ປີ 2020 ນີ້ ມີນັກຂ່າວ 42 ຄົນໃນທົ່ວໂລກ ເສຍຊີວິດໃນຂະນະທີ່ປະຕິບັດໜ້າທີ່
December 11, 2020 - 5:14 PM

ອີງຕາມລາຍງານຂອງສະມາຄົມນັກຂ່າວສາກົນ (IFJ) ລາຍງານເມື່ອວັນທີ 10 ທັນວານີ້ວ່າ ແມັກຊິກໂກ ຍັງນຳໜ້າທີ່ມີນັກຂ່າວເສຍຊີວິດຕະຫຼອດ 5 ປີທີ່ຜ່ານມາ.
ປີ 2020 ນິ້, ມີນັກຂ່າວແມັກຊິກໂກ ເສຍຊີວິດ 13 ຄົນ, ປາກິດສະຖານ 5 ຄົນ, ອາຟການິສະຖານ, ອິນເດຍ, ອີຣັກ ແລະ ໄນຈີເຣຍ ປະເທດລະ 3 ຄົນ ໃນຂະນະທີ່ປະຕິບັດໜ້າທີ່. IFJ ຍັງໃຫ້ຮູ້ເພີ່ມເຕີມວ່າ ປັດຈຸບັນຍັງມີນັກຂ່າວທັງໝົດ 235 ຄົນຍັງຖືກກັກຕົວຢູ່.
ສຳນັກຂ່າວ Guardian ລາຍງານວ່າ ຈຳນວນໜັກຂ່າວທີ່ເສຍຊີວິດໃນປີນີ້(2020) ເກືອບເທົ່າກັບກ່ອນໜ້ານີ້ 30 ປີ, ຊຶ່ງມີທ່າອ່ຽງຫຼຸດລົງໃນຊຸມປີທີ່ຜ່ານມາ. IFJ ໃຫ້ຮູ້ອີກວ່າ ຕະຫຼອດ 3 ທົດສະວັດທີ່ຜ່ານມາ ມີນັກຂ່າວໃນທົ່ໂລກເສຍຊີວິດ 2.658 ຄົນ.