ຫາລືການປັບປຸງຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX
ກອງປະຊຸມປຶກສາຫາລືລະດັບວິຊາການກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນລະດັບສູງ ໄດ້ຈັດຂຶ້ນໃນວັນ 10 ທັນວານີ້ ທີ່ນະຄອນຫລວງວຽງຈັນ ໂດຍກະຊວງແຜນການ ແລະ ການລົງທຶນ ຊຶ່ງມີຫົວໜ້າກົມແຜນການ ແລະ ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ຂະ ແໜງການ, ບັນດາແຂວງ, ຄູ່ຮ່ວມພັດທະນາ ແລະ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆປະຈຳລາວເຂົ້າຮ່ວມນຳດ້ວຍ ເພື່ອປຶກສາຫາລືຈຸດໝາຍ, ທິດທາງ ແລະ ວິທີການໃນການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX ຄັ້ງນີ້ໄດ້ມີປະສິດທິຜົນ ແນໃສ່ເລັ່ງລັດການປະຕິຮູບໂຄງສ້າງເສດຖະກິດໃຫ້ມີການຫັນປ່ຽນຢ່າງຮອບດ້ານ ກ້າວໄປສູ່ການເຕີບໂຕເສດຖະກິດທີ່ມີຄຸນນະພາບ, ຍືນຍົງ ແລະ ມີຄວາມຫລາກຫລາຍ ທັງສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ ແລະ ຍຸດທະສາດໃນການສະໜັບສະໜູນການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ.
ສະນັ້ນ, ເພື່ອບັນລຸຈຸດໝາຍດັ່ງກ່າວ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຈຶ່ງໄດ້ກຳນົດອອກ 6 ເປົ້າໝາຍໃຫຍ່ຄື: ການພັດທະນາເສດຖະກິດ, ຊັບພະຍາກອນມະນຸດ, ຊີວິດການເປັນຢູ່ທີ່ດີ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາໂຄງລ່າງເຊື່ອມໂຍງ ແລະ ເຊື່ອມຈອດ ແລະ ການຄຸ້ມຄອງບໍລິຫານລັດ.
ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບກົນໄກການຈັດຕັ້ງປະຕິບັດ ໂດຍສະເພາະການກຳນົດຂອບການຕິດຕາມ ແລະ ປະເມີນຜົນ, ແຜນການເງິນ ແລະ ການປະເມີນຄ່າໃຊ້ຈ່າຍຂອງແຜນການ 5 ປີ ຄັ້ງນີ້ໃຫ້ຮັບປະກັນ ແລະ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ສາມາດວັດແທກ ແລະ ບັນລຸເປົ້າໝາຍຕາມທິດການພັດທະນາທີ່ມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວໃນ 5 ປີຕໍ່ໜ້າ ແລະ ພາຍຫລັງການປັບປຸງແລ້ວ ແມ່ນຈະໄດ້ນຳສະເໜີລັດຖະບານພິຈາລະນາ ແລະ ສະເໜີກອງປະຊຸມສະພາແຫ່ງຊາດຊຸດໃໝ່ຮັບຮອງເອົາຢ່າງເປັນທາງການໃນຕົ້ນປີ 2021 ແລະ ຈາກນັ້ນກໍຈະໄດ້ນຳສະເໜີຕໍ່ກອງປະຊຸມໂຕະມົນລະດັບສູງ ເຊິ່ງຄາດວ່າຈະຈັດຂຶ້ນໃນກາງປີ 2021.