ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

- IMG 0406 scaled - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money
- kitchen vibe - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

- IMG 0422 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ໃນວັນທີ 9 ທັນວາ 2020 ນີ້, ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໄດ້ຈັດພິທີສະເຫລີມສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການກະເປົາເງິນເອເລັກໂຕຣນິກ u-money ຂຶ້ນຢູ່ຫໍປະຊຸມຂອງສຳນັກງານໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ ເຊິ່ງເປັນບໍລິສັດລູກຂອງ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ເຈິນ ທິ ເຕິມ ທີ່ປຶກສາເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ, ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີວ່າການ ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ.

- Visit Laos Visit SALANA BOUTIQUE HOTEL - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money
- Visit Laos Visit SALANA BOUTIQUE HOTEL - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

- IMG 0351 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ໃນພິທີ, ທ່ານ ລິວ ແມ່ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ພ້ອມທັງເປັນຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈໍາກັດ ຜູ້ດຽວ ໃຫ້ຮູ້ວ່າ: ດ້ວຍທ່າແຮງທາງດ້ານໂຄງລ່າງພື້ນຖານໂທລະຄົມມະນາຄົມ ທີ່ ມີສັນຍານປົກຄຸມຢ່າງກວ້າງຂວາງ ເຊິ່ງກວມເອົາເກືອບທຸກພື້ນທີ່ໃນຂອບເຂດທົ່ວປະເທດ. ຍ້ອນເຫດຜົນນີ້, ຢູນີເທວ ຍາມໃດກໍໄດ້ຄິດຄົ້ນ, ປະດິດສ້າງ, ປັບປ່ຽນ ເພື່ອພໍ່ແມ່ປະຊາຊົນດ້ວຍເປົ້າໝາຍອັນແຮງກ້າ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການ ແລະ ຄວາມຈໍາເປັນຕົວຈິງໃນການນໍາໃຊ້ບໍລິການ ເພື່ອນໍາເອົາເຕັກໂນໂລຢີທີ່ມີຄວາມທັນສະໝອງລົງສູ່ທຸກພື້ນທີ່, ທັງນີ້ກໍເພື່ອເຮັດໃຫ້ ປະຊາຊົນລາວທົ່ວປະເທດເວົ້າລວມ ໂດຍສະເພາະກໍແມ່ນເຂດຫ່າງໄກ ສອກຫລີກ ສາມາດເຂົ້າເຖິງການບໍລິການທາງດ້ານການເງິນ ແບບດີຈີຕອນໄດ້ຢ່າງວ່ອງໄວ ແລະ ມີຄວາມສະດວກ ສະບາຍຂຶ້ນກວ່າເກົ່າ.

- IMG 0360 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ນັບແຕ່ປີ 2014 ບໍລິສັດ ສະຕາ ໂທລະຄົມ ເປັນບໍລິສັດທໍາອິດທີ່ໄດ້ຖືກຄັດເລືອກ ແລະ ຮ່ວມມືກັບ ກອງທຶນເພື່ອການພັດທະນາຂອງສະຫະປະຊາຊາດ (UNCDF)  ເພື່ອອະນຸຍາດໃຫ້ທົດລອງການສະໜອງການບໍລິການທາງດ້ານການເງິນຜ່ານເທິງໂທລະສັບມືຖື ໂດຍຜ່ານໄລຍະການເຮັດວຽກນັບຕັ້ງແຕ່ຄົ້ນຄ້ວາ,  ອອກແບບ ແລະ ຈັດຕັ້ງປະຕິບັດຕົວຈິງຢູ່ບາງສາຂາແຂວງ ພາຍໃຕ້ການຊີ້ນໍາ, ຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດຕິດແທດ ຈາກ ທະນາຄານ ແຫ່ງ ສ.ປ.ປ ລາວ ເຊັ່ນວ່າ: ການປະຕິດບັດຂໍ້ກໍານົດຕ່າງໆທີ່ກ່ຽວຂ້ອງ, ການວາງລະບຽບການຕ່າງໆ ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ລູກຄ້າທີ່ນໍາໃຊ້ຜະລິດຕະພັນ. ນອກຈາກນີ້, ກໍໄດ້ທົດລອງໃຫ້ບໍລິການ ເພື່ອເປັນການຕິດຕາມ ແລະ ປັບປຸງການບໍລິການຕ່າງໆໃຫ້​ເໝາະສົມຕາມສະພາບຕົວຈິງຂອງປະຊາຊົນໃນທຸກຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະກໍແແມ່ນເຂດຫ່າງໄກສອກຫຼີກ. ດັ່ງນັ້ນ, ຜ່ານໄລຍະເວລາ 2 ປີ ແຫ່ງການສະໜອງບໍລິການ u-money ໄດ້ປາກົດເຫັນວ່າ ມີຜົນງານອັນໂດດເດັ່ນຫຼາກຫຼາຍຢ່າງເກີດຂຶ້ນ ເຊັ່ນ: ໄດ້ມີຮ້ານຕົວແທນ ບໍລິການໃນທົ່ວປະເທດ ຫຼາຍກ່ວາ 10,000 ຮ້ານ, ມີລູກຄ້າ ຫຼາຍກ່ວາ 500,000 ຄົນ ແລະ ຮ້ານຄ້າຮັບຊໍາລະ QR code ຫຼາຍກ່ວາ 6000 ຮ້ານໃນທົ່ວປະເທດ. ນອກຈາກນີ້, ຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືຄັງເງິນແຫ່ງຊາດ ໄດ້ປະຕິບັດການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ບັນດາເມືອງຫ່າງໄກສອກຫຼີກ. ພ້ອມດຽວກັນນີ້, ບັນດາເມືອງຕ່າງໆຍັງໄດ້ໃຊ້ຜະລິດຕະພັນດັ່ງກ່າວນີ້ເຂົ້າໃນການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນໃຫ້ກັບນາຍບ້ານອີກດ້ວຍ.​

