ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020

- 0211 1 - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020
- kitchen vibe - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020

ໃນວັນທີ 9 ທັນວານີ້, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ເປີດບຸນມະໂຫລານຊາວໜຸ່ມ-ເຍົາ ວະຊົນ ທົ່ວປະເທດປະຈໍາປີ 2020  ຢ່າງເປັນທາງການ ຢູ່ສູນການຄ້າລາວ-ໄອເຕັກ ທີນະຄອນຫລວງວຽງຈັນ, ໂດຍມີ ການນໍາພັກ-ລັດ, ຜູ້ຕາງໜ້າອົງການຈັດຕັ້ງ ມະຫາຊົນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນໃນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລວງຫລາຍ.

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ໄດ້ມີຄຳເຫັນໃນພິທີວ່າ: ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນປີນີ້, ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກ ໃໝ່” ເຊິ່ງແມ່ນກິດຈະກໍາສໍາຄັນໜຶ່ງ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ສະແດງໃຫ້ເຫັນການຫັນແບບແຜນ ແລະ ຮູບແບບການເຄື່ອນໄຫວໄປສູ່ທັນສະໄໝທີ່ມີວິທະຍາສາດ, ສົ່ງເສີມຄວາມຮູ້ຄວາມສາມາດ ແລະ ຫົວຄິດປະດິດສ້າງ, ຊອກໃຫ້ໄດ້ບຸກຄົນດີເດັ່ນ, ວຽກຈິງຄົນແທ້ ເພື່ອເປັນຕົວແບບຂອງຊາວໜຸ່ມໃນທຸກຂົງເຂດ. ພ້ອມນີ້, ຍັງເປັນການເຕົ້າໂຮມຄວາມສາມັກຄີ, ການສຶກສາອົບຮົມ ການເມືອງ-ແນວຄິດ ຄຸນສົມບັດສິນທຳປະຕິວັດ,ຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະແຫ່ງການສ້າງສາພັດທະ ນາປະເທດຊາດ.

- Visit Laos Visit SALANA BOUTIQUE HOTEL - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020
- Visit Laos Visit SALANA BOUTIQUE HOTEL - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020

ສຳລັບກິດຈະກຳໃນງານຄັ້ງນີ້, ປະກອບມີ: ຊົມການສະແດງສິລະປະ-ວັນນະຄະດີ, ແຂ່ງຂັນຮ້ອງເພງ, ເວທີສົນທະ ນາມູນເຊື້ອຊາວໜຸ່ມ, ແຂ່ງຂັນກອງດຸລິຍາງ, ແປຕົວອັກສອນ, ເຕັ້ນເຊຍລີດເດີ, ກິດຈະກຳປູກຈິດສຳນຶກກ່ຽວກັບສິ່ງແວດລ້ອມ, ຂັບຂີ່ປອດໄພ, ຖາມ-ຕອບຄວາມຮູ້ກ່ຽວກັບພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ຫລື ພຕພ, ເຜີຍແຜ່ວຽກງານຕ້ານການຄ້າມະນຸດ, ການສໍ້ລາດບັງຫລວງ, ແຂ່ງຂັນເປົ່າແຄນຊາວໜຸ່ມ, ແຂ່ງຂັນໂຕ້ວາທີ, ປະກວດວີດີໂອສັ້ນ ແລະ ກິດຈະກຳອື່ນໆ.  ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນຄັ້ງນີ້, ແມ່ນໄດ້ດຳເນີນກິດຈະກຳມາແຕ່ວັນທີ 5 ທັນວາ ຜ່ານມາ ຈະດຳເນີນໄປຈົນເຖິງວັນທີ 13 ທັນວາ 2020.

- 5 - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020
- 4 - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020
- 3 - ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດປີ 2020