“ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”

- 18622578 1326285024116421 4122453718666675551 n - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”
- kitchen vibe - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”

ໂດຍ:ທິດ​ກໍ່າ

ຕໍ່​ປະ​ໂຫຍ​ກຄຳ​ເຫັນ, ຊີ້​ແນະ​ໂອ້​ລົມ ອັນ​ເປັນ​ຄຳ​ເວົ້າທີ​ເດັດ​ຂອງ​ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ທີ່​ໄດ້​ກ່າວ​ໃນ​ໂອກາດ​ເປີດ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ​ການ​ເງິນ ຄັ້ງທີ III ​ຜ່ານ​ມາ. ມີ​ບາງ​ຕອນ​ກາຍ​ເປັນ​ກະທູ້​ທີ​ເດັດ​ສຳຄັນ​ທີ່​ໄດ້​ໃຈ​ປະຊາຊົນ. ດັ່ງ​ປະ​ໂຫຍ​ກຄຳ​ເວົ້າທີ່​ວ່າ: “…ຖ້າ​ສິ່ງ​ສັກສິດ​ມີ​ຈິງ ວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ” ພາຍຫລັງ​ທ່ານ​ເວົ້າປະ​ໂຫຍ​ກນີ້​ສິ້ນສຸດ​ລົງ ກໍ​ມີ​ສຽງ​ຫົວ​ຮື​ຮາ​ດັງ​ຂຶ້ນທົ່ວ​ຫ້ອງ​ປະຊຸມ. ນອກຈາກ​ນັ້ນ ກໍ​ຍັງ​ມີ​ຫລາຍ​ບັນຫາ​ທີ່​ທ່ານ​ໄດ້​ຍົກ​ຂຶ້ນ ​ເພື່ອ​ເປັນ​ທິດ​ທາງ​ແກ້​ໄຂ​ໃນ​ຕໍ່ໜ້າ ​ເປັນຕົ້ນ​ແມ່ນ​ໃນ​ໜ້າ​ທີ່​ການ​ງານ​ຂອງ​ກະຊວງ​ການ​ເງິນ ກໍ​ຄື​ພະນັກງານ​ໃນ​ຂະ​ແໜງ​ການ​ເງິນ ນັບ​ແຕ່​ຂັ້ນທ້ອງ​ຖິ່ນ​ຂຶ້ນຮອດ​ສູນ​ກາງ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ຈຸດ​ອ່ອນ​ຄົງ​ຄ້າງ​ຂອງ​ຕົນ​ເຊັ່ນ: ຍັງ​ມີ​ສະມາຊິກ​ພັກ, ພະນັກງານ​ການ​ເງິນ​ຫລາຍ​ສະຫາຍ​ຍັງ​ບໍ່​ທັນ​ກຳ​ໄດ້​ລະບຽບ​ຫລັກການ​ພື້ນຖານ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ, ບາງ​ສະຫາຍ​ຄວາມ​ຮູ້​ຄວາມ​ສາມາດ​ບໍ່​ທັນ​ພຽງພໍ ​ເຊິ່ງ​ໃນ​ຜ່ານ​ມາ​ກໍ​ເຄີຍ​ໄດ້​ຈັດຕັ້ງສອບ​ເສັງ​ທົດ​ສອບ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ພະນັກງານ​ການ​ເງິນ​ ​ໄດ້​ມີ​ຫລາຍ​ສະຫາຍ​ບໍ່​ຜ່ານ, ​ແຕ່​ກົງກັນຂ້າມ ​ໃຜ​ກໍ​ຍາດ​ກັນ​ມາ​ເປັນ​ພະນັກງານ​ການ​ເງິນ, ​ເມື່ອ​ໄດ້​ເຂົ້າມາ​ເຮັດ​ວຽກ​ແລ້ວ ກໍ​ຫາ​ວິທີ​ສໍ້​ໂກງ​ເອົາ​ເງິນ​ລັດ​ດ້ວຍ​ວິທີ​ການ​ຕ່າງໆ​ນາໆ.

