ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ

- 115966736 quantumoftheseaswebsite - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ
- kitchen vibe - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ

ສຳນັກຂ່າວ Insider ອ້າງແຫຼ່ງຂ່າວຈາກໂຄສົກຂອງອົງການທ່ອງທ່ຽວຂອງສິງກະໂປວ່າ ເຮືອສຳລານຂອງບໍລິສັດ Roy Caribbean  ຕ້ອງໄດ້ກັບຄືນໄປທຽບທ່າຢູ່ໃນສິງກະໂປ ພາຍຫຼັງພົບວ່າມີຜູ້ຕິດເຊືອໂຄວິດ-19 ໃນວັນທີ 9 ທັນວານີ້.

ເຮືອລຳດັ່ງກ່າວມີຊື່ວ່າ Quantum of the Seas ຊຶ່ງຈະເດີນທາງເປັນເວລາ 4 ວັນໃນໂຄງການທ່ອງທ່ຽວທີ່ມີຊື່ວ່າ: “ບໍ່ມີຈຸໝາຍປາຍທາງ” ໂດຍເລີ່ມອອກຈາກສິງກະໂປ ແລະ ກັບຄືນສິງກະໂປ ໂດຍບໍ່ໄດ້ແວ່ຈອດຢູ່ບ່ອນໃດເລີຍ ແລະ ໂຄງການດັ່ງກ່າວນີ້ ແມ່ນໃຫ້ສະເພາະປະຊາຊົນສິງກະໂປເທົ່ານັ້ນ. ທຸກຄົນກ່ອນຈະຂຶ້ນ ແລະ ລົງເຮືອຕ້ອງໄດ້ກວດຫາເຊື້ອໂຄວິດ-19.

- Visit Laos Visit SALANA BOUTIQUE HOTEL - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ
- Visit Laos Visit SALANA BOUTIQUE HOTEL - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ

ຜູ້ທີ່ພົບເຊື້ອນັ້ນ ເປັນຜູ້ຊານ ອາຍຸ 83 ປີ, ຊຶ່ງເຂົາຮູ້ສຶກອິດເມື່ອຍ ແລະ ທຽວທ້ອງ, ເຂົາຈຶ່ງໄດ້ລາຍງານກັບທິມງານແພດໝໍຮັບໃຊ້ໃນເຮືອ. ເມື່ອກວດຫາເຊື້ອດ້ວຍ PCR ກໍພົບວ່າຜົນເປັນບວກກັບໂຄວິດ-19 ທັງໆ ທີ່ກ່ອນຈະຂຶ້ນເຮືອ ເຂົາກໍໄດ້ກວດຫາເຊື້ອແລ້ວ ແຕ່ບໍ່ພົບວ່າເປັນບວກແຕ່ຢ່າງໃດ.

 

 

- 4 - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ
- 5 - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ
- 3 - ເກືອບ 3.000 ຄົນຕ້ອງຕົກຄ້າງຢູ່ໃນເຮືອ ສຳລານ