ປະຊາກອນ 90% ໃນປະເທດທຸກຍາກ ອາດບໍ່ໄດ້ວັກຊີນໂຄວິດ-19
ການແຜ່ລະບາດຂອງໂຄວິດ-19 ຜ່ານມາແລ້ວ 1 ປີ ແລະ ກຳລັງຢູ່ໃນໄລຍະເວລາສຳຄັນ ຄືການທີ່ຫລາຍປະເທດເລີ່ມອະນຸມັດວັກຊີນໂຄວິດ-19 ເພື່ອສັກໃຫ້ປະຊາຊົນສ້າງພູມຕ້ານທານໂຄວິດ-19.
ພາຍໃຕ້ຜົນສຳເລັດໃນການພັດທະນາວັກຊີນໂຄວິດ-19 ຫລາຍຝ່າຍເລີ່ມມີຄວາມກັງວົນເຖິງສະພາບເຫລື່ອມລ້ຳທາງວັກຊີນ ທີ່ອາດເຮັດໃຫ້ຄົນຈຳນວນຫລາຍເຂົ້າບໍ່ເຖິງວັກຊີນໂຄວິດ-19.
People’s Vaccine ເຊິ່ງປະກອບມີໜ່ວຍງານພາກປະຊາສັງຄົມລະດັບໂລກທີ່ເຮັດວຽກກ່ຽວກັບສິດທິມະນຸດ, ຄວາມເທົ່າທຽມ ແລະ ສຸຂະພາບເຊັ່ນ: ແອມເນສຕີ ອິນຕີເນຊັນແນລ, Frontline AIDS ແລະ Oxfam ເຜີຍແຜ່ຜົນການສຶກສາຫລ້າສຸດທີ່ປະເມີນວ່າ: ປະຊາກອນໃນເກືອບ 70 ປະເທດທີ່ມີລາຍໄດ້ຕໍ່າ ອາດມີໂອກາດເຂົ້າເຖິງວັກຊີນໂຄວິດ-19 ພຽງ 10% ຂອງທັງໝົດ.
ຜົນການສຶກສານີ້ແປຄວາມໝາຍໄດ້ວ່າ: ປະຊາກອນທຸກໆ 10 ຄົນໃນປະເທດທຸກຍາກ ຈະມີພຽງ 1 ຄົນເທົ່ານັ້ນທີ່ໄດ້ຮັບວັກຊີນໂຄວິດ-19.
ສອດຄ່ອງກັບການກວດສອບຍອດສັ່ງຈອງວັກຊີນໂຄວິດ-19 ຫລ້າສຸດພົບວ່າ ມີຫລາຍປະເທດຍັງບໍ່ໄດ້ສັ່ງຈອງວັກຊີນ. ຂະນະທີ່ປະເທດກຳລັງພັດທະນາຫລາຍປະເທດ ມີຍອດຈອງວັກຊີນໃນອັດຕາທີ່ຕໍ່າກວ່າຄວນຈະເປັນເຊັ່ນ: ຟີລິບປິນ ສັ່ງຈອງວັກຊີນໄວ້ 2,6 ລ້ານໂດສ ພຽງພໍຕໍ່ປະຊາກອນພຽງ 1,3 ລ້ານຄົນ ເຊິ່ງຄິດເປັນ 1% ຂອງປະຊາກອນທົ່ວປະເທດເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ປະຊາກອນໃນປະເທດຮັ່ງມີ ເຊິ່ງຄິດເປັນ 14% ຂອງຄົນທົ່ວໂລກ ພັດຖືຄອງວັກຊີນສູງເຖິງ 53% ໂດຍມີບາງປະເທດສັ່ງຈອງວັກຊີນພຽງພໍ ແລະ ອາດຫລາຍກວ່າຄວາມຕ້ອງການຂອງຄົນທົ່ວປະເທດແລ້ວເຊັ່ນ: ການາດາ ສັ່ງຈອງວັກຊີນຫລາຍກວ່າຄວາມຕ້ອງການຂອງຄົນທົ່ວປະເທດ 5 ເທົ່າ, ສ.ເກົາຫລີ ສັ່ງຈອງວັກຊີນພຽງພໍຕໍ່ປະຊາກອນ 88% ຂອງທົ່ວປະເທດ.
ບັນຫາຄວາມເຫລື່ອມລ້ຳທາງວັກຊີນໂຄວິດ-19 ເຮັດໃຫ້ COVAX ເຊິ່ງເປັນໂຄງການທີ່ຈັດຕັ້ງຂຶ້ນ ເພື່ອປະສານງານ ແລະ ລະດົມທຶນ ຫວັງໃຫ້ວັກຊີນໂຄວິດ-19 ພຽງພໍກັບຄົນທົ່ວໂລກຕັ້ງເປົ້າໄວ້ວ່າ: ຈະຕ້ອງຈັດຫາວັກຊີນແຈກຢາຍໃຫ້ປະເທດທຸກຍາກຢ່າງໜ້ອຍ 92 ປະເທດໃຫ້ໄດ້ 2.000 ລ້ານໂດສ ພາຍໃນປີໜ້າ ໂດຍໃນຕອນນີ້ສາມາດຈັດຫາໄດ້ແລ້ວ 700 ລ້ານໂດສ.
