ສອງສາມວັນຜ່ານມານີ້ ໄດ້ມີບຸກຄົນ, ບາງກຸ່ມຄົນ ໄດ້ລົງຂ່າວໃນສື່ສັງຄົມອອນລາຍ ແລະ ແຊຣ໌ຂໍ້ມູນ ຮູບ ພາບ ກ່ຽວກັບແຮງງານລາວ ທີ່ເຮັດວຽກໃນເຮືອປະມົງ ຢູ່ປະເທດມາເລເຊຍ ແລະ ໄດ້ໄປຂໍຄວາມຊ່ວຍເຫລືອຈາກ ສະຖານທູດລາວ ປະຈໍາມາເລເຊຍ ເພື່ອເດີນທາງກັບປະເທດດ້ວຍການເຊົ່າເໝົາຍົນ, ແຕ່ຖືກ ບໍລິສັດນາຍໜ້າ ຮ່ວມກັບ ສະຖານທູດຫລອກລວງເອົາເງິນ ແລະ ບໍ່ສາມາດເດີນທາງກັບບ້ານໄດ້.
ຕໍ່ກັບການກ່າວຫາດັ່ງກ່າວ, ວັນທີ 6 ທັນວາ ນີ້ ສະຖານເອກອັກຄະລັດຖະທູດລາວ ທີ່ ກົວລາລໍາເປີ ຂໍຖືເປັນກຽດອະທິບາຍ ແລະ ຊີ້ແຈງຕາມຄວາມເປັນຈິງດັ່ງລຸ່ມນີ້:
ໃນວັນທີ 9 ພະຈິກ 2020, ບໍລິສັດບໍລິການທ່ອງທ່ຽວ V Travel ໄດ້ມາພົບກັບສະຖານທູດ ແລະ ແຈ້ງຄວາມ ປະສົງຂອງຕົນໃນການຈັດຍົນເຊົ້າເໝົາລໍາ ເພື່ອສົ່ງແຮງງານລາວກັບຄືນປະເທດ, ພາຍຫລັງໄດ້ມີການປະຊຸມ, ປຶກສາຫາລືກັນ ແລະ ຮັບຊາບບັນຫາທີ່ທາງບໍລິສັດໄດ້ນໍາສະເໜີ, ໃນວັນທີ 12 ພະຈິກ 2020 ບໍລິສັດໄດ້ເຮັດໜັງສືເປັນທາງການມາຍັງສະຖານທູດ ເພື່ອຂໍອະນຸມັດຈັດຍົນເຊົ່າເໝົາລໍາໃຫ້ແກ່ແຮງງານລາວ ທີ່ເຮັດວຽກຢູ່ເຮືອປະມົງຂອງມາເລເຊຍ ຈໍານວນປະມານ 530 ຄົນ. ໃນວັນທີ 14 ພະຈິກ 2020, ສະຖານທູດ ໄດ້ເຮັດບົດລາຍງານ ຫາກະຊວງການຕ່າງປະເທດ ກ່ຽວກັບບັນຫາ ດັ່ງກ່າວ ແລະ ລາຍງານສະພາບບັນຫາຄວາມຫຍຸ້ງຍາກຂອງແຮງງານລາວ, ໂດຍສະເພາະແມ່ນຄວາມຫຍຸ້ງຍາກ ດ້ານທີ່ພັກອາໄສ ແລະ ການກິນ ເພາະທາງບໍລິສັດປະມົງໄດ້ຢຸດຈ້າງ ບວກໃສ່ສະພາບການລະບາດຂອງໂຄວິດ 19 ຢູ່ມາເລເຊຍ.
ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ຄະນະສະເພາະກິດຂັ້ນສູນກາງ ພິຈາລະນາ ອະນຸຍາດໃຫ້ຍົນເຊົ່າເໝົາລໍາບິນເຂົ້າລາວຕາມການສະເໜີ, ໃນອາທິດທີ 1 ຫຼື 2 ຂອງເດືອນທັນວາ 2020, ອີງຕາມ ສະພາບຄວາມພ້ອມຂອງລັດຖະບານ ທາງດ້ານສະຖານທີ່ພັກເຊົາທີ່ໃຊ້ເປັນບ່ອນກັກໂຕ 14 ວັນ ແລະ ອື່ນໆ. ວັນທີ 24 ພະຈິກ 2020 ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ເຮັດຫນັງສືແຈ້ງໃຫ້ສະຖານທູດຊາບ ກ່ຽວກັບການເຫັນດີຂອງຄະນະນໍາກະຊວງໃນການອະນຸຍາດໃຫ້ແຮງງານລາວກັບຄືນປະເທດ, ພ້ອມທັງໃຫ້ ສະຖານທູດ ກໍານົດມື້ທີ່ຈະເດີນທາງເຂົ້າປະເທດ ແລະ ໃຫ້ເອົາລາຍຊື່ຂອງຜູ້ໂດຍສານນັ້ນນໍາສະເໜີກົມກົງສູນ, ກະຊວງການຕ່າງປະເທດ ພ້ອມນີ້ໃຫ້ຊຸກຍູ້ທາງບໍລິສັດການບິນສະເໜີຂໍອະນຸຍາດ ຖ້ຽວບິນເຂົ້າປະເທດນໍາ ຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກົມການບິນພົນລະເຮືອນຕາມຂັ້ນຕອນ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີແຈ້ງການ, ສະບັບເລກທີ 1291/ຫສນຍ, ລົງວັນທີ 26 ພະຈິກ 2020 ໂດຍໃຫ້ຢຸດຊົ່ວຄາວ ການອະນຸຍາດໃຫ້ຍົນເຊົາເໝົາລໍາບິນເຂົ້າປະເທດ ຍ້ອນມີຄົນຕິດເຊື້ອໂຄວິດ-19 ຈາກຕ່າງປະເທດເຂົ້າມາລາວ.