ດັ່ງນັ້ນ, ເພື່ອເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ກໍຄືພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ບໍລິສັດ ສະຕາ ໂທລະຄົມ ຈຶ່ງໄດ້ພັດທະນາ ແລະ ສະໜອງການ ບໍລິການທາງດ້ານການເງິນເທິງໂທລະສັບມືຖື ທີ່ເອີ້ນວ່າ: “ກະເປົາເງິນເອເລັກໂທຣນິກ” ພາຍໃຕ້ເຄື່ອງຫມາຍການຄ້າ “u-money” ເຊິ່ງການບໍລິການດັ່ງກ່າວຈະຊ່ວຍເພີ່ມຄວາມສະດວກສະບາຍຫຼາຍຢ່າງໃຫ້ແກ່ປະຊາຊົນໃນການນໍາໃຊ້ ບໍລິການທາງດ້ານການເງິນເທິງໂທລະສັບມືຖືໄດ້ຢ່າງວ່ອງໄວ, ສະດວກສະບາຍ, ປະຢັດເວລາ ແລະ ມີຄວາມປອດໄພ ສູງອີກດ້ວຍ ເຊັ່ນວ່າ: ການໂອນເງິນ, ການຖອນເງິນ ແລະ ການຊໍາລະຄ່າບໍລິການຕ່າງໆ ຜ່ານໂທລະສັບມືຖືທີ່ປະຊາຊົນ ໄດ້ນໍາໃຊ້ໃນຊີວິດປະຈໍາວັນ ໂດຍຜ່ານເຄື່ອຍຂ່າຍສັນຍາຂອງ ຢູນີເທວ.

- 117724431 693667134520072 1843523137996484005 o 300x113 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ຜ່ານໄລຍະເວລາ 2 ປີ ແຫ່ງການສະໜອງບໍລິການ u-money ໄດ້ມີຜົນງານອັນໂດດເດັ່ນຫລາກຫລາຍຢ່າງຄື: ໄດ້ມີຮ້ານຕົວແທນບໍລິການໃນທົ່ວປະເທດ ຫລາຍກ່ວາ 10.000 ຮ້ານ, ມີລູກຄ້າ ຫລາຍກ່ວາ 500.000 ຄົນ ແລະ ຮ້ານຄ້າຮັບຊໍາລະ QR code ຫລາຍກ່ວາ 6.000 ຮ້ານໃນທົ່ວປະເທດ. ນອກນີ້, ຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືຄັງເງິນແຫ່ງຊາດ ໄດ້ປະຕິບັດການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ບັນດາເມືອງຫ່າງໄກສອກຫລີກ, ພ້ອມທັງບັນດາເມືອງຕ່າງໆຍັງໄດ້ໃຊ້ຜະລິດຕະພັນດັ່ງກ່າວນີ້ເຂົ້າໃນການເບີກຈ່າຍເງິນເດືອນ ແລະ ເງິນອຸດຫນູນໃຫ້ກັບນາຍບ້ານອີກດ້ວຍ.

- 89457391 598981263988660 4224019457086849024 o 300x120 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ໂອກາດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທາງບໍລິສັດດັ່ງກ່າວທີ່ໄດ້ຄົ້ນຄິດ ຜະລິດຕະພັນແບບດິຈິຕອນເພື່ອຮັບໃຊ້, ຈົ່ງສືບຕໍ່ພັດທະນາການສັງຄົມ. ທ່ານ ມີຄຳເຫັນວ່າ:

