ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ

- CLMV                                             CLMV                    CLMVT           - ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ
- kitchen vibe - ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ

ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11  ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ໂດຍ ລາວເຮົາ ຈະເປັນເຈົ້າພາບຄາດວ່າຈະໄຂຂຶ້ນໃນຕອນເຊົ້າ ວັນທີ 9 ທັນວານີ້, ພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອານາຈັກກຳປູເຈຍ ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວຈະຈັດຂຶ້ນ ໃນຮູບແບບກອງປະຊຸມທາງໄກ. ເພື່ອຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມສຸດຍອດ CLV ຄັ້ງທີ 11 ຈະໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫລ່ຽມພັດທະນາ ຮອດປີ 2030, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບເຂດສາມຫລ່ຽມພັດທະນາ. ພ້ອມນີ້ ຈະໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ແຜນພັດທະນາອຸດສາຫະກໍາຢາງພາລາ ແບບຍືນຍົງ ໃນເຂດສາມຫລ່ຽມພັດທະນາ ແລະ ແຜນພັດທະນາການທ່ອງທ່ຽວ ສໍາລັບ ເຂດສາມຫລ່ຽມພັດທະນາ. ສ່ວນກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຈະດໍາເນີນໄປ ພາຍໃຕ້ຄໍາຂວັນ “ຍົກສູງປະສິດທິພາບການເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ” ແລະ ຈະໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 9 ຜ່ານມາ ລວມທັງການຈັດຕັ້ງປະຕິບັດ ແຜນປະຕິບັດງານ CLMV (2019-2020) ແລະ ຈະໄດ້ຮັບຮອງເອົາ ຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10, ຂອບວຽກເພື່ອການພັດທະນາປະເທດ CLMV ແລະ ບັນດາໂຄງການບູລິມະສິດ ແລະ ສຳລັບກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະດໍາເນີນໄປ ພາຍໃຕ້ຄຳຂວັນ “ຄູ່ຮ່ວມມືເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ຊຶ່ງຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ຈະໄດ້ຮັບຮອງເອົາ ຖະແຫລງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ, ກົນໄກການປະຕິບັດວຽກງານຂອງ ຄະນະກໍາມະການປະສານງານ ແລະ ບັນດາໂຄງການບູລິມະສິດ ACMECS.

ຂອບການຮ່ວມມືເຂດສາມຫລ່ຽມພັດທະນາ CLV ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999 ໂດຍປະກອບມີປະເທດສະມາຊິກ 3 ປະເທດ ຄື: ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 13 ແຂວງທີ່ມີຊາຍແດນຕິດຈອດກັນ ແລະ ໃກ້ຄຽງກັນ ລະຫວ່າງ 3 ປະເທດ. ສໍາລັບຂອບການຮ່ວມມື CLMV ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ແລະ ປະກອບມີປະເທດສະມາຊິກ 4 ປະເທດຄື: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອສົ່ງເສີມການເຊື່ອມໂຍງພາກພື້ນ ກໍຄືການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາເສດຖະ ກິດ-ສັງຄົມ ລະຫວ່າງ ສະມາຊິກອາຊຽນໃໝ່ ແລະ ສະມາຊິກອາຊຽນເກົ່າ ໃຫ້ນັບມື້ຍັບເຂົ້າໃກ້ກັນ ແລະ ເຊື່ອມໂຍງກັນ ແນໃສ່ການຮ່ວມມືໃນ 8 ຂະແໜງການບູລິມະສິດ ຄື: ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ພະລັງງານ, ໂທລະຄົມມະນາຄົມ ແລະ ການສື່ສານ, ການທ່ອງທ່ຽວ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ.

ສ່ວນຂອບການຮ່ວມມື ACMECS ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍປະກອບມີປະເທດສະມາຊິກ 5 ປະເທດ ຄື: ກຳປູເຈຍ, ມຽນມາ, ສປປ ລາວ, ໄທ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ ບົນພື້ນຖານ 3 ເສົາຄໍ້າ ຄື: ການເຊື່ອມຈອດທີ່ໂລ່ງລ່ຽນ; ຄວາມກົມກຽວທາງດ້ານເສດຖະກິດ ແລະ ການພັດທະນາທີ່ທັນສະໄໝ ແລະ ຍືນຍົງ, ທັງກວມເອົາ 10 ຂົງເຂດບູລິມະສິດ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການລົງທຶນ, ການເງິນ-ທະນາຄານ, ການພັດທະນາຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ກະສິກຳ, ທ່ອງທ່ຽວ ແລະ ສາທາລະນະສຸກ.

- 5 - ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ
- 4 - ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ
- 3 - ກອງປະຊຸມສຸດຍອດ CLV ແລະ CLMV ສປປ ລາວ ເປັນເຈົ້າພາບ