ເຖິງຢ່າງໃດກໍຕາມ, ສະຖານທູດໄດ້ສືບຕໍ່ຄວາມພະຍາຍາມຊ່ວຍເຫຼືອຈໍານວນແຮງ ງານດັ່ງກ່າວ, ໂດຍໄດ້ເຮັດບົດລາຍງານ ສະບັບທີສອງ ໃນວັນທີ 1 ທັນວາ 2020 ເຖິງກະຊວງການຕ່າງປະເທດ ແລະ ໄດ້ສະໜອງຂໍ້ມູນກ່ຽວກັບແຮງງານໃຫ້ລະອຽດ ແລະ ເລິກເຊິ່ງຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ຄະນະ ສະເພາະກິດຂັ້ນສູນກາງ ໄດ້ພິຈາລະນາອະນຸຍາດໃຫ້ຍົນເຊົ່າເໝົາລໍາດັ່ງກ່າວ ນໍາສົ່ງແຮງງານລາວກັບຄືນປະເທດເປັນກໍລະນີພິເສດ, ໂດຍໄດ້ສະເໜີມື້ເດີນທາງເຂົ້າລາວ ຖ້ຽວທີ 1, ໃນວັນທີ 12 ທັນວາ 2020 ແລະ ຖ້ຽວທີ 2 ໃນວັນທີ 17 ທັນວາ 2020, ເພື່ອໃຫ້ສາມາດນໍາເອົາແຮງງານລາວທັງໝົດກັບຄືນປະເທດດ້ວຍຄວາມປອດໄພ.
ປັດຈຸບັນ ບັນຫາດັ່ງກ່າວ ຢູ່ໃນຂັ້ນຕອນພິຈາລະນາ ຂອງຄະນະສະເພາະກິດຂັ້ນສູນກາງ, ຊຶ່ງສະຖານທູດກໍໄດ້ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ. ໃນຄວາມເປັນຈິງ, ຜ່ານມາສະຖານທູດ ໄດ້ເຮັດວຽກດ້ວຍຄວາມຕັ້ງໃຈໃນການແກ້ໄຂບັນຫາດັ່ງກ່າວ, ໂດຍໄດ້ ດໍາເນີນການເອງທຸກຢ່າງ ໃນການຈັດຍົນເຊົ່າເໝົາລໍາ ເພື່ອແກ້ໄຂໃຫ້ບັນຫາພີ່ນ້ອງຄົນລາວ ທີ່ຕົກຄ້າງຢູ່ມາເລເຊຍ, ຈໍານວນ 400-500ຄົນ ໃຫ້ໄດ້ເດີນທາງກັບບ້ານດ້ວຍຄວາມປອດໄພ, ພະນັກງານທຸກຄົນໄດ້ໃຫ້ການຊ່ວຍເຫຼືອ ໃນການສົ່ງພວກກ່ຽວຢູ່ສະຫນາມບິນ, ປະສານຂໍການຊ່ວຍເຫລືອນໍາທາງຕໍາຫລວດກວດຄົນເຂົ້າ-ອອກເມືອງ ແລະ ແກ້ໄຂໃຫ້ຄົນລາວ ທີ່ເອກະສານບໍ່ຄົບຖ້ວນ ໃຫ້ໄດ້ກັບເມືອບ້ານດ້ວຍຄວາມສະຫວັດດີພາບທຸກຄົນ.
