ໂບອິ້ງ 737 ແມັກ ຈະກັບມາເຫີນຟ້າອີກຄັ້ງ ພາຍຫຼັງວິກິດການມາເປັນເາລາ 20 ເດືອນ
December 10, 2020 - 10:33 AM
ພາຍຫຼັງວິກິດການມາເປັນເວລາ 20 ເດືອນ ອັນເນື່ອງມາຈາກເກີດອຸບັດຕິເຫດ ສອງຄັ້ງ, ມີຜູ້ເສຍຊີວິດ 346 ຄົນ ໂບອິ້ງ 737 ແມັກໄດ້ກັບມາເຫີນຟ້າອີກຄັ້ງ ໃນຖ້ຽວບິນການຄ້າທຳອິດໃນວັນທີ 9 ທັນວາ, ລົງທຽບເດີ່ນດ້ວຍຄວາມປອດໄພຢູ່ທີ່ ບຣາຊີລ..
ສຳນັກຂ່າວ AFP ລາຍງານວ່າ ຖ້ຽວບິນໝາຍເລກ 4104 ຂອງສາຍການບິນລາຄາຖືກ Gol ໄດ້ບິນຈາກນະຄອນຫຼວງ ຊາວເປົາໂລ ລົງຈອດທີ່ Porto Alegre ດ້ວຍຄວາມປອດໄພ ຫຼັງບິນເປັນເວລາ 70 ນາທີ.
ໂບອິ້ງ 737 ແມັກ ຖືກຫ້າມບິນພາຍຫຼັງເກີດອຸບັດຕິເຫດສອງຄັ້ງ ຕິດຕໍ່ກັນ, ມີຜູ້ເສຍຊີວິດ 346 ຄົນ ແລະ ໄດ້ຮັບການສ້ອມແປງ ບຳລຸງຮັກສາ ເປັນເວລາ 20 ເດືອນ, ບັດນີ້ໄດ້ກັບມາບິນຢ່າງເປັນທາງການອີກຄັ້ງ.