- Visit Laos Visit SALANA BOUTIQUE HOTEL - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”
- Visit Laos Visit SALANA BOUTIQUE HOTEL - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”

​ເພາະສະນັ້ນ ຈຶ່ງ​ຮຽກຮ້ອງ​ໃຫ້​ພະນັກງານ​ໃນ​ຂະ​ແໜງ​ການ​ເງິນ​ທຸກ​ສະຫາຍ​ຕ້ອງ​ໄດ້​ພ້ອມ​ກັນ​ສູ້​ຊົນ​ແກ້​ໄຂ​ບັນຫາ​ໃຫ້​ໝົດ​ໄປ, ​ໃຫ້​ສົມ​ກັບ​ວ່າ​: ຊາດ ​ແລະ ປະຊາຊົນ ກໍ​ຄື​ພັກ-ລັດຖະບານ​ໄດ້​ມອບ​ໝາ​ຍ​ໃຫ້. ທ່ານ​ຮອງ​ປະທານ​ປະ​ເທດ ຍັງ​ໄດ້​ຢ້ຳວ່າ: ໜ້າ​ທີ່​ບູລິ​ມະ​ສິດ​ຂອງ​ຂະ​ແໜງ​ການ​ເງິນ​ໃນ 5 ປີ​ຕໍ່ໜ້າ ຄືກ​ອບກູ້​ເອົາ​ສະພາບ​ວິ​ກິດ​ທາງ​ດ້ານ​ການ​ເງິນ​ໃນ​ໄລຍະ​ຫລາຍ​ປີຜ່ານມາ​ໃຫ້​ຄືນ​ສູ່​ສະພາບ​ປົກກະຕິ ຫລື ຢ່າງ​ໜ້ອຍ​ກໍ​ໃຫ້​ມັນ​ເບົາບາງ​ລົງ. ຖ້າ​ເຮັດ​ໄດ້​ແນວ​ນີ້ ຈຶ່ງ​ຖື​ວ່າ​ເຮັດ​ຫລ້ອນ​ໜ້າ​ທີ່. ​ໃນ​ໄລຍະ​ຜ່ານ​ມາ, ຖື​ວ່າ​ພວກ​ສະຫາຍ​ກໍ​ໄດ້​ສູ້​ຊົນ​ແກ້​ໄຂ​ບັນຫາ​ຕ່າງໆ​ໄດ້​ດີ​ສົມຄວນ​ແລ້ວ, ​ແຕ່​ສຳລັບ​ອົງຄະ​ນະ​ພັກ​ຊຸດ​ນີ້​ຕ້ອງ​ໄດ້​ບຸ​ກທະລຸ​ເຮັດ​ຫລ້ອນ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ຫລາຍ​ຂຶ້ນ ​ເພາະ​ອົງຄະ​ນະ​ພັກ​ຊຸດ​ນີ້​ສ່ວນ​ຫລາຍ​ມີ​ແຕ່​ຄົນ​ຮຸ້ນ​ໜຸ່ມ ທັງ​ມີ​ວິຊາ​ຄວາມ​ຮູ້, ຄວາມ​ສາມາດ​ພຽງ​ພ້ອມ ​ແລະ ຂໍ​ຢ່າ​ໃຫ້​ພັກ ​ແລະ ລັດຖະບານ​ມີ​ຄວາມ​ຜິດ​ຫວັງ ຍ້ອນ​ການ​ບໍລິຫານ​ງານ​ຂອງ​ຄະນະ​ພັກ​ຊຸດ​ໃໝ່.

