ອັງກິດເລີ່ມສັກວັກຊີນໂຄວິດ-19 ໃຫ້ຄົນທົ່ວໄປຢ່າງເປັນທາງການແລ້ວ
ວັນທີ 8 ທັນວານີ້, ສຳນັກຂ່າວ BBC ລາຍງານວ່າ: ຜູ້ຍິງຊາວໄອແລນເໜືອ ອາຍຸ 90 ປີ ເປັນຊາວອັງກິດຄົນທຳອິດທີ່ເຂົ້າຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຫລັງຈາກວັກຊີນທີ່ Pfizer ແລະ BioNTech ພັດທະນາຮ່ວມກັນ ໄດ້ຮັບອະນຸມັດໃຫ້ນຳໃຊ້ໄດ້ເມື່ອອາທິດຜ່ານມາ.
ນາງ ມາກາເຣັດ ຄີແມນ ຜູ້ໄດ້ຮັບວັກຊີນເຂັມທຳອິດ ເປີດເຜີຍວ່າ: ນາງຮູ້ສຶກມີສິດທິພິເສດທີ່ໄດ້ຮັບວັກຊີນເປັນຄົນທຳອິດ ຄືກັບໄດ້ຂອງຂວັນວັນເກີດລ່ວງໜ້າ ເຊິ່ງໝາຍຄວາມວ່າ: ນາງຈະໃຊ້ເວລາຮ່ວມກັບຄອບຄົວ ແລະ ໝູ່ເພື່ອນໄດ້ອີກໃນຊ່ວງເທສະການປີໃໝ່ນີ້ ຫລັງຈາກໃຊ້ເວລາຢູ່ຄົນດຽວມາເກືອບປີ.
ນາງໄດ້ສະແດງຄວາມຂອບໃຈນາງ ເມ ພາຣສັນ ພະຍາບານຊາວຟີລິບປິນ ທີ່ເປັນຜູ້ສັກວັກຊີນໃຫ້ນາງ ລວມທັງບຸກຄະລາກອນຂອງໜ່ວຍບໍລິການສາທາລະນະສຸກແຫ່ງຊາດ ຫລື NHS ທີ່ຊ່ວຍເບິ່ງແຍງນາງເປັນຢ່າງດີ ແລະ ໃຫ້ຄຳແນະນຳຕໍ່ຜູ້ທີ່ໄດ້ຮັບການສະເໜີວັກຊີນວ່າ: ຖ້າຄົນອາຍຸ 90 ປີ ຄືນາງສັກວັກຊີນໄດ້ ຄົນອື່ນກໍສັກໄດ້ເຊັ່ນກັນ.
ໂດຍນາງ ຄີແນນ ຈະເຂົ້າຮັບວັກຊີນເຂັມທີສອງ ເພື່ອກະຕຸ້ນພູມຄຸ້ມກັນໄດ້ອີກ 21 ວັນຕໍ່ໜ້າ.
NHS ເຜີຍວ່າໄດ້ຮັບວັກຊີນຊຸດທຳອິດມາແລ້ວປະມານ 800.000 ໂດສ ໂດຍຜູ້ທີ່ມີອາຍຸເກີນ 80 ປີ ແລະ ຜູ້ເບິ່ງແຍງເຮືອນ ເປັນໜຶ່ງໃນກຸ່ມທຳອິດທີ່ໄດ້ສິດໃນການເຂົ້າເຖິງວັກຊີນກ່ອນ ແລະ ວາງແຜນຈະຈັດຫາວັກຊີນໃຫ້ໄດ້ເຖິງ 4 ລ້ານໂດສພາຍໃນເດືອນນີ້.