ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ

- 2020 12 09T082845Z 369797476 RC2KJK9PCKGA RTRMADP 3 HEALTH CORONAVIRUS ISRAEL VACCINE 728x485 1 - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ
- kitchen vibe - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ

ທ່ານ ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິດສະລາ​ແອນ ​ໄດ້​ໄປ​ຢືນ​ຖ້າ​ຮັບ​ວັກ​ຊີ​ນປ້ອງ​ກັນ​ໂຄ​ວິດ​ທີ່​ສັ່ງ​ມາ​ຈາກ​ບໍລິສັດ Pfizer ​ແລະ BioNTech SE ພ້ອມ​ທັງ​ອາສາ​ເປັນ​ຄົນ​ທຳ​ອິດ​ທີ່​ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊີ​ນນີ້.

ສຳນັກ​ຂ່າວ​ເຈ ​ໂພດ ລາຍ​ງານ​ວ່າ: ທ່ານ ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິດສະລາ​ແອນ ຖະ​ແຫລ​ງວ່າ: ຈະ​ອາສາ​ເປັນ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊີ​ນປ້ອງ​ກັນ​ໂຄ​ວິດ-19 ຂອງ​ປະ​ເທດ ​ເພື່ອ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນຕໍ່​ປະຊາກອນ ​ເຊິ່ງທາງ​ລັດຖະບານ​ໄດ້​ສັ່ງ​ມາ​ຈາກ​ບໍລິສັດ ​ໄຟ​ເຊີ ອິງ ​ແລະ ​ໄບ​ໂອ​ເອນ​ເທັກ ​ເອັສອີ.

- Visit Laos Visit SALANA BOUTIQUE HOTEL - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ
- Visit Laos Visit SALANA BOUTIQUE HOTEL - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ

ທ່ານ​ນາຍົກ ​ໄດ້​ໄປ​ຢືນ​ຖ້າ​ຮັບ​ວັກ​ຊີ​ນຢູ່​ສະໜາມ​ບິນ ​ໃນ​​ເຊົ້າວັນ​ທີ 9 ທັນວາ ​ເຊິ່ງທັງ​ສອງ​ບໍລິສັດ​ໄດ້​ເຊັນ​ຂໍ້​ຕົກລົງ​ຈະ​ສົ່ງ​ວັກ​ຊີ​ນ 8 ລ້ານ​ໂດ​ສ ​ໃຫ້​ປະ​ເທດ​ອິດສະ​ລາ​ແອນ ຕາມ​ຫລັງ​ອັງກິດ​ທີ່​ເລີ່​ມການ​ສັກ​ວັກ​ຊີ​ນ​ໃນ​ວັນ​ທີ 8 ທັນວາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແຫ​ລ່ງຂ່າວ​ທ້ອງ​ຖິ່ນ​ອິດສະ​ລາ​ແອນ​ລາຍ​ງານ​ວ່າ: ວັກ​ຊີ​ນທີ່​ຖືກ​ສົ່ງ​ມາ​ນີ້​ມີ​ໄວ້​ສຳລັບ​ການ​ທົດ​ລອງ​ຂະ​ບວນການ​ຂົນ​ສົ່ງ ​ແລະ ການ​ເກັບ​ຮັກສາ, ສ່ວນ​ວັກ​ຊີ​ນສຳລັບ​ປະຊາຊົນ​ທົ່ວ​ໄປ​ຈະ​ທະຍອຍ​ມາ​ສົ່ງ​ພາຍ​ໃນ​ວັນ​ທີ 10 ທັນວາ​ຄື​ເກົ່າ.

ອິດສະ​ລາ​ແອນ​ມີ​ປະຊາກອນ 9 ລ້ານ​ຄົນ​ທົ່ວ​ປະ​ເທດ​ ​ໂດຍ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ແລ້ວ 347.497 ຄົນ ​ແລະ ຜູ້​ເສຍ​ຊີວິດ 2.925 ຄົນ.

- 4 - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ
- 5 - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ
- 3 - ນາຍົກອິດສະລາແອນ “ອາສາ” ສັກວັກຊີນ ປ້ອງກັນໂຄວິດຄົນທຳອິດຂອງປະເທດ