ເປີດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

- KETH7793 scaled - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ
- kitchen vibe - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ໄດ້ເປີດຂຶ້ນໃນວັນທີ 11 ທັນວານີ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ໂດຍຫ້ອງວ່າການສູນກາງພັກ ຊຶ່ງມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍແຂກ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.

- DSC 2131 300x182 - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

- Visit Laos Visit SALANA BOUTIQUE HOTEL - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ
- Visit Laos Visit SALANA BOUTIQUE HOTEL - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ງານວາງສະແດງດັ່ງກ່າວລວມມີຮູບພາບທັງໝົດຫລາຍກວ່າ 250 ທີ່ສ່ອງແສງໃຫ້ເຫັນເຖິງຜົນງານການເຄື່ອນໄຫວວຽກງານຂອງບັນດາຜູ້ນຳພັກ-ລັດໃນໄລຍະ 45 ປີຜ່ານມາຈົນເຖິງປັດຈຸບັນ ເປັນຕົ້ນໃນພາລະກິດປະຕິບັດສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຂົງເຂດການປົກຄອງ, ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ ແລະ ຂົງເຂດການພົວພັນການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ເພື່ອປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ທັງເປັນການ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີອັນເລີດລໍ້າຂອງປະທານ  ໄກສອນ ພົມວິຫານ  ແລະ ບັນດາຜູ້ນໍາພັກ-ລັດ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນພິທີ, ທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ໃນໄລຍະ 45 ປີຜ່ານມາ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງທົ່ວປວງຊົນລາວທັງຊາດ, ໃນວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ຕົກລົງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ ນັ້ນແມ່ນໄຊຊະນະປະຫວັດສາດທີ່ເປັນຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດອັນລະອິດລະອ້ຽວ ເຊິ່ງເຕັມໄປດ້ວຍການເສຍສະຫລະ ແລະ ຄວາມຍາກລໍາບາກອັນນັບບໍ່ຖ້ວນ.

- DSC 2112 300x249 - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ທ່ານ ຄໍາຜາ ພິມມະສອນ ຍັງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຈົ່ງຕັ້ງຫນ້າປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງແຂງແຮງ, ປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ດ້ວຍການອອກແຮງແຂ່ງຂັນເພີ່ມພູນຜະລິດຜົນ, ສ້າງໃຫ້ມີການຜະລິດສິນຄ້າ ເພື່ອໃຊ້ສອຍ ແລະ ເປັນສິນຄ້າຂາອອກໃຫ້ນັບມື້ຫລາຍຂຶ້ນ. ພ້ອມຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍຂະນົບທໍານຽມ, ວັດທະນະທໍາອັນດີງາມຂອງຊາດ, ປະກອບສ່ວນພັດທະນາການສຶກສາ, ສາທາລະນະສຸກ ແລະ ປັບປຸງລະບົບການເມືອງຂັ້ນຕ່າງໆ ກໍຄືເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນເຈົ້າການ ແລະ ມີປະສິດທິຜົນສູງ.

- 4 - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ
- 5 - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ
- 3 - ເປີດງານວາງສະແດງຮູບພາບ 45 ປີ  ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