ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes

- the most influential woman 2020 by forbes magazine - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes
- kitchen vibe - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes

ວາລະສານ Forbes ​ເປີດ​ເຜີຍ​ການຈັດ​ອັນ​ດັບ 100 ລາຍ​ຊື່​ແມ່ຍິງ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ​ປີ 2020 ​ໂດຍ​ທ່ານ ນາງ ອັງ​ເກ​ລາ ​ແມຣ​ເຄິລ ນາຍົກລັດຖະມົນຕີຂອງ​ເຢຍລະ​ມັນ ຄວ້າ​ອັນ​ດັບ 1 ຕາມ​ຄາດໝາຍ ຖື​ເປັນ​ແມ່ຍິງ​ທີ່​ຄວ້າ​ຕຳ​ແໜ່​ງ​ແມ່ຍິງ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ ​ໂດຍ​ວາລະສານ Forbes ມາ​ຄອງ​ໄດ້​ເປັນ​ປີ​ທີ 10 ຕິດ​ຕໍ່​ກັນ ​ເຊິ່ງນາງ​ເຄີຍ​ຄວ້າ​ຕຳ​ແໜ່​ງນີ້ມ​າ​ແລ້ວ 14 ຄັ້ງ ນັບ​ແຕ່​ປີ 2006 ມີ​ພຽງ​ປີ 2010 ​ເທົ່າ​ນັ້ນທີ່​ນາງ​ຕົກ​ໄປ​ຢູ່​ອັນ​ດັບ​ທີ 4 ​ແລະ ​ເສຍ​ຕຳ​ແໜ່​ງນີ້​ໃຫ້​ແກ່​ນາງ ມິ​ເຊ​ລ ​ໂອ​ບາ​ມາ ​ແມ່ຍິງ​ໝາຍ​ເລກ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໃນ​ເວລາ​ນີ້.

ຂະນະ​ທີ່​ອັນ​ດັບ​ທີ 2 ​ແລະ 4 ຍັງ​ເປັນ​ຜູ້​ບໍລິຫານ​ລະດັບ​ສູງ​ຂອງ​ອົງການ​ສາກົນ​ຄື: ນາງ ຄຣິສຕິນ ລາ​ກາດ ປະທານ​ທະນາຄານ​ກາງ​ເອີຣົບ (ECB) ​ແລະ ນາງ ອົວຊູ​ລາ ຟອນ ​ແດຣ ​ໄລ​ເອິນ ປະທານ​ຄະນະ​ກຳມາ​ທິການ​ເອີຣົບ (EC) ຄື​ປີ 2019, ສ່ວນ Newcomers ໜ້າ​ໃໝ່​ທີ່​ຂຶ້ນມາ​ຢູ່​ອັນ​ດັບ​ທີ 3 ຂອງ​ການຈັດ​ອັນ​ດັບ​ໃນ​ຄັ້ງນີ້​ໜີ​ບໍ່ພົ້ນທ່ານ ນາງ ຄາ​ມາລາ ​ແຮຣິສ ວ່າ​ທີ​ຮອງ​ປະທານາທິບໍດີ​ຍິງຄົນ​ທຳ​ອິດ​ຂອງອາ​ເມ​ລິ​ກາ ທີ່​ກຽມ​ເຂົ້າຮັບ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20 ມັງກອນ 2021.

- Visit Laos Visit SALANA BOUTIQUE HOTEL - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes
- Visit Laos Visit SALANA BOUTIQUE HOTEL - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes

ທາງ​ດ້ານ​ຜູ້ນຳ​ປະ​ເທດ​ຄື: ນາງ ​ຈາ​ຊິນ​ດາ ອາຣ​ເດິ​ນ ນາຍົກລັດຖະມົນຕີນິວຊີ​ແລນ ຢູ່​ອັນ​ດັບ​ທີ 32, ນາງ ​ໄຊ່​ອິງ​ເຫ​ວິນ ປະທານາທິບໍດີ​ໄຕ້​ຫວັນ ຢູ່​ອັນ​ດັບ​ທີ 37. ຂະນະ​ທີ່ ສົມ​ເດັດ​ພະຣາຊິ​ນີນາກ​ເອລິ​ຊາ​ເບ​ດທີ 2 ພະ​ປະມຸກ​ແຫ່ງ​ສະຫະຣາຊະ​ອານາຈັກ ​ແລະ ​ເຄືອ​ຈັກກະ​ພົບ ຢູ່​ອັນ​ດັບ​ທີ 46 ​ໃນ​ປີ​ນີ້ ຕົກ​ມາ​ຈາກ​ອັນ​ດັບ​ທີ 40 ​ເມື່ອ​ປີ 2019.

ນອກຈາກ​ວົງ​ການ​ການ​ເມືອງ​ໂລກ, ຜູ້​ບໍລິຫານ​ອົງ​ກອນ ​ແລະ CEO ລະດັບ​ສູງ​ແລ້ວ, ນັກ​ຮ້ອງ ​ແລະ ນັກສະ​ແດງ​ຍິງ​ຈຳນວນ​ບໍ່​ໜ້ອຍ​ຕ່າງ​ກໍ​ຍັງ​ໄດ້​ຮັບ​ການຈັດ​ອັນ​ດັບ​ໃນ​ລາຍ​ຊື່​ຢ່າງ​ຕໍ່​ເນື່ອງ ບໍ່​ວ່າ​ຈະ​ເປັນ​ນາງ ຣິຮານ​ນາ ອະດີດ​ນັກ​ຮ້ອງ​ຊື່​ດັງ​ທີ່​ຫັນ​ມາ​ເອົາ​ດີ​ດ້ານ​ການ​ສ້າງ​ຍີ່​ຫໍ້ ​ແລະ ການ​ຄ້າຂາຍ ຢູ່​ອັນ​ດັບ​ທີ 69 ​ໃນ​ປີ​ນີ້. ຂະນະ​ທີ່​ອັນ​ດັບ​ທີ 72 ຄື​ນັກ​ຮ້ອງ​ລະດັບ​ຕຳນານ ​ຄືນາງ ບີ​ຊອນ​ເຊ, ນາງ ​ເທ​ເລີ ສະ​ວິບ ຢູ່​ອັນ​ດັບ 82, ສ່ວນ​ນັກສະ​ແດງ ​ແລະ ຜູ້​ສ້າງ​ຂອງ​ວົງ​ການ​ຮໍ​ລີ​ວູດ ຄື​ນາງ ຣີສ ວິ​ເທີ​ສປູນ ຢູ່​ອັນ​ດັບ​ທີ 92 ​ໃນ​ປີ​ນີ້.

- 4 - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes
- 3 - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes
- 5 - ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກປີ 2020 ໂດຍວາລະສານ Forbes