ລັດເຊຍເພີ່ມກຳລັງປະຊິດກັບຊາຍແດນຂອງ ນາໂຕ

ສຳນັກຂ່າວ The Moscow Times ວັນທີ 7 ທັນວານີ້ວ່າ, ທ່ານ Alexander Nosatov ຜູ້ບັນຊາການທະຫານໃນເຂດ ທະເລ ບານຕິກ ຂອງລັດເຊຍ ກ່າວວ່າ: ນາໂຕ ໄດ້ຂະຫຍາຍກຳລັງລົດຕັງປະຊິດກັບເສັ້ນຊາຍແດນຂອງລັດເຊຍ. ທ່ານຍັງໃຫ້ຮູ້ເພີ່ມເຕີມວ່າ: ກອງກຳລັງບຸກໂຈມຕີຂອງພວກນາໂຕ ຍັງໄດ້ເສີມກຳລັງໄປປະຊິດກັບຊາຍແດນເຂດ Kaliningrad ຕື່ມອີກ.
ສຳນັກຂ່າວ Krasnaya Zvezda ລາຍງານວ່າ: ເພື່ອເປັນການຮັບມື ກັບການຂົ່ມຂູ່ດັ່ງກ່າວ, ເຈົ້າໜ້າທີ່ທາງການທະຫານຂອງລັດເຊຍ ຈຳເປັນຕ້ອງດຳເນີນມາດຕະການຕອບໂຕ້ຄືນຢ່າງທັນການ, ໃນນັ້ນໄດ້ສ້າງຕັ້ງໜ່ວຍທະຫານລາບປືນກົນ ທີ່ທັນສະໄໝຂຶ້ນ ແລະ ໄດ້ກາຍເປັນພາກສ່ວນໜຶ່ງຂອງກອງກຳລັງປ້ອງກັນເຂດ ທະເລ ບານຕິກ, ຊຶ່ງກອງກຳລັງດັ່ງກ່າວປະກອບດ້ວຍກອງປືນກົນ, ກອງປືນໃຫ່ຍ ແລະ ກອງທັບລົດຕັງ.
ທ່ານ Nosatov ເນັ້ນຢໍ້າວ່າ: ການຜັນຂະຫຍາຍກຳລັງເພີ່ມເຕີມໃນເຂດ Kaliningrad ຍັງຈະສືບຕໍ່ໄປຈົນເຖິງປີໜ້າ.
ໃນບົດລາຍງານສະບັບໜຶ່ງຂອງນາໂຕ ໃນອາທິດທີ່ຜ່ານມານີ້ ລະບຸວ່າ: ລັດເຊຍ ຍັງເປັນໄພຂົ່ມຂູ່ຕົ້ນຕໍ ຂອງນາໂຕ ໃນທົດສະວັດທີ່ຈະມາເຖິງ ຈຶ່ງຈຳເປັນຕ້ອງເພີ່ມກຳລັງເພື່ອຕ້ານກັບໄພຂົ່ມຂູ່ຈາກລັດເຊຍ.