ຂະນະດຽວກັນ ໃນຕອນນີ້ມີບໍລິສັດວັກຊີນທີ່ປະກາດຕົວພ້ອມຊ່ວຍແກ້ໄຂບັນຫາຄວາມເຫລື່ອມລ້ຳວັກຊີນແລ້ວຢ່າງໜ້ອຍ 1 ບໍລິສັດ ຄືບໍລິສັດ AstraZeneca ທີ່ຮ່ວມພັດທະນາວັກຊີນໂຄວິດ-19 ກັບມະຫາວິທະຍາໄລອ໊ອດຟອດ ເຊິ່ງອອກມາຢືນຢັນວ່າ: ຈະຂາຍວັກຊີນໂຄວິດ-19 ໃນລາຄາທຶນໃຫ້ແກ່ປະເທດກຳລັງພັດທະນາ ໂດຍວັກຊີນຂອງບໍລິສັດ AstraZeneca ຮ່ວມກັບມະຫາວິທະຍາໄລອ໊ອດຟອດ ມີຂໍ້ດີຄືສາມາດເກັບຮັກສາໄດ້ໃນອຸນຫະພູມຕູ້ເຢັນປົກກະຕິ ບໍ່ຕ້ອງໃຊ້ອຸນຫະພູມທີ່ເຢັນຫລາຍ ເຮັດໃຫ້ຊ່ວຍຫລຸດອຸປະສັກໃນການຂົນສົ່ງໄດ້ຫລາຍ.
ນອກຈາກນີ້, ຍັງມີວັກຊີນໂຄວິດ-19 ທີ່ພັດທະນາໂດຍບໍລິສັດຢາໃນປະເທດຈີນ ເຊິ່ງກ່ອນໜ້ານີ້ ລັດຖະບານຈີນປະກາດວ່າ: ຖ້າວັກຊີນທີ່ພັດທະນາປະສົບຜົນສຳເລັດ ຈະຊ່ວຍແຈກຢາຍໃຫ້ຫລາຍປະເທດທ່າມກາງການເຝົ້າຕິດຕາມວ່າ: ນີ້ເປັນຍຸດທະສາດທີ່ສະຫລາດຂອງລັດຖະບານຈີນ ທີ່ຫວັງໃຊ້ວັກຊີນໂຄວິດ-19 ເປັນເຄື່ອງມືທາງການທູດຜູກມິດກັບປະເທດຕ່າງໆ.
ເຖິງຢ່າງໃດກໍຕາມ, ການແຈກຢາຍວັກຊີນໂຄວິດ-19 ໃຫ້ພຽງພໍຕໍ່ຄົນທົ່ວໂລກ ບໍ່ສາມາດເຮັດໄດ້ຜ່ານວັກຊີນພຽງແຕ່ 1-2 ບໍລິສັດ, ແຕ່ຕ້ອງອາໄສປະລິມານວັກຊີນຈຳນວນມະຫາສານ ເຮັດໃຫ້ຂະແໜງປະຊາສັງຄົມທີ່ກຳລັງເຝົ້າຕິດຕາມບັນຫານີ້ຊີ້ວ່າ: ບໍລິສັດຜູ້ພັດທະນາວັກຊີນໂຄວິດ-19 ແຫ່ງອື່ນໆ ຄວນເລັ່ງຖ່າຍທອດເຕັກໂນໂລຊີການພັດທະນາວັກຊີນໂຄວິດ-19 ໂດຍໄວທີ່ສຸດ ເພື່ອເປັນການກະຈາຍກຳລັງການຜະລິດ ໃຫ້ຄົນເຂົ້າເຖິງວັກຊີນໂຄວິດ-19 ໄດ້ຫລາຍ ແລະ ໄວທີ່ສຸດ.
ໜ່ວຍງານທີ່ກ່ຽວຂ້ອງຍັງຮຽກຮ້ອງເຖິງລັດຖະບານຂອງທຸກປະເທດວ່າ: ຕ້ອງໃຫ້ຄຳໝັ້ນວ່າປະຊາຊົນຈະສາມາດເຂົ້າເຖິງວັກຊີນໂຄວິດ-19 ໄດ້ຢ່າງທົ່ວເຖິງ ເຊິ່ງຈະເຮັດໃຫ້ແຕ່ລະລັດຖະບານຕ້ອງຫັນມາໃຫ້ຄວາມສຳຄັນເປັນພິເສດຕໍ່ການທຸ້ມງົບປະມານ ຫລື ຂໍການຊ່ວຍເຫລືອຫາໜ່ວຍງານລະດັບໂລກ ເພື່ອໃຫ້ໄດ້ວັກຊີນໂຄວິດ-19 ພຽງພໍຕໍ່ຄົນທົ່ວປະເທດ.
ຜູ້ຊ່ຽວຊານຊີ້ວ່າ: ການແຈກຢາຍວັກຊີນໂຄວິດ-19 ໃຫ້ທົ່ວເຖິງປະຊາກອນທົ່ວໂລກມີຄວາມຈຳເປັນ ເພາະທ້າຍທີ່ສຸດແລ້ວຈະບໍ່ມີໃຜປອດໄພຈາກພະຍາດລະບາດ ຕາບໃດທີ່ຄົນທົ່ວໂລກຍັງບໍ່ປອດໄພທຸກຄົນ.