- IMG 0372 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ໃນຍຸກປັດຈຸບັນ ທີ່ການດໍາລົງຊີວິດຂອງພວກເຮົາໄດ້ຫັນມານໍາໃຊ້ການເງິນແບບດີຈີຕອນນັບມື້ນັບຫລາຍຂຶ້ນ, ໃນວັນທີ 18 ກັນຍາ 2020 ຜ່ານມາ ກອງປະຊຸມລັດຖະບານເຫັນດີດ້ານຫລັກການຮັບຮອງເອົາແຜນແມ່ບົດເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021 -2025), ຊຶ່ງເສດຖະກິດດິຈິຕອນ ແມ່ນເສດຖະກິດຮູບແບບໃໝ່ບົນພື້ນຖານທີ່ມີການນໍາໃຊ້ເຕັກໂນໂລຊີດິຈິຕອນເປັນເຄື່ອງມືໃນການຂັບເຄື່ອນການພັດທະນາວຽກງານຕ່າງໆ, ເພີ່ມປະສິດ ທິພາບ-ປະສິດທິຜົນຂອງວຽກງານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ປອດໄພ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອສ້າງໂອກາດທາງທຸລະກິດ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຶ່ງເປັນຄວາມຈໍາເປັນພາ.

- IMG 0406 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ເຖິງຢ່າງໃດກໍຕາມ, ບໍລິສັດ ສະຕາຟິນເທັກ ຄວນຂະຫຍາຍເຄືອຂ່າຍອອກຕື່ມ, ຂະຫຍາຍຊ່ອງທາງການໃຫ້ບໍລິການຮ່ວມກັບຜູ້ໃຫ້ບໍລິການຊໍາລະອື່ນ ເພື່ອໃຫ້ລະບົບນິເວດການຊໍາລະທົ່ວເຖິງຂຶ້ນ ທັງເປັນການສົ່ງເສີມ ໃຫ້ສັງຄົມກ້າວໄປສູ່ ສັງຄົມໄຮ້ເງິນສົດອີກດ້ວຍ, ທີ່ສໍາຄັນຕ້ອງເອົາໃຈໃສ່ ການບໍລິການລູກຄ້າ, ການໃຫ້ຄວາມຮູ້ທາງດ້ານ FinTech ເປັນປະຈໍາ ເພື່ອປົກປ້ອງຜູ້ໃຊ້ບໍລິການ (Consumer Protection), ລວມທັງການຄຸ້ມຄອງຕົວແທນໃຫ້ປຽບສະເໝືອນຕົນເປັນຜູ້ໃຫ້ບໍລິການເອງ ເພື່ອໃຫ້ການໃຫ້ບໍລິການດັ່ງກ່າວມີຄວາມປອດໄພ, ມີປະສິດທິພາບ ແລະ ບໍ່ເປັນການເອົາປຽບຜູ້ຊົມໃຊ້ໃນສັງຄົມລາວ.

- IMG 0316 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ດ້ວຍຜົນງານທີ່ຍາດມາໄດ້ປະກອບກັບຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າໃນຖານະເປັນຜູ້ຊົມໃຊ້ຜະລິດຕະພັນດັ່້ງກ່າວນີ້ ຈຶ່ງເຮັດໃຫ້ u-money ໄດ້ຮັບລາງວັນ Silver Stevie®  ໃນຫົວຂໍ້: “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” (Award for Innovation in Consumer Products & Servicesຈາກງານປະກາດລາງວັນ Asia- Pacific Stevie Awards ປະຈໍາປີ 2020 ແລະ ລາງວັນ Silver winner ໃນຫົວຂໍ້: “ຜະລິດຕະພັນ ແລະ ບໍລິການດ້ານເທັກໂນໂລຢີຂົງເຂດການເງິນ, ການທະນາຄານ ແລະ ປະກັນໄພ” (IT Products & Services for Finance, Banking and Insurance) ຈາກງານປະກວດ IT world Awards 2020 ຈັດໂດຍ Network Product Guide.

- IMG 0429 300x200 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money

ໃນອະນາຄົດ ທີ່ໃກ້ຈະມາເຖິງນີ້ ຢູມັນນີ ຈະຫັນເຂົ້າສູ່ ວຽກງານ ສັງຄົມຊຳລະແບບດີຈີຕອນ, ສັງຄົມແບບປາສະຈາກເງິນສົດ, ການຄ້າແບບເອເລັກໂທຣນິກ, ເປີດກ້ວາງການເຊື່ອມໂຍງກັບບັນດາທະນາຄານໃນ ສ.ປ.ປ ລາວ ແລະ ບັນດາກຸ່ມທຸລະກິດອື່ນ ເພື່ອເປີດກວ້າງການເຂົ້າເຖິງແຫຼ່ງທຶນຂອງພໍ່ແມ່ປະຊາຊົນ ພິເສດແມ່ນພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ. ທັງໝົດນີ້ເປັນພື້ນຖານຫຼັກໃນການພັດທະນາເສດຖະກິດສັງຄົມ ຍົກສູງການດຳລົງຊີວິດຂອງປະຊາຊົນໃຫ້ນັບມື້້້ນັບດີຍິ່ງຂຶ້ນ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນລາວ.

- 3 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money
- 5 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money
- 4 - ສະຕາຟິນເທັກ ສະຫລອງຄົບຮອບ 2 ປີ ທີ່ສະໜອງບໍລິການ u-money