​ໄປ​ຄຽງ​ຄູ່​ກັນນັ້ນ, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ​ການ​ເງິນ​ທຸກ​ຄົນ​ຕ້ອງ​ໄດ້​ແກ້​ໄຂ​ພາບ​ພົດ​ທາງ​ລົບ ​ແລະ ຫາງ​ສຽງ​ວິພາກ​ວິຈານ​ຂອງ​ສັງຄົມ​ຕໍ່​ພະນັກງານ​ການ​ເງິນ ກໍ​ຄື​ຂະ​ແໜງ​ການ​ເງິນ​ໃນ​ແງ່​ມຸມ​ທີ່​ບໍ່​ດີ​ໃຫ້​ໝົດ​ໄປ ຍ້ອນ​ວ່າ​ໃນ​ຜ່ານ​ມາ ສັງຄົມ​ເຂົາ​ຂາດ​ສັດທາ​ຕໍ່​ພະນັກງານ​ການ​ເງິນ ຍ້ອນ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂົງ​ເຂດ​ນີ້​ຢ່າງ​ກວ້າງຂວາງ ​ແລະ ​ແຜ່​ລາມ. ຕໍ່​ພາບ​ພົດ​ທີ່​ເສຍ​ຫາຍ​ແຜ່​ລາມ​ທີ່​ສຸດ​ກໍ​ແມ່ນ​ໃນ​ຂົງ​ເຂດ​ພາສີ, ຂົງ​ເຂດ​ອາກອນ ​ເຊິ່ງ​ໃນ​ຕົວ​ຈິງ​ແລ້ວ ຖ້າ​ໃຜ​ໄດ້​ເປັນ​ພາສີ, ​ເປັນ​ອາກອນ​ແລ້ວ ​ລ້ວນ​ແຕ່​ເປັນ​ຄົນ​ລ້ຳລວຍ​ຮັ່ງມີ​ແບບ​ຜິດ​ປົກກະຕິ​ເຊັ່ນ: ມີ​ຄະ​ລື​ຫາດ​ຫລາຍ​ຫລັງ, ມີ​ລົດ​ຫລູຫລາ​ຂີ່​ຫລາຍ​ຄັນ, ມີ​ດິນ​ດອນ​ຕອນ​ຫຍ້າ​ບໍ່​ອຶດ​ບໍ່​ຢາກ ​ເຊິ່ງສິ່ງ​ເຫລົ່າ​ນີ້​ມັນ​ລ້ວນ​ແລ້ວ​ແຕ່​ເປັນ​ການ​ຜິດ​ຕໍ່​ຈັນ​ຍາ​ບັນ​ຂອງ​ການ​ເປັນ​ພະນັກງານ​ການ​ເງິນ ​ແລະ ​ເມື່ອ​ປຽບທຽບ​​ໃສ່​ສັງຄົມ​ທົ່ວ​ໄປ ຫລື ປຽບທຽບ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ສະມາຊິກ​ພັກ​ຜູ້​ທີ່​ເຮັດ​ວຽກ​ໃນ​ຂົງ​ເຂດ​ການ​ເມືອງ​ແມ່ນ​ຫລຸດ​ລື່ນ​ແຕກ​ຕ່າງ​ກັນ​ປານ​ຟ້າ​ກັບ​ດິນ.

ຈາກ​ປາກົດການ​ຫຍໍ້​ທໍ້​ຕ່າງໆ​ທີ່​ໄດ້​ກ່າວ​ມາ​ນີ້ ມັນ​ຈຶ່ງ​ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ຫລາຍ​ດ້ານ​ຕໍ່​ລາຍ​ຮັບ​ຂອງ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ລັດຖະກອນ​ໂດຍ​ລວມ ທັງ​ຍັງ​ສ້າງ​ຄວາມ​ເລື່ອມ​ລ້ຳຕໍ່າ​ສູງ, ຖານະ​ຕຳ​ແໜ່​ງ​ໃນ​ສັງຄົມ​ບ້ານ​ເມືອງ​ຢ່າງ​ໄຮ້​ຄວາມ​ຍຸຕິ​ທຳ.

