ນະຄອນຫລວງວຽງຈັນ ຍັງແກ້ບໍ່ຕົກສະພາບຂາຍເຄື່ອງແຄມທາງ
ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ບໍ່ຮູ້ວ່າແມ່ນຍ້ອນເລື່ອງໃດ ແລະ ເງື່ອນໄຂຫຍັງ, ນະຄອນຫລວງວຽງຈັນຈຶ່ງບໍ່ສາມາດແກ້ໄຂສະພາບການນຳໃຊ້ເສັ້ນທາງຍ່າງເປັນບ່ອນຂາຍເຄື່ອງ ແລະ ດຳເນີນການປະກອບການຕ່າງໆຢູ່ຫລາຍຕົວເມືອງ ອັນເປັນສາເຫດຕົ້ນຕໍໜຶ່ງເຮັດໃຫ້ການສັນຈອນໄປມາໃນບໍລິເວນດັ່ງກ່າວແອອັດ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍ. ດັ່ງເສັ້ນທາງບໍລິເວນຕະຫລາດເຊົ້າເບື້ອງຂົວດິນ, ເຂດເສັ້ນທາງຄູວຽງ, ເຂດຕະຫລາດບ້ານໂພນຕ້ອງຈອມມະນີ ແລະ ຫລາຍແຫ່ງອື່ນໆອີກ ແລະ ສະພາບແບບນີ້ກໍເປັນຊ້ຳເຮື້ອມາແຕ່ດົນແລ້ວ.
ຖ້າໄລ່ໃສ່ອາຍຸຜູ້ເປັນເຈົ້າຄອງກໍມີການປ່ຽນແປງມາຫລາຍສະໄໝ, ແຕ່ສະພາບດັ່ງກ່າວກໍຍັງບໍ່ທັນໄດ້ຮັບການແກ້ໄຂແຕ່ຢ່າງໃດ. ໃນຂະນະທີ່ນະຄອນຫລວງວຽງຈັນກໍໄດ້ວາງຄຳຂວັນ 6ສ ສະເພາະຂອງຕົນອອກມາ ເພື່ອແນໃສ່ສ້າງນະຄອນຫລວງວຽງຈັນໃຫ້ມີຄວາມສີວິໄລ ແລະ ຈະເລີນຮຸ່ງເຮືອງຄື: ສ.ສະອາດ, ສ.ສີຂຽວ, ສ.ສະຫງົບ, ສ.ສະຫວ່າງ. ສ.ສະເໜ່ ແລະ ສ.ສີວິໄລ. ແຕ່ແລ້ວພວກເຮົາກໍຍັງເຮັດໄປໄດ້ໜ້ອຍ. ສ.ສະອາດ ກໍຍັງມີຫລາຍຈຸດທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ, ສ່ວນ ສ.ສະຫງົບ ກໍຍັງມີຫລາຍບັນຫາເກີດຂຶ້ນເຊັ່ນ: ສະພາບອຸປະຕິເຫດ, ກຸ່ມແກ້ງຂີ່ລົດກວນເມືອງ ແລະ ບັນຫາຢາເສບຕິດກໍຍັງແກ້ບໍ່ຕົກ.
ສຳລັບ ສ.ສະຫວ່າງ ກໍຍັງມີຫລາຍຈຸດ, ຫລາຍເສັ້ນທາງຍັງຂາດໄຟເຍືອງທາງ ໂດຍສະເພາະເສັ້ນທາງປະຫວັດສາດ 450 ປີ ທີ່ໄດ້ສ້າງມານັບຫລາຍປີແລ້ວ ແຕ່ຈົນມາຮອດປັດຈຸບັນກໍຍັງບໍ່ມີໄຟເຍືອງທາງ ໂດຍສະເພາະແມ່ນນັບແຕ່ 4 ແຍກເຂົ້າບ້ານໂຊກນ້ອຍໂຊກໃຫຍ່ໄປຈົນຮອດສາງທ່ານາແລ້ງກໍບໍ່ມີໄຟແສງສະຫວ່າງເຍືອງທາງ ອັນເຮັດໃຫ້ການສັນຈອນໄປມາໃນເສັ້ນທາງດັ່ງກ່າວພົບຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງກໍ່ໃຫ້ເກີດອຸປະຕິເຫດໄດ້ງ່າຍ ຈົນຫລາຍຄົນໃຫ້ຂະໜານນາມວ່າເປັນເສັ້ນທາງມໍລະນະ. ຟັງແລ້ວຕົກໃຈ !.
ສ່ວນການແກ້ໄຂສະພາບນຳໃຊ້ແຄມທາງເປັນບ່ອນບໍລິການ ແລະ ຂາຍເຄື່ອງຕ່າງໆກໍແກ້ໄຂບໍ່ຕົກ, ເຖິງວ່າຜ່ານມາອຳນາດການປົກຄອງນະຄອນຫລວງໄດ້ມີກອງປະຊຸມແນະນຳໃຫ້ຂະແໜງການ ແລະ ເມືອງກ່ຽວຂ້ອງຮ່ວມກັນແກ້ໄຂ, ແຕ່ກໍເຮັດໄປໄດ້ພຽງໄລຍະສັ້ນໆ ຜົນສຸດທ້າຍກໍກັບມາຢູ່ຈຸດເກົ່າ ເບິ່ງແລ້ວມີປະສິດທິຜົນໜ້ອຍ. ຖ້າທຸກວຽກງານກໍເຮັດເປັນແບບນີ້ກໍຈະເຮັດໃຫ້ການພັດທະນາປະເທດຊາດບ້ານເມືອງເຮົາພົບຄວາມຫຍຸ້ງຍາກ.