ສະຖານທູດ ແມ່ນບໍ່ໄດ້ມີສ່ວນຮ່ວມທາງດ້ານຜົນປະໂຫຍດຫຍັງໝົດ ກັບບໍລິສັດ ດັ່ງທີ່ມີການກ່າວອ້າງໂຈມຕີຂອງຄົນເຫລົ່ານັ້ນ, ກົງກັນຂ້າມໃນຄວາມເປັນຈິງສະຖານທູດໄດ້ໃຫ້ຄຳປຶກສາບໍລິສັດ ເພື່ອໃຫ້ກໍານົດລາຄາປີ້ ຍົນໃນລາຄາຖືກ ແລະ ເໝາະສົມ ເພື່ອບໍ່ໃຫ້ມີລາຄາສູງເມື່ອທຽບໃສ່ລາຄາປີ້ຍົນທີ່ບໍລິສັດເອກະຊົນຈັດຍົນເຊົ່າເໝົາລໍາ, ສ່ວນການຄິດໄລ່ຄ່າບໍລິການອື່ນໆ ເຊັ່ນ: ກະກຽມເອກະສານຕ່າງໆ, ການກະກຽມລົດເດີນທາງແຕ່ ບ່ອນຢູ່ສະໜາມບິນ ແມ່ນບໍລິສັດເປັນຝ່າຍກໍານົດ ແລະ ຕົກລົງເອງກັບທາງຜູ້ຕາງໜ້າຂອງຜູ້ອອກແຮງງານ ແລະ ກໍໄດ້ຮັບຊາບວ່າ: ໂດຍພື້ນຖານດ້ານລາຄານັ້ນ ບໍລິສັດ ແລະ ຜູ້ຕາງຫນ້າອອກແຮງງານ, ທັງສອງຝ່າຍໄດ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ໃນດ້ານຕ່າງໆທີ່ນອກເຫນືອຈາກລາຄາປີ້ຍົນ ຊຶ່ງເປັນການຕົກລົງກັນລະ ຫວ່າງຜູ້ໂດຍສານ ແລະ ບໍລິສັດທີ່ຈະຈັດຍົນເຊົ່າເໝົາລໍາໃນຄັ້ງນີ້.
ຖ້ຽວບິນດັ່ງກ່າວນີ້ ແມ່ນຈະມີພຽງແຕ່ຜູ້ໂດຍ ສານຂາເຂົ້າລາວ ທີ່ເປັນແຮງງານລາວ ຈາກກົວລາລໍາເປີ-ນະຄອນຫຼວງວຽງຈັນເທົ່ານັ້ນ ແລະ ຈະບໍ່ມີຜູ້ໂດຍສານຂາອອກ ນະຄອນຫຼວງວຽງຈັນ-ກົວລາລໍາເປີ.
ປະຈຸບັນ ສະຖານທູດເອງ ກໍໄດ້ມີໂອກາດໂອ້ລົມກັບຜູ້ຕາງໜ້າຜູ້ອອກແຮງງານລາວເຮົາ ຢູ່ມາເລເຊຍ (ຜ່ານທາງ ໂທລະສັບ) ເພື່ອແຈ້ງໃຫ້ເຂົາເຈົ້າຊາບເຖິງສະພາບຄວາມຫຍຸ້ງຍາກຕົວຈິງ ທີ່ພົວພັນກັບການປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ດໍາເນີນການພາຍໃນປະເທດ ແລະ ໄດ້ແນະ ນໍາເຂົາ ເຈົ້າໃຫ້ແຈ້ງຂໍ້ມູນອັນຖືກຕ້ອງ ຈາກສະຖານທູດ ແກ່ທຸກຄົນໄດ້ຮັບຊາບ ແລະ ເຂົ້າໃຈ ໃຫ້ທຸກຄົນມີຄວາມອົດທົນ, ທຸ່ນທ່ຽງ ແລະ ບໍ່ໃຫ້ເຊື່ອຄໍາກ່າວຫາທີ່ບໍ່ແມ່ນຄວາມຈິງຂອງບຸກຄົນທີ່ບໍ່ຫວັງດີ, ໄດ້ແນະນໍາໃຫ້ຕິດຕາມ ແລະ ປະສານໂດຍກົງຫາສະຖານທູດຖ້າຫາກວ່າມີບັນຫາໃດບໍ່ເຂົ້າໃຈ.
ອີກເທື່ອໜຶ່ງ, ສະຖານເອກອັກຄະລັດຖະທູດ ຂໍຖືໂອກາດນີ້ສະແດງຄວາມຂອບໃຈສື່ມວນຊົນ ແລະ ສັງຄົມທີ່ ມີຄວາມເຂົ້າໃຈ, ບໍ່ຫລົງເຊື່ອຕໍ່ການໃຫ້ຂໍ້ມູນຂ່າວທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ແລະ ເປັນກໍາລັງໃຈໃນການປະ ຕິບັດວຽກງານໃຫ້ແກ່ສະຖານທູດຕະຫລອດມາ ແລະ ແກ່ແຮງງານລາວທີ່ມາເຮັດວຽກຢູ່ມາເລເຊຍ.
ດັ່ງນັ້ນ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາມາເລເຊຍ ທີ່ ກົວລາລໍາເປີ ຈຶ່ງໄດ້ເຮັດຫນັງສືຊີ້ ແຈງສະບັບນີ້ ມາຍັງບັນດາທ່ານ, ເພື່ອຮັບຊາບຂໍ້ມູນຄວາມເປັນຈິງໃນບັນຫາດັ່ງກ່າວ ຕາມທາງຄວນດ້ວຍ.