ແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານຕໍ່ວຽກງານສາທາລະນະສຸກ
ໂດຍ: ຄຳຮຸ່ງ ເຮືອງວົງສີ
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໄດ້ກຳນົດໄວ້ວ່າ: “ພັກປະຊາຊົນປະຕິວັດລາວ ຍຶດໝັ້ນຫລັກການພື້ນຖານຂອງລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນພື້ນຖານແນວຄິດທິດສະດີຂອງພັກ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ”.
ເປົ້າໝາຍດ້ານສາທາລະນະສຸກທີ່ມະຕິ X ໄດ້ກຳນົດແມ່ນ “ເຮັດໃຫ້ປະຊາຊົນມີສຸຂະພາບດີ ນັບແຕ່ເດັກນ້ອຍໃນທ້ອງຈົນເຖິງອາຍຸສູງ ໂດຍເນັ້ນໃສ່ການສ້າງຮາກຖານທີ່ເຂັ້ມແຂງ ຈາກແບບແຜນການດຳລົງຊີວິດທີ່ປາສະຈາກປັດໄຈສ່ຽງຕໍ່ສຸຂະພາບ ແລະ ສ້າງຈິດສຳນຶກເປັນເຈົ້າການໃນການຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ຊຸມຊົນ”.
ບົນພື້ນຖານ: ສືບຕໍ່ຍຶດໝັ້ນ ການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບເປັນສຳຄັນ.
ປະຕິຮູບສາທາລະນະສຸກຢ່າງຮອບດ້ານ ດ້ວຍການສ້າງລະບົບບໍລິການທີ່ດີ ຖືເອົາຄົນເປັນໃຈກາງ, ໃຫ້ການບໍລິການມີຄຸນນະພາບ, ມີຈັນຍາບັນ, ຈັນຍາທຳ, ເອົາໃຈໃສ່ດູແລ ນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ.
ສ້າງລະບົບປົກປ້ອງສັງຄົມດ້ານສຸຂະພາບໃຫ້ທົ່ວເຖິງ ຕາມຫລັກການ ແລະ ມູນເຊື້ອແຫ່ງການຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຫລັກປະກັນສຸຂະພາບທົ່ວປວງຊົນ ທີ່ປົກປ້ອງທຸກຄົນ ທັງໃນດ້ານກັນພະຍາດ, ສົ່ງເສີມສຸຂະພາບ ແລະ ດ້ານການປິ່ນປົວ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍມະຕິ X ຂອງພັກເຂົ້າໃນຂົງເຂດສາທາລະນະສຸກ ບັນຫາສຳຄັນແມ່ນການເຊື່ອມຊຶມກຳແໜ້ນມະຕິຂອງພັກ ກ່ຽວກັບວຽກງານສາທາລະນະສຸກ ແລະ ບັນດາແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ຕໍ່ວຽກງານດັ່ງກ່າວ ເຊິ່ງຈະເປັນພື້ນຖານແນວຄິດທິດສະດີ, ທັດສະນະນຳພາຂອງພັກ ແລະ ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ກໍຄືຂະແໜງການສາທາລະນະສຸກທົ່ວປະເທດ.
ໃນປະຫວັດສາດແຫ່ງການກໍ່ຕັ້ງ ແລະ ຂະຫຍາຍຕົວຂອງກະຊວງສາທາລະນະສຸກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໄຍໃຫ້ການຊີ້ນຳຢ່າງໃກ້ຊິດຈາກປະທານ ໄກສອນ ພົມວິຫານ ເຊິ່ງສະແດງອອກຜ່ານການເຂົ້າຮ່ວມອັນເປັນກຽດໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ I ເມື່ອປີ 1980 ແລະ ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II ເມື່ອວັນທີ 11 ມີນາ 1987 ທີ່ນະຄອນຫລວງວຽງຈັນ. ການເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ທັງສອງຄັ້ງ ທ່ານໄດ້ປຸກລະດົມຊຸກຍູ້ໃຫ້ກຳລັງໃຈ ແລະ ສ້າງຄວາມໝັ້ນໃຈແກ່ຖັນແຖວແພດໝໍ ກໍຄືປະຊາຊົນລາວທົ່ວປະເທດ, ສ່ອງແສງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ແລະ ທ່ານປະທານເອງທີ່ມີຕໍ່ຂະແໜງການສາທາລະນະສຸກ ແລະ ຕໍ່ພາລະກິດປົກປັກຮັກສາດູແລສຸຂະພາບຂອງປະຊາຊົນລາວ.
ປະທານ ໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດຜູ້ຍິ່ງໃຫຍ່, ເປັນຜູ້ກໍ່ຕັ້ງ ແລະ ນຳພາກປະຊາຊົນປະຕິວັດລາວ, ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກອງທັບປະຊາຊົນລາວ ເຖິງວ່າປະທານຈະມີພາລະກິດ ແລະ ໜ້າທີ່ອັນສຳຄັນ, ກວ້າງຂວາງ, ຮອບດ້ານ ແລະ ໜັກໜ່ວງລະດັບຊາດກໍຕາມ, ແຕ່ຍາມໃດ ປະທານ ໄກສອນ ພົມວິຫານ ກໍມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງໃນນັ້ນກໍມີທັງບັນຫາສຸຂະພາບ ແລະ ວຽກງານສາທາລະນະສຸກລວມຢູ່ນຳ. ດ້ວຍເຫດນັ້ນ ວົງການສາທາລະນະສຸກຂອງລາວຈຶ່ງໄດ້ໃຫ້ຄວາມເຄົາລົບນັບຖືໃຫ້ກຽດນິຍົມ ແລະ ຄວາມເຊື່ອໝັ້ນຕໍ່ປະທານ ໄກສອນ ພົມວິຫານ ຕະຫລອດມາ.
ຜ່ານການເຂົ້າຮ່ວມໂອ້ລົມຊີ້ນຳຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດທັງສອງຄັ້ງ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະ ແລະ ແນວຄິດຊີ້ນຳຕໍ່ບັນຫາສຸຂະພາບ ແລະ ວຽກງານສາທາລະນະສຸກ ເຊິ່ງປະກອບມີ:
- ແນວຄິດຊີ້ນຳກ່ຽວກັບຄວາມໝາຍສຳຄັນຂອງສຸຂະພາບ ແລະ ວຽກງານສາທາລະນະສຸກ.
- ແນວຄິດຊີ້ນຳກ່ຽວກັບທັດສະນະພື້ນຖານສາທາລະນະສຸກຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
- ແນວຄິດຊີ້ນໍາຕໍ່ວຽກງານສາທາລະນະສຸກທີ່ໄດ້ກຳນົດໄວ້ໃນມະຕິຕ່າງໆຂອງພັກ.
- ແນວຄິດຊີ້ນຳຕໍ່ວຽກງານອະນາໄມກັນພະຍາດ.
- ແນວຄິດຊີ້ນໍາຕໍ່ວຽກງານແມ່ ແລະ ເດັກ.
- ແນວຄິດຊີ້ນຳຕໍ່ວຽກງານການແພດ ແລະ ການຢາພື້ນເມືອງ.
- ແນວຄິດຊີ້ນຳຕໍ່ວຽກງານບໍລິຫານຄຸ້ມຄອງຂະແໜງການສາທາລະນະສຸກ.
- ແນວຄິດຊີ້ນຳຕໍ່ວຽກງານການຫັນລົງຮາກຖານຂອງຂະແໜງການສາທາລະນະສຸກ.
- ແນວຄິດຊີ້ນຳຕໍ່ກັບການສ້າງກົນໄກຄຸ້ມຄອງໃໝ່ໃນຂະແໜງການສາທາລະນະສຸກ.
- ແນວຄິດຊີ້ນຳຕໍ່ວຽກງານກໍ່ສ້າງ ແລະ ພັດທະນາບຸກຄະລາກອນດ້ານສາທາລະນະສຸກ (ຫລື ເອີ້ນວ່າ: ການກໍ່ສ້າງ ແລະ ພັດທະນາພະນັກງານສາທາລະນະສຸກ).
ບັນດາແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ກ່າວມາຂ້າງເທິງນັ້ນ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານສຸຂະພາບ ແລະ ວຽກງານສາທາລະນະສຸກ. ພ້ອມກັນນັ້ນ ກໍສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ເຈດຕະນາລົມອັນແຮງກ້າຂອງປະທານທີ່ມີຕໍ່ວຽກງານສາທາລະນະສຸກ.
ສະນັ້ນ, ການສຶກສາຄົ້ນຄວ້າ ແລະ ຜັນຂະຫຍາຍແຕ່ລະເນື້ອໃນຂອງບັນດາແນວຄິດຊີ້ນຳ ຈຶ່ງເປັນພາລະໜ້າທີ່ອັນຮີບດ່ວນຂອງບັນດາສະຫາຍການນຳ ແລະ ນັກວິຊາການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນການນຳຂອງຂະແໜງການສາທາລະນະສຸກ ແລະ ນັກວິຊາການແຕ່ລະຂັ້ນ ຈະຕ້ອງໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ເພື່ອສ້າງເປັນລະບົບທິດສະດີ ແລະ ພຶດຕິກຳ 10 ຫົວຂໍ້ທີ່ກ່າວມາເທິງນັ້ນ. ຖ້າຫາກມີການສຶກສາຄົ້ນຄວ້າແຕ່ລະເນື້ອໃນໃຈຄວາມຂອງແຕ່ລະແນວຄິດຊີ້ນຳຢ່າງເປັນລະບົບ ແລະ ວິທະຍາສາດແລ້ວ ແນ່ນອນຈະເຮັດໃຫ້ພວກເຮົາມີຄວາມຮັບຮູ້ເຂົ້າໃຈ, ມີຈິນຕະນາການ ແລະ ວິໄສທັດທີ່ຖືກຕ້ອງ ເພື່ອນຳໄປສູ່ການຈັດຕັ້ງປະຕິບັດມະຕິ X ແລະ XI ຂອງພັກ ດ້ານສາທາລະນະສຸກໃຫ້ປາກົດຜົນເປັນຈິງ.