ຕາມ​ທິດ​ກໍ່າ​ວ່າ, ​ເວົ້າ​ເລື່ອງ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ສັງຄົມ​ລາວ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄື​ໃນ​ປັດຈຸບັນ ມັນ​ກໍ​ບໍ່​ແມ່ນ​ແຕ່​ຂະ​ແໜງ​ການ​ເງິນ ຫລື ພະນັກງານ​ການ​ເງິນ​ດ໋ອກ, ມັນ​ມີ​ຢູ່​ທົ່ວ​ໄປ ຕ່າງ​ແຕ່​ວ່າ​ຜູ້​ຫລາຍ​ຜູ້​ໜ້ອຍ, ຜູ້​ນ້ອຍ​ຜູ້​ໃຫຍ່, ຜູ້​ຕໍ່າ​ຜູ້​ສູງ, ​ເປັນ​ເຈົ້າ​ເປັນ​ນາຍ ​ເວົ້າລວມ​ແລ້ວ​ຜູ້​ໃດ​ທີ່ຢູ່​ໃກ້​ກັບ​ເສດຖະກິດ, ຢູ່​ໃກ້​ກັບ​ເງິນ, ຢູ່​ໃກ້​ກັບ​ຊັບ​ສິນ​ດິນ​ດອນ​ຕອນ​ຫຍ້າ ກໍ​ເປັນ​ອັນວ່າ​ລຽບ​ວຶດ​ດ້ວຍ​ກັນ​ທັງ​ນັ້ນ. ຈາກ​ນັ້ນຈຶ່ງ​ເຮັດ​ໃຫ້​ສະພາບ​ເສດຖະກິດ​ຂອງ​ຊາດ​ຈຳນວນ​ບໍ່​ໜ້ອຍ​ຖືກ​ຫລຸດ​ຖອຍ​ຄື​ດັ່ງ​ເຮົາ​ເຫັນ​ໃນ​ໄລຍະ​ຊຸມ​ປີຜ່ານມາ, ຊ້ຳບໍ່​ໜຳ ປະ​ເທດ​ຊາດ​ບ້ານ​ເມືອງ​ຍັງ​ຕ້ອງ​ມາ​ປະສົບ​ບັນຫາ​ຖືກ​ຜົນ​ກະທົບ​ກັບ​ໄພ​ທໍາມະ​ຊາດ, ​ໂຣກລະບາດ, ​ໂຣຄາ​ພະຍາດ​ຢ່າງ​ເນື່ອງ​ຈິດ​ລຽນຕິດ. ກໍ​ເໝືອນ​ດັ່ງ​ພວກ​ເຮົາ​ໄດ້​ຜະ​ເຊີນ​ກັບ​ໂຣກລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ​ໃນ​ປັດຈຸບັນ.

​ເຖິງ​ຢ່າງ​ໃດກໍ​ດີ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ​ໃນ​ຜ່ານ​ມາ ກໍ​ຄື​ໃນ​ປັດຈຸບັນ ​ແລະ ​ເບິ່ງ​ໄປ​ໃນ​ອະນາຄົດ​ຂ້າງ​ໜ້າ, ຖ້າ​ພວກ​ເຮົາ​ຫາກ​ເຫັນ​ໄດ້​ຄວາມທຸກ​ຍາກ​ຂອງ​ບ້ານ​ເມືອງ, ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດຂອງ​ຊາດ​ຫລາຍ​ກວ່າ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ມີ​ສິນ​ທຳ​ປະຕິວັດ, ມີ​ເມດ​ຕາ​ກະລຸນາ, ຮູ້​ແບ່ງ​ຜົນ​ປະ​ໂຫຍ​ດ​ເພື່ອ​ຕົນ​ເອງ ​ແລະ ​ເພື່ອ​ປະ​ເທດ​ຊາດ, ຮ່ວມ​ກັນ​ສ້າງສາ​ພັດທະນາ​ໃຫ້​ປະ​ເທດ​ຊາດ​ບ້ານ​ເມືອງ​ຈະ​ເລີ​ນຮຸ່ງ​ເຮືອງ​ມີ​ກ້າວໜ້າ​ເໝືອນ​ດັ່ງປະ​ເທດ​ອື່ນ​ທີ່​ເຂົາ​ຈະ​ເລີ​ນ​ແລ້ວ, ​ແນ່ນອນ​ປະ​ເທດ​ຊາດ​ກໍ​ຕ້ອງ​ຈະ​ເລີ​ນຮຸ່ງ​ເຮືອງ, ມັ່ງ​ຄັ່ງ​ຮັ່ງມີ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ​ຢ່າງ​ແນ່ນອນ.

 

- 3 - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”
- 4 - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”
- 5 - “ຖ້າ​ສິ່ງ​ສັກສິດ​ມີ​ຈິງວ່າ​ບໍ່​ໄດ້​ໂລບ​ເອົາ​ເງິນ​ຈັກກີ​ບກ້າ​ສາບານ